ໄວໜຸ່ມໄທ ສ້າງແອັບພິເຄຊັນ ສຸຂະພາບ ເຊື່ອມຕໍ່ກັບ ຫູຟັງທາງການແພດ ແລະ ໃຊ້ AI ໃນການກວດຫາຄວາມຜິດປົກກະຕິຂອງຫົວໃຈ

ໄວໜຸ່ມໄທ-ສ້າງແອັບພິເຄຊັນ

ໄວໜຸ່ມໄທ ທີມ CS-M ຈາກໂຮງຮຽນ ປຣິນຣອຍແຍວ ມະຫາວິທະຍາໄລ ຄິດຄົ້ນສ້າງແອັບພິເຄຊັນເພື່ອສຸຂະພາບແບບໃໝ່ຂຶ້ນມາ ໂດຍການເຊື່ອມຫູຟັງທາງການແພດ (Stethoscope) ເຂົ້າກັບໂທລະສັບຂອງເຮົາ ແລ້ວນຳເທັກໂນໂລຢີ AI ເຂົ້າມາປະມວນຜົນ ເພື່ອກວດສອບຫາຄວາມຜີດປົກກະຕິຂອງຫົວໃຈ.

ໂດຍຜົນງານດັ່ງກ່າວໄດ້ມີຂຶ້ນ ໃນການແຂ່ງຂັນ Microsoft Imagine Cup Thailand 2023 ເຊິ່ງເປັນການແຂ່ງຂັນ ດ້ານເທັກໂນໂລຢີ ຂອງຄົນຮຸ່ນໃໝ່ ເພື່ອສະໜັບສະໜູນແນວຄິດສ້າງສັນ ຂອງນັກຮຽນ ແລະ ນັກສຶກສາ ໃນການນຳເທັກໂນໂລຢີຕ່າງໆ ມາຕໍ່ຍອດໃຫ້ດີຍິ່ງຂຶ້ນ.

ໄວໜຸ່ມໄທ-ສ້າງແອັບພິເຄຊັນ

ໂດຍແອັບພິເຄຊັນດັ່ງກ່າວມີຊື່ວ່າ CS-M Tool: Cardiac Self-Monitoring Tool ຫຼື ເຄື່ອງມືຊ່ວຍກວດສອບການເຕັ້ນຂອງຫົວໃຈດ້ວຍຕົນເອງ ເຊິ່ງເປັນການນໍາເອົາເທັກໂນໂລຢີ AI ເຂົ້າມາເຮັດວຽກຮ່ວມກັບ ຫູຟັງທາງການແພດ ແລະ ເຮັດວຽກຜ່ານ ແອັບພິເຄຊັນໃນໂທລະສັບ ເພື່ອໃຫ້ທຸກຄົນສາມາດກວດຫາຄວາມຜິດປົກກະຕິຂອງຫົວໃຈໄດ້ດ້ວຍຕົນເອງ.

ໂດຍ AI ຈະປະເມີນຈັງຫວະ, ຮູບແບບການເຕັ້ນ ແລະ ຄວາມຜິດປົກກະຕິຂອງຫົວໃຈ ແລະ ຈະສະແດງຜົນອອກມາເປັນຄ່າຕ່າງໆ ເພື່ອໃຫ້ຂໍ້ມູນກັບຄົນເຈັບ ຫຼື ຄົນທີ່ມີຄວາມສ່ຽງຈາກໂຣກຫົວໃຈ. ເທັກໂນໂລຢີດັ່ງກ່າວ ໄດ້ມີການທົດສອບຮ່ວມມກັບ ຄະນະແພດສາດ ແລະ ຄະນະວິສະວະກຳສາດ ມະຫາວິທະຍາໄລ ຊຽງໃໝ່ ແລະ ຜົນທີ່ອອກມາກໍປາກົດວ່າ ແອັບນີ້ສາມາດໃຊ້ງານໄດ້ຈິງ ຈົນສາມາດຄວ້າຮາງວັນຊະນະເລີດ ໃນດ້ານຂອງ ນະວັດຕະກຳ Health Tech ໄປຄອງໄດ້ສຳເລັດ.

ໄວໜຸ່ມໄທ-ສ້າງແອັບພິເຄຊັນ

ໂຄງການ Microsoft Imagine Cup Thailand 2023 ໄດ້ຈັດການແຂ່ງຂັນແບ່ງເປັນ 4​ ດ້ານຄື: Earth, Education, Health ແລະ Lifestyle ເຊິ່ງຜົນງານທີ່ຄວ້າຮາງວັນຊະນະເລີດ ໃນແຕ່ລະດ້ານ ຈະໄດ້ທຶນຈາກ Microsoft ມາພັດທະນາ ເພື່ອເຮັດໃຫ້ມີຄວາມສົມບູນຍິ່ງຂຶ້ນ.

ຂອບໃຈຂໍ້ມູນຈາກ: https://bit.ly/40oNdtL

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/