4 ແຂວງພາກໃຕ້ ກຽມພັດທະນາແຫຼງທ່ອງທ່ຽວເຂດພູພຽງບໍລະເວນ

ແຂວງພາກໃຕ້

ເພື່ອຊຸກຍູ້ໃຫ້ວຽກງານການທ່ອງທ່ຽວຢູ່ແຂວງເຊກອງ ກໍຄື 4 ແຂວງພາກໃຕ້ຂອງລາວຄື: ແຂວງເຊກອງ, ຈຳປາສັກ, ສາລະວັນ, ອັດຕະປື ໃຫ້ມີການເຊື່ອມໂຍງກັນ ແລະ ຊ່ວຍເຫຼືອຊຸກຍູ້ເຊິ່ງກັນ ແລະ ກັນ, ດັ່ງນັ້ນ ແຂວງເຊກອງ ຈຶ່ງຈັດກອງປະຊຸມ ສ້າງຄວາມເຂັ້ມແຂງພັດທະນາການທ່ອງທ່ຽວແຂວງເຊກອງ ເຊື່ອມໂຍງບັນດາແຂວງພາກໃຕ້ ເຂດພູພຽງບໍລະເວນ ຂຶ້ນທີ່ເມືອງທ່າແຕງ ແຂວງເຊກອງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ເຫຼັກໄຫຼ ສິວິໄລ ເຈົ້າແຂວງເຊກອງ, ພ້ອມມີຮອງເຈົ້າແຂວງ, ພະແນກ ຖວທ, ຜູ້ປະກອບການ ທັງ 4 ແຂວງເຂົ້າຮ່ວມ.

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກ່າວບາງຕອນວ່າ: ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ, ເຊິ່ງເຂດພູພຽງບໍລະເວນ ແມ່ນເຂດທີ່ມີຄວາມອຸດົມສົມບູນ ກວມເອົາ 3 ເມືອງ ຂອງ 3 ແຂວງ, ມີອາກາດຊຸ່ມເຢັນເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດຕິດພັນກັບການທ່ອງທ່ຽວກະສິກໍາທີ່ອຸດົມສົມບູນ, ປະຊາຊົນບັນດາເຜົ່າມີວັດທະນະທໍາຮີດຄອງປະເພນີ ແລະ ວີຖີການດໍາລົງຊີວິດທີ່ມີຄວາມເປັນເອກະລັກສະເພາະທີ່ໂດດເດັ່ນຫຼາກຫຼາຍ.

ພ້ອມມີຊາຍແດນຕິດຈອດກັບບັນດາປະເທດໄທ, ຫວຽດນາມ ແລະ ເຊື່ອມຕໍ່ກັບ 3 ແຂວງທີ່ມີຊາຍແດນຄື: ອັດຕະປື, ຈໍາປາສັກ ແລະ ສາລະວັນ ເປັນຕະຫຼາດທ່ອງທ່ຽວໃຫຍ່ໃນພາກພື້ນ, ມີດ່ານສາກົນຈໍານວນ 5 ດ່ານ (1) ດ່ານລະໄລ ແຂວງສາລະວັນ; 2) ພູເກືອ-ເບີອີ ແຂວງອັດຕະປື; 3) ດ່ານໜອງນົກຂຽນ, 4) ວັງເຕົາ-ຊ່ອງເມັກ ແຂວງຈໍາປາສັກ), 5) ດ່ານສາກົນດາກຕະອອກ ແຂວງເຊກອງ ທີ່ເປັນປະຕູທາງເຂົ້າຂອງນັກທ່ອງທ່ຽວຈາກປະເທດໃກ້ຄຽງ ແລະ ຈາກປະເທດທີສາມ.

ຍ້ອນເຫັນໄດ້ທ່າແຮງດັ່ງກ່າວຂອງບັນດາແຂວງພາກໃຕ້, ພວກເຮົາຈຶ່ງໄດ້ຮ່ວມກັນສ້າງແຜນພັດທະນາໃນເຂດ ພູພຽງບໍລະເວນ ໂດຍສຸມໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຮ່ວມກັນ ສໍາລັບປີ 2020-2030 ເພື່ອເປັນການຍູ້ແຮງການພັດທະນາຂອງຂະແໜງການທ່ອງທ່ຽວເພື່ອປິ່ນອ້ອມໃຫ້ພັດທະນາດ້ານອື່ນໆໄປ ພ້ອມໆກັນແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງບັນດາແຂວງພາກໃຕ້ກໍຄືແຂວງເຊກອງພວກເຮົາທັງປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ນັບຫຼາຍຂຶ້ນ.

