ໄຮ້ປາຕິຫານ! ເຈົ້າໜ້າທີ່ຖະແຫຼງການ ເຮືອດຳນໍ້າ Titan ລະເບີດກ້ອງທະເລ ຜູ້ໂດຍສານທັງ 5 ຄົນ ເສຍຊີວິດແລ້ວ


ເຊົ້າມືດຂອງວັນທີ 23​ ມິຖຸນາ ເຈົ້າໜ້າທີ່ຍາມແຄມຝັ່ງຂອງສະຫະລັດ ອາເມຣິກາ ອອກຖະແຫຼງການວ່າ ຜູ້ໂດຍສານຂອງເຮືອດຳນໍ້າ Titan ທັງ 5 ຄົນທີ່ສູນຫາຍໄປລະຫວ່າງການສຳຫຼວດເບິ່ງຊາກເຮືອ Titanic ນັ້ນໄດ້ເສຍຊີວິດໝົດແລ້ວ ຈາກເຫດເຮືອດຳນໍ້າລະເບີດ ແລະ ອາດບໍ່ສາມາດເກັບກູ້ສົບຜູ້ເສຍຊີວິດຂຶ້ນມາໄດ້.

ພົນຕີ ຈອນ ເມົາເກີ (John Mauger) ຫົວໜ້າໜ່ວຍຍາມແຄມຝັ່ງຂອງສະຫະລັດ ກ່າວວ່າ ຫຸ່ນຍົນເຮືອດຳນໍ້າໄຮ້ຄົນຂັບ (ROV) ຈາກເຮືອຂອງແຄນນາດາຄົ້ນພົບຊາກເຮືອດໍານໍ້າ Titan ໃນຕອນເຊົ້າຂອງວານນີ້ ຢູ່ຫ່າງຈາກຊາກຫົວເຮືອ Titanic ປະມານ 480 ແມັດ ດ້ວຍຄວາມເລິກ 4,000 ແມັດ ກ້ອງມະຫາສະໝຸດແອັດແລນຕິກ ແລະ ຕອນນີ້ຍັງບໍ່ສາມາດຮູ້ໄດ້ຊັດເຈນວ່າຈະສາມາດເກັບກູ້ສົບຜູ້ເສຍຊີວິດກັບຄືນມາໄດ້ຫຼືບໍ່.

ທາງດ້ານຂອງ OceanGate Expeditions ເຈົ້າຂອງບໍລິສັດໃຫ້ບໍລິການເຮືອດໍານໍ້າລຳດັ່ງກ່າວກໍອອກຖະແຫຼງການວ່າ: “ຜູ້ຄົນເຫຼົ່ານັ້ນຄືນັກສຳຫຼວດທີ່ແທ້ຈິງ ເຊິ່ງມີຈິດວິນຍານຂອງນັກຜະຈົນໄພຢ່າງຊັດເຈນ ແລະ ມີຄວາມຫຼົງໃຫຼຢ່າງເລິກເຊິ່ງໃນການສຳຫຼວດ ແລະ ປົກປ້ອງມະຫາສະໝຸດທົ່ວໂລກ ຫົວໃຈຂອງເຮົາຢູ່ກັບວິນຍານທັງ 5 ດວງນີ້ ຕະຫຼອດຈົນສະມາຊິກທຸກຄົນໃນຄອບຄົວຂອງພວກເຂົາ”.

ໂດຍຜູ້ໂດຍສານທັງ 5 ຄົນໃນເຮືອດຳນໍ້າລຳດັ່ງກ່າວປະກອບມີ: ສະຕັອກຕັນ ຣັສ ຜູ້ບໍລິຫານຂອງ OceanGate, ອາມິສ ຮາດິງ ມະຫາເສດຖີ ແລະ ນັກສໍາຫຼວດຊາວອັງກິດ, ພໍ ເຮັນຣີ ນາໂກເລັດ ອະດີດນາຍທະຫານລະດັບສູງຂອງກອງທັບເຮືອຝຣັ່ງ, ຊາຊາດາ ດາວູດ ນັກທຸລະກິດເຊື້ອສາຍອັງກິດ-ປາກີສະຖານ ແລະ ສຸເລມານ ດາວູດລູກຊາຍຂອງເຂົາ ອາຍຸ 19 ປີ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ສັນນິດຖານວ່າ ເຮືອດຳນໍ້າລຳດັ່ງກ່າວ ແມ່ນມີການລະເບີດຕັ້ງແຕ່ທຳອິດທີ່ຂາດການຕິດຕໍ່ໄປໃນວັນທີ 18 ມິຖຸນາ ແລ້ວ ແລະ ຜູ້ໂດຍສານທັງ 5 ແມ່ນເສຍຊີວິດ ທັງໝົດຕັ້ງແຕ່ເຮືອລະເບີດ ເນື່ອງຈາກແຮງດັນນໍ້າອັນມະຫານສານ.

ນັບເປັນອີກຄັ້ງໜຶ່ງທີ່ເຫດການເຮືອ Titanic ອັນເປັນຕຳນານໃນການເດີນເຮືອ ໄດ້ສ້າງຄວາມຮືຮາ ແລະ ເປັນທີ່ເວົ້າເຖິງກັນໄປທົ່ວໂລກ ຈາກການສູນຫາຍໄປຂອງເຮືອດຳນໍ້າທີ່ພະຍາຍາມຈະສຳຫຼວດເຮືອຍັກລຳນີ້ ທີ່ຈົມຢູ່ກ້ອງມະຫາສະໝຸດ ແອັດແລນຕິກ ມາເປັນເວລາກວ່າ 111ປີ.

ຂອບໃຈຂໍ້ມູນຈາກ: Reuter, BBC, Thestandard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/