10 ອັນດັບບໍລິສັດທີ່ມີມູນຄ່າຫຼາຍທີ່ສຸດໃນອາຊີຕາເວັນອອກ


ຮູ້ບໍ່ວ່າ ໃນທະວີບອາຊີ ໂດຍສະເພາະໃນອາຊີຕາເວັນອອກທີ່ເຮົາຢູ່ ມີບໍລິສັດທີ່ມີມູນຄ່າຫຼາຍຕິດໜຶ່ງໃນ 10 ບໍລິສັດທີ່ມີມູນຄ່າຫຼາຍທີ່ສຸດໃນໂລກ ແລະ ຖືເປັນບໍລິສັດທີ່ມີອິດທິພົນຕໍ່ຄວາມກ້າວໜ້າທາງເຕັກໂນໂລຊີທົ່ວໂລກ

ຖ້າໃຫ້ລອງເດົາຫຼິ້ນໆ ຄົງຈະພໍເດົາໄດ້ ນັ້ນກໍຄືບໍລິສັດ TSMC ຈາກໄຕ້ຫວັນນັ້ນເອງ

ໂພສນີ້ຈະພາມາຮູ້ຈັກກັບ 10 ບໍລິສັດທີ່ມີມູນຄ່າທາງຕະຫຼາດສູງທີ່ສຸດໃນອາຊີຕາເວັນອອກວ່າມີບໍລິສັດຫຍັງແດ່

  1. Taiwan Semiconductor Manufacturing Company Limited (TSMC): ບໍລິສັດຜະລິດຊິບເຊມິຄອນດັກເຕີຈາກປະເທດໄຕ້ຫວັນ ທີ່ມີມູນຄ່າ 605 ພັນລ້ານໂດລາ
  2. Samsung Electronics Co.,Ltd: ບໍລິສັດຊຳຊຸງຈາກເກົາຫຼີໃຕ້ ມີມູນຄ່າ 366 ພັນລ້ານໂດລາ
    Samsung Electronics Logo for Commercial ...
  3. Toyota Motor Corporation: ບໍລິສັດໂຕໂຢຕ້າຈາກຍີ່ປຸ່ນ ທີ່ມີມູນຄ່າຢູ່ທີ່ 340 ພັນລ້ານໂດລາ
  4. Tencent Holdings Limited: ບໍລິສັດເທັນເຊັນຈາກຈີນ ທີ່ເປັນເຈົ້າຂອງເກມມືຖືຫຼາຍເກມທີ່ເຮົາຮູ້ຈັກ ມີມູນຄ່າ 326 ພັນລ້ານໂດລາ
  5. Kweichow Moutai Co.,Ltd: ບໍລິສັດຜະລິດເຄື່ອງດື່ມແອລກໍຮໍຈາກປະເທດຈີນ ທີ່ມີມູນຄ່າ 293 ພັນລ້ານໂດລາ
  6. Industrial and Commercial Bank of China Limited (ICBC): ທະນາຄານໃຫຍ່ຈາກປະເທດຈີນ ທີ່ມີມູນຄ່າ 245 ພັນລ້ານໂດລາ
  7. PetroChina Company Limited: ບໍລິສັດນຳ້ມັນ ແລະ ກາສ ຈາກປະເທດຈີນ ມີມູນຄ່າ 218 ພັນລ້ານໂດລາ
  8. Agricultural Bank of China Limited: ທະນາຄານກະສິກຳແຫ່ງປະເທດຈີນ ມີມູນຄ່າ 202 ພັນລ້ານໂດລາ
  9. China Mobile Limited: ບໍລິສັດໂທລະຄົມມະນາຄົມຈາກຈີນ ທີ່ມີມູນຄ່າ 191 ພັນລ້ານໂດລາ
  10. Bank of China: ທະນາຄານແຫ່ງ ສ.ປ ຈີນ ທີ່ມີມູນຄ່າ 166 ພັນລ້ານໂດລາ
    .

ທັງໝົດນີ້ກໍຄື 10 ບໍລິສັດທີ່ມີມູນຄ່າທາງຕະຫຼາດຫຼາຍທີ່ສຸດໃນອາຊີຕາເວັນອອກທີ່ລາຍງານຈາກ CEOWORLD Magazine

ທີ່ມາ:

https://cutt.ly/IerIAgQu

https://cutt.ly/YerIAKOM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/