ແຂວງພາກໃຕ້

ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ຈະໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນພັດທະນາການ ທ່ອງທ່ຽວ ເຂດພູພຽງບໍລະເວນ 4 ແຂວງພາກໃຕ້ໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນຂໍ້ຈໍາກັດ ແລະ ສິ່ງທ້າທາຍຕໍ່ການທ່ອງທ່ຽວໃນປັດຈຸບັນ ເພື່ອຮ່ວມກັນກໍານົດວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ສາມາດເຊື່ອມໂຍງການທ່ອງທ່ຽວໃນເຂດພູພຽງບໍລະເວນ ຢ່າງເປັນຮູບປະທໍາໃຫ້ຫຼາຍຂຶ້ນ.

ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງເຊກອງ ກ່າວບາງຕອນວ່າ: ທ່າແຮງການທ່ອງທ່ຽວແຂວງເຊກອງ ເພື່ອເຊື່ອມໂຍງກັບບັນດາແຂວງພາກໃຕ້ ແລະ ເຂດພູພຽງບໍລະເວນແຂວງເຊກອງເປັນແຂວງທີ່ມີທ່າແຮງການທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ ແລະ ກະສິກຳ ທີ່ອຸດົມສົມບູນ, ມີດ່ານສາກົນດ່ານຕະອອກ-ກວາງນາມ ທີ່ອຳນວຍຄວາມສະດວກແກ່ນັກທ່ອງທ່ຽວ. ສວນໂສມດາກຈຶງ ແລະ ຜະລິດຕະພັນໂສມ ມີຊື່ສຽງເປັນທີ່ນິຍົມ ສິນຄ້າໂອດອບ ເປັນຕົ້ນແມ່ນ: ຊາ, ກາເຟ, ແຜ່ນແພຊົນເຜົ່າທີ່ມີເອກະລັກສະເພາະ, ຜະລິດຕະພັນໜາກໄມ້ທຳມະຊາດ ບ້ານວັດທະນະທຳ ເຮືອນດອກເຫັດ ຊົນເຜົ່າຕຣຽງ. ເມືອງດາກຈຶງ ຫໍກວນບ້ານຂອງຊົນເຜົ່າກະຕູ ແລະ ເສັ້ນທາງໂຮ່ຈີ່ມິນ ຖານທີ່ໝັ້ນການປະຕິວັດຈາກແຂວງອັດຕະປືເຊື່ອມຕໍ່ ແຂວງເຊກອງ ແລະ ແຂວງສາລະວັນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລມຕ ຖວທ ກ່າວບາງຕອນວ່າ: ການທ່ອງທ່ຽວໄດ້ກາຍເປັນຂໍກະແຈທີ່ສໍາຄັນ ໃນການຊ່ວຍປະກອບສ່ວນເຂົ້າໃນການຟື້ນຟູ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ແລະ ການທ່ອງທ່ຽວຍັງຊ່ວຍຂັບເຄື່ອນຕ່ອງໂສ້ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໄປໃນຕົວ. ເວົ້າສະເພາະ ຢູ່ ສປປ ລາວ, ໂດຍພາຍໃຕ້ນະໂຍບາຍການສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ແລະ ນະໂຍບາຍການເປີດປະເທດ ໃນປີ 2022 ມີນັກທ່ອງທ່ຽວພາຍໃນ ຈຳນວນທັງໝົດ 1.462.324 ເທື່ອຄົນ, ສາມາດສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ ໄດ້ຫຼາຍກວ່າ 165 ລ້ານໂດລາ  ແລະທ່າແຮງການທ່ອງທ່ຽວໃນເຂດພູພຽງບໍລະເວນ ແມ່ນມີລັກສະນະໂດດເດັ່ນ, ມີຄວາມອຸດົມສົມບູນທາງຊັບພະຍາກອນການທ່ອງທ່ຽວ ແລະ ມີວັດທະນະທໍາທີ່ຫຼາກຫຼາຍ, ເຊິ່ງເປັນແມ່ເຫຼັກ ຊ່ວຍດຶງດູດນັກທ່ອງທ່ຽວມາທ່ຽວເຂດພູພຽງບໍລະເວນ ແລະ ກະຈາຍໄປສູ່ເຂດອື່ນໆ.

ແຂວງພາກໃຕ້

ຂອບໃຈຂໍ້ມູນຈາກ:

https://bit.ly/3KgLotS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/