ໝາບໍ່ແມ່ນພຽງສັດລ້ຽງ ແຕ່ເປັນຄອບຄົວ! ໜຸ່ມຟິລິບປິນສ່ຽງຕາຍອຸ້ມນ້ອງໝາແລ່ນອອກຈາກກອງໄຟ


ໃນວັນທີ 27 ກຸມພາ 2024 ທີ່ຜ່ານມາ ເກີດເຫດໄຟໄໝ້ຊຸມຊົນ ໃນເມືອງ ບາຣັງໄກ ປະເທດຟິລິບປິນ ເປັນວົງກວ້າງ ຜູ້ຄົນຕ່າງໜີຕາຍແລ່ນອອກມາຈາກເຂດໄຟໄໝ້.

ໃນຂະນະດຽວກັນ ກໍເກີດມີພາບທີ່ເປັນກະແສໃນໂລກອອນລາຍຂອງປະເທດຟິລິບປິນ ເຊິ່ງເປັນພາບທີ່ຊາຍໜຸ່ມແລ່ນອຸ້ມນ້ອງໝາອອກມາຈາກກອງໄຟ ເຊິ່ງຕາມຕົວຂອງນ້ອງໝາມີຮອຍແປ້ວ ສັນນິຖານວ່າເປັນຂົນທີ່ຖືກໄຟລວກ ເຮັດໃຫ້ຂົນໄໝ້ຫຼົ່ນອອກ.

ເມື່ອເລື່ອງລາວນີ້ຖືກສົ່ງຕໍ່ອອກໄປທົ່ວໂລກ ຊາວເນັດຕ່າງກໍສະແດງຄວາມຂອບໃຈຊາຍໜຸ່ມທີ່ຢູ່ໃນສະຖານະການສ່ຽງແບບນີ້ ຍັງບໍ່ປ່ອຍໃຫ້ນ້ອງໝາປະເຊີນຊະຕາກຳອັນໂຫດຮ້າຍ ແລະ ເລືອກທີ່ຈະເຂົ້າໄປຊ່ວຍ ທັ້ງໆທີ່ຮູ້ວ່າສ່ຽງ.

ທີ່ມາ:

IloiloMetroTimes

komchadluek

imtnews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/