5 ເດືອນຕົ້ນປີ ນະຄອນຫຼວງວຽງຈັນ ດຶງດູດນັກທ່ອງທ່ຽວ ຫຼາຍກວ່າ 670,000 ເທື່ອຄົນ


ໃນໄລຍະ 5 ເດືອນຕົ້ນປີ ນະຄອນຫຼວງວຽງຈັນ ດຶງດູດນັກທ່ອງທ່ຽວ ຫຼາຍກວ່າ 670,000 ກວ່າເທື່ອຄົນ, ພ້ອມມີນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນທຸລະກິດການທ່ອງທ່ຽວ 58 ຫົວໜ່ວຍ.

ອີງຕາມການລາຍງານຂອງ ຂ່າວສານປະເທດລາວ, ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 9 ກໍລະກົດ 2024 ນີ້ວ່າ: ໃນ 5 ເດືອນຕົ້ນປີ 2024 ນີ້, ນະຄອນຫຼວງວຽງຈັນ ມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ທັງໝົດ 674,196 ເທື່ອຄົນ ເພີ່ມຂຶ້ນ 26.31%, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ.

 ໃນນັ້ນ, ລາຍຮັບທົ່ວສັງຄົມ ເພີ່ມຂຶ້ນ 44.02%, ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ທຽບໃສ່ແຜນການປີ ປະຕິບັດໄດ້ 67.42%. ພ້ອມກັນນີ້, ກໍມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນທຸລະກິດການທ່ອງທ່ຽວ ທັງໝົດ 58 ຫົວໜ່ວຍ. ໃນນັ້ນ, ທຸລະກິດດ້ານທີ່ພັກແຮມ 16 ຫົວໜ່ວຍ, ທຸລະກິດອາຫານ-ເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະ ສະປາ 4 ຫົວໜ່ວຍ.

ໂດຍໃນ 6 ເດືອນ ທ້າຍປີ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຈະສຸມໃສ່ 5 ໜ້າວຽກ ໄດ້ແກ່: 1). ບັນຫາຂາດແຄນແຮງງານທີ່ມີສີມື ໃນທຸລະກິດການທ່ອງທ່ຽວ, ຄວນຈະຕ້ອງໄດ້ມີການສ້າງຢ່າງເປັນລະບົບທັງໄລຍະສັ້ນ ແລະ ໄລຍະຍາວ, ພ້ອມນັ້ນກໍຕ້ອງສ້າງເງື່ອນໄຂ ແລະ ສິ່ງແວດລ້ອມທີ່ດີໃນການເຮັດວຽກເພື່ອຫຼຸດຜ່ອນບັນດາແຮງງານເຄື່ອນຍ້າຍ; 2). ບັນຫາຜູ້ປະກອບການທຸລະກິດຈໍານວນໜຶ່ງລະເມີດລະບຽບການຄຸ້ມຄອງ, ເຖິງວ່າໄດ້ມີການແກ້ໄຂ, ກ່າວເຕືອນ, ສຶກສາອົບຮົມ ແລະ ປັບໃໝ ແຕ່ຍັງບໍ່ທັນແກ້ໄຂໄດ້ຢ່າງຂາດຕົວ; 3). ບັນຫາສິນຄ້າເຄື່ອງທີ່ລະນຶກທີ່ຜະລິດຢູ່ພາຍໃນຍັງບໍ່ຫຼາກຫຼາຍ, ທັງລາຄາຂ້ອນຂ້າງສູງ; 4). ໂຄງລ່າງພື້ນຖານເພື່ອເຂົ້າເຖິງແຫຼ່ງທ່ອງທ່ຽວບາງບ່ອນຍັງມີຄວາມຫຍຸ້ງຍາກ, ນັກທ່ອງທ່ຽວບໍ່ປະທັບໃຈ; 5). ການປະສານສົມທົບ ແລະ ຮ່ວມມື ລະຫວ່າງພາກລັດ ແລະ ຜູ້ປະກອບການທຸລະກິດການທ່ອງທ່ຽວ, ໂດຍສະເພາະທຸລະກິດສະຖານທີ່ທ່ອງທ່ຽວຄວນເພີ່ມທະວີການໂຄສະນາ ແລະ ພັດທະນາສິ່ງອຳນວຍຄວາມສະດວກໃຫ້ຫຼາຍ. ເພື່ອຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ນະຄອນຫຼວງວຽງຈັນໃຫ້ໄດ້ປະສິດທິພາບກວ່າເກົ່າ.

https://www.facebook.com/photo/?fbid=932206465600327&set=a.679715230849453

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/