5 ເດືອນຕົ້ນປີ ການຂົນສົ່ງສິນຄ້າຜ່ານທາງລົດໄຟຈີນ-ລາວໄດ້ບັນລຸໄດ້ 2.3 ລ້ານໂຕນ ເພີ່ມຂຶ້ນ 31%


ອີງຕາມການລາຍງານຂອງ CMG ດ່ານພາສີຄຸນໝິງຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 11 ມິຖຸນານີ້ວ່າ: ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ປະລິມານການຂົນສົ່ງສິນຄ້າຂາເຂົ້າຂາອອກຜ່ານທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 2,3 ລ້ານໂຕນ,ເພີ່ມຂຶ້ນ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນຂະນະດຽວກັນກໍໄດ້ເປີດລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟຈີນ-ລາວລວມທັງໝົດ 3,076 ຂະບວນ,ເພີ່ມຂຶ້ນ 30.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນອກຈາກນີ້ ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ສາຂາ​ຄຸນ​ໝິງ, ​ແຕ່​ວັນ​ທີ 1 ມັງກອນ​ຫາ​ວັນ​ທີ 31 ພຶດສະພາ​ນີ້, ທາງ​ລົດ​ໄຟ​ໄດ້​ແລ່ນ​ລົດ​ໄຟໄປແລ້ວ 10,642 ​ໂດຍສານ ນັກທ່ອງທ່ຽວໄປກວ່າ 8,723,000 ຄົນ, ເຊິ່ງເປັນ​ການ​ເພີ່ມ​ຂຶ້ນ 17.5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.​

https://www.facebook.com/photo/?fbid=873925441430591&set=a.482253443931128

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/