ໜີ້ໂຄງການລົງທຶນຂອງລັດແມ່ນເກີດຈາກການສຸມໃສ່ ພັດທະນາເສດຖະກິດ-ສັງຄົມຂອງບັນດາຂະແໜງການ ແລະ ທ້ອງຖິ່ນ


ໜີ້ໂຄງການລົງທຶນຂອງລັດແມ່ນເກີດຈາກການສຸມໃສ່ ພັດທະນາເສດຖະກິດ-ສັງຄົມຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຕາມເປົ້າໝາຍການພັດທະນາຂອງຕົນແຕ່ລະໄລຍະ, ແຕ່ເນື່ອງຈາກ ງົບປະມານການລົງທຶນຂອງລັດໃນແຕ່ລະປີມີຈໍາກັດ ເຮັດໃຫ້ໂຄງການຈໍານວນໜຶ່ງບໍ່ສາມາດຊໍາລະໄດ້ຕາມກໍານົດເວລາຈຶ່ງກາຍເປັນໜີ້.

ອີງຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ສັງຄົມ ໃນໄລຍະຜ່ານມາລັດຖະບານໄດ້ມີຄວາມພະຍາຍາມຄຸ້ມຄອງໜີ້ ການລົງທຶນຂອງລັດ ບໍ່ໃຫ້ກະທົບຕໍ່ນະໂຍບາຍການເງິນ-ເງິນຕາ ກໍຄືການຄຸ້ມຄອງເສດຖະກິດມະຫາພາກ ໂດຍໄດ້ປະຕິບັດຫຼາຍມາດຕະການ ແລະ ນະໂຍບາຍແກ້ໄຂສະເພາະ ຈຶ່ງເຮັດໃຫ້ໜີ້ການລົງທຶນ ຂອງລັດຜ່ອນຄາຍລົງຫຼາຍສົມຄວນ.

ເຖິງແມ່ນວ່າລັດຖະບານຈະສຸມໃສ່ການແກ້ໜີ້ດ້ວຍງົບປະມານ ການລົງທຶນປົກກະຕິປະຈໍາປີ, ນອກຈາກນັ້ນ, ກໍໄດ້ມີນະໂຍບາຍອວ່າຍໜີ້ 3 ແຈ ແລະ ພັນທະບັດຊໍາລະໂຄງການ ເຊິ່ງສາມາດສ້າງສະພາບຄ່ອງທາງດ້ານການເງິນ, ຊຸກຍູ້ໃຫ້ຜູ້ປະກອບການສາມາດດໍາເນີນທຸລະກິດໄດ້ຢ່າງຄ່ອງຕົວ, ມີທຶນຫມູນວຽນໃນການສືບຕໍ່ປະຕິບັດໂຄງການຕ່າງໆ, ສ້າງສະພາບຄ່ອງໃຫ້ແກ່ລະບົບທະນາຄານ ພ້ອມທັງຊ່ວຍໃຫ້ເງິນກູ້ຂອງຜູ້ປະກອບການທີ່ກູ້ຢືມມາເປັນໜີ້ບໍ່ເກີດດອກອອກ ຜົນຂອງທະນາຄານ (NPL) ແລະ  ເກີດມີການຈ້າງງານຫຼາຍຂຶ້ນ ສາມາດຊຸກຍູ້ເສດຖະກິດຂະຫຍາຍຕົວ.

ສໍາລັບໜີ້ສິນໂຄງການລົງທຶນຂອງລັດ ທີ່ຂະແໜງການ ແລະ ທ້ອງຖິ່ນ ໄດ້ກູ້ຢືມເງິນໂດຍກົງ ກັບທະນາຄານ ເພື່ອມາຊໍາລະໂຄງການລົງທຶນຂອງລັດ (ໜີ້ 2 ແຈ); ອີງຕາມແຈ້ງການຂອງລັດຖະບານ ສະບັບເລກທີ 1592/ຫສນຍ, ລົງວັນທີ 25 ສິງຫາ 2023 ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແນະນໍາຂະແໜງການ ແລະ ທ້ອງຖິ່ນທີ່ໄດ້ກູ້ຢືມເງິນໂດຍກົງກັບທະນາຄານແຫ່ງ ສປປ ລາວ ເພື່ອມາຊໍາລະໂຄງການລົງທຶນຂອງລັດ (ໜີ້ 2 ແຈ) ເພື່ອແຕ່ງຕັ້ງຄະນະທີ່ປະກອບດ້ວຍ ຂະແໜງການກ່ຽວຂ້ອງ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງໂຄງການ ແລະ ນໍາໄປຜ່ານ ສະພາປະຊາຊົນຂັ້ນແຂວງ, ຈາກນັ້ນ ສົ່ງບັນຊີໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອສັງລວມ ລາຍງານລັດຖະບານ; ພາຍຫຼັງໄດ້ຮັບທິດນໍາຈາກລັດຖະບານແລ້ວ ກະຊວງແຜນການ ແລະ ການລົງທຶນ ໄດ້ອອກແຈ້ງການແນະນໍາ ສະບັບເລກທີ 2320/ກຜທ.ກຜ6, ລົງວັນທີ 06 ກັນຍາ 2023 ເຖິງຂະແໜງການ ແລະ ທ້ອງຖິ່ນ ເພື່ອປະຕິບັດຕາມທິດຂອງລັດຖະບານ ແລ້ວສົ່ງໃຫ້ກະຊວງ ແຜນການ ແລະ ການລົງທຶນ ພາຍໃນວັນທີ 30 ຕຸລາ 2023 ເຊິ່ງມາຮອດປະຈຸບັນ ໄດ້ຮັບການລາຍ ງານຈາກ 4 ພາກສ່ວນ ຄື: ແຂວງຈໍາປາສັກ, ອຸດົມໄຊ, ໄຊຍະບູລີ ແລະ ສາລະວັນ (ຕາມຂໍ້ມູນຂອງ ທະນາຄານແຫ່ງ ສປປ ລາວ ແມ່ນມີ 11 ພາກສ່ວນ ໃນນັ້ນມີ 1 ກະຊວງ ແລະ 10 ແຂວງ).

https://www.facebook.com/photo/?fbid=991721935693546&set=a.598819744983769

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/