2023 ສປປ ລາວ ສົ່ງອອກຊາໄປກວ່າ 3.9 ລ້ານໂດລາ


ໃນປີ 2023 ທີ່ຜ່ານມາ ສປປ ລາວ ມີການສົ່ງອອກຜະລິດຕະພັນ ສາມາດສົ່ງອອກຊາແຫ້ງຈຳນວນ 2,450 ໂຕນ ເປັນມູນຄ່າປະມານ 3.9 ລ້ານໂດລາສະຫາລັດ ແຕ່ຍັງໜ້ອຍເມື່ອທຽບໃສ່ທ່າແຮງ ແລະ ກຳລັງການຜະລິດຂອງປະເທດ.

ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໂດຍທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້  ໃນງານສະເຫຼີມສະຫຼອງວັນຊາສາກົນ ແລະ ວາງສະແດງຜະລິດຕະພັນຊາລາວ ຄັ້ງທີ 3 ຈັດຂຶ້ນວັນທີ 28-30 ມິຖຸນາ 2024 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມມີ ທ່ານ ຮສ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ນາງ ຊີວ -ແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ທ່ານ ນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດສະຫະພາບຢູໂຣບ ປະຈຳ ສປປ ລາວ.

ທ່ານ ບຸນຈັນກ່າວວ່າ: ໃນປີ 2022 ຜົນຜະລິດປະມານ 16,800 ໂຕນ ແຕ່ການສົ່ງອອກຊາເປັນທາງການກໍຍັງມີໜ້ອຍ ທຽບໃສ່ທ່າແຮງຂອງທ້ອງຖິ່ນ ເຊິ່ງໃນປີ 2023 ສາມາດສົ່ງອອກຊາແຫ້ງຈຳນວນ 2,450 ໂຕນ ເປັນມູນຄ່າປະມານ 3.9 ລ້ານໂດລາສະຫາລັດ.

ໂດຍຕະຫຼາດຕ່າງປະເທດສໍາລັບຊາລາວ ສ່ວນໃຫຍ່ແມ່ນຂາຍໄປປະເທດຈີນ, ໄທ ແລະ ສ່ວນໜຶ່ງກໍສົ່ງອອກໄປຢູໂຣບ (ປະເທດຝຣັ່ງ ແລະ ເຢຍລະມັນ).

ໃນປີ 2023 ເນື້ອທີ່ການຜະລິດຊາທົ່ວປະເທດ ມີປະມານ 7,720 ເຮັກຕາ ໃນນັ້ນ ພື້ນທີ່ສ່ວນໜຶ່ງຂອງເນື້ອທີ່ທັງໝົດນີ້ ແມ່ນເປັນປະເພດຊາທໍາມະຊາດ (ຊາປ່າ ຫຼື ຊາບູຮານ) ພື້ນທີ່ການຜະລິດຂອງຊາຂອງລາວ ສ່ວນຫຼາຍ 95% ແມ່ນໃນເຂດແຂວງພາກເໜືອ ບ່ອນທີ່ມີຄວາມສູງ ມີເງື່ອນໄຂເໝາະສົມແກ່ການຜະລິດກະສິກໍາ ແລະ ບ່ອນໜຶ່ງກໍມີຢູ່ພາກໃຕ້ ເຂດເມືອງປາກຊ່ອງ ພູພຽງບໍລະເວນ ຜູ້ຜະລິດຊາທັງໝົດແມ່ນຊາວກະສິກອນຜູ້ຜະລິດຊາຂະໝາດນ້ອຍຄອບຄົວ ສໍາລັບຜົນຜະລິດຊາ.

ຊາຢູ່ປະເທດເຮົາ ແມ່ນມີຄວາມສໍາຄັນຫຼາຍໃນການພັດທະນາເສດຖະກິດຢູ່ບັນດາທ້ອງຖິ່ນ ເປັນແຫຼ່ງສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດພູດອຍຫ່າງໄກສອກຫຼີກຂອງປະເທດ ສິ່ງສຳຄັນຊາເປັນບູລິມະສິດຂອງລັດຖະບານໃນການສ້າງເສດຖະກິດ.

ທີ່ມາ:

https://www.facebook.com/lnrlao/posts/pfbid0sfa6xDUhtAX5c4TFd26zPVBQ9WSPz1qSX8cbhARu31ppnYyNQQ5ChQ2m4MjYKPUkl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/