ບົດລາຍງານຢ່າງເປັນທາງການເປີດເຜີຍໃນວັນເສົາວານນີ້ວ່າ: ການຄ້າຕ່າງປະເທດຂອງກຳປູເຈຍບັນລຸ 31,18 ຕື້ໂດລາສະຫະລັດ ໃນ 7 ເດືອນຕົ້ນປີ 2024, ເພີ່ມຂຶ້ນ 15% ຈາກ 27,1 ຕື້ໂດລາເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

.

ອີງຕາມການລາຍງານຂອງ Xinhua, ການສົ່ງອອກສິນຄ້າທັງໝົດຂອງກຳປູເຈຍ ບັນລຸ 14,76 ຕື້ໂດລາ ໃນໄລຍະເດືອນມັງກອນຫາເດືອນກໍລະກົດປີນີ້ ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການນຳເຂົ້າມີມູນຄ່າ 16,42 ຕື້ໂດລາ, ເພີ່ມຂຶ້ນ 16%.

.

ໂດຍ ຈີນຍັງເປັນຄູ່ຄ້າອັນດັບ 1 ຂອງ ກຳປູເຈຍ ຮອງລົງມາແມ່ນອາເມຣິກາ, ຫວຽດນາມ, ໄທ, ຍີ່ປຸ່ນ, ວົງເງິນການຄ້າກຳປູເຈຍ-ຈີນເພີ່ມຂຶ້ນເປັນ 8,72 ຕື້ໂດລາ, ເພີ່ມຂຶ້ນ 23%.

.

ທ່ານນາງ Penn Sovicheat ລັດຖະມົນຕີວ່າການກະຊວງການຄ້າກຳປູເຈຍກ່າວວ່າ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ສັນຍາການຄ້າເສລີກຳປູເຈຍ-ຈີນ (CCFTA) ແມ່ນກຳລັງຊຸກຍູ້ການເຕີບໂຕດ້ານການຄ້ານີ້.

.

ນາງ Penn Sovicheat ກ່າວວ່າ: “ດ້ວຍນະໂຍບາຍພາສີ ຂອງ RCEP ແລະ CCFTA, ການສົ່ງອອກຂອງພວກເຮົາຈະສືບຕໍ່ເພີ່ມຂຶ້ນເລື້ອຍໆ ໃນອະນາຄົດ ຢ່າງບໍ່ຕ້ອງສົງໃສ,”

.

RCEP ລວມມີ 15 ປະເທດ ອາຊີ – ປາຊີຟິກ ລວມມີ 10 ປະເທດ ສະມາຊິກ ອາຊຽນ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ, ແລະ 5 ປະເທດຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອອສເຕເລນ ແລະ ນິວຊີແລນ

.

ທີ່ມາ:https://english.news.cn/20240810/bf0ebcf7be1d48998fe0088aa7409b36/c.html