5 ເດືອນຕົ້ນປີ ທາງລົດໄຟ ລາວ-ຈີນ ຂົນສົ່ງສິນຄ້າ 8,368 ລ້ານໂຕນ ເພີ່ມຂຶ້ນຫຼາຍກວ່າ 15%


ນັບແຕ່ວັນທີ 1​ ມັງກອນ 2024 ທາງລົດໄຟ ລາວ-ຈີນ ຂົນສົ່ງສິນຄ້າ 8,368 ລ້ານໂຕນ ເພີ່ມຂຶ້ນຫຼາຍກວ່າ 15%.

ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ 5 ເດືອນ ຕົ້ນປີ ທາງລົດໄຟ ຈີນ-ລາວໄດ້ ຂົນສົ່ງສິນຄ້າທັງໝົດ 7,578 ຄັນ, ຂົນສົ່ງສິນຄ້າໄດ້ 8,368 ລ້ານໂຕນ, ເພີ່ມຂຶ້ນ 15.1% ທຽບໃສ່ປີຜ່ານມາ.

ໂດຍ ຂອບເຂດການຂົນສົ່ງສິນຄ້າທາງລົດໄຟສາກົນສາຍ “ແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ” ລະຫວ່າງ ຈີນ ແລະ ລາວ, ເວລາການຂົນສົ່ງໄດ້ຄົງຕົວຢູ່ທີ່ 26 ຊົ່ວໂມງ; ລົດຂົນໝາກໄມ້ພາຍຫຼັງ 90 ນາທີ ທີ່ມາຮອດສະຖານີລົດໄຟໄດ້ເຂົ້າສູ່ສະຖານທີ່ຕູ້ບັນຈຸສິນຄ້າ ຫຼື ຕູ້ຄອນເທັນເນີຂົນສິນຄ້າລົງເດີ່ນ, ຫຼັງຈາກຂົນສິນຄ້າລົງແລ້ວ ຕູ້ສິນຄ້າເປົ່າຈະຖືກຂົນສົ່ງຄືນພາຍໃນ 90 ນາທີ.  ເພື່ອບັນລຸໄດ້ໃນການຮັບ-ສົ່ງ, ເຄື່ອນຍ້າຍ, ຈັດເຄື່ອງເຂົ້າ ແລະ ຂົນສິນຄ້າລົງຈາກຕູ້ສິນຄ້າບໍ່ໃຫ້ມີຈຸດຄາດເຄື່ອນ.    

ປັດຈຸບັນ, ເຄືອຂ່າຍການບໍລິການຂົນສົ່ງທາງລົດໄຟ ຈີນ-ລາວ ໄດ້ຂະຫຍາຍ ໄປສູ່ 12 ປະເທດ ທີ່ເຂົ້າຮ່ວມແນວຄິດ “ໜຶ່ງແລວທາງໜຶ່ງເສັ້ນທາງ” ເຊິ່ງລວມທັງລາວ, ໄທ, ຫວຽດນາມ, ມຽນມາ ແລະ ມີເມືອງໃຫຍ່ ໃນ 31 ແຂວງ ພາຍໃນທົ່ວປະເທດ (ໃນນັ້ນມີເຂດປົກຄອງຕົນເອງ ແລະ ເມືອງ) ແລະ ເຮັດໃຫ້ການແລກປ່ຽນດ້ານເສດຖະກິດການຄ້າ ລະຫວ່າງ ຈີນ ກັບ ອິນດູຈີນ ຂະຫຍາຍຕົວຢ່າງມີປະສິດທິພາບ.

Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/