ໄວໜຸ່ມອັງກິດຖືກຫາມສົ່ງໂຮງໝໍ ເຫດຈາກສູບຢາສູບໄຟຟ້າ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ໄວໜຸ່ມອັງກິດທີ່ມີຊື່ວ່າ ໄຄລາ ໄບ ອາຍຸ 17 ປີ ໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍເມື່ອເດືອນພຶດສະພາທີ່ຜ່ານມາ ຫຼັງຈາກເປັນລົມໝົດສະຕິໄປ ເນື່ອງຈາກການຂາດອາກາດຫາຍໃຈ ສາເຫດມາຈາກປອດອັກເສບຈາກການສູບຢາສູບໄຟຟ້າ ເຊິ່ງທຽບເທົ່າການສູບຢາປົກກະຕິ 400 ກອກ ຫຼື ສະເລ່ຍ 57 ກອກຕໍ່ມື້.

ໂດຍໄຄລາ ເລີ່ມສູບຢາສູບໄຟຟ້າມາຕັ້ງແຕ່ຕອນອາຍຸ 15 ປີ ຫຼັງຈາກເຫັນໝູ່ທີ່ໂຮງຮຽນເລີ່ມໃຊ້ກັນ ໂດຍຕາມລາຍງານວ່າ ໄວໜຸ່ມຄົນນີ້ສູບຢາສູບໄຟຟ້າຮອດ 4,000 puff ຕໍ່ອາທິດ ຫຼື ທຽບເທົ່າຢາສູບແບບປົກກະຕິຮອດ 400 ກອກຕໍ່ມື້ ເຮັດໃຫ້ປອດໂພງຈາກຟອງອາກາດຂະໜາດນ້ອຍ ແລະ ເມື່ອລົມໃນເຍື່ອຫຸ້ມປອດແຕກ ອາກາດຈະເຂົ້າໄປຊ່ອງເອິກ ເຮັດໃຫ້ເກີດພາວະປອດບວມ.

ໂດຍຕົວຂອງໄຄລາເອງຕ້ອງໄດ້ຜ່າຕັດດົນນານເຖິງ 5 ຊົ່ວໂມງ ເພື່ອໃຫ້ແພດນຳເອົາຊີ້ນຂອງປອດບາງສ່ວນອອກ ຫຼັງຈາກເກືອບເຂົ້າສູ່ພາວະຫົວໃຈຢຸດເຕັ້ນ ເມື່ອຕ້ອງທຸກທົນນຳມັນ ໄຄລາກໍໄດ້ອອກມາເຕືອນໃຫ້ເດັກນ້ອຍທັງຫຼາຍໃຫ້ເຊົາສູບຢາສູບໄຟຟ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/