ໄມເຄິລ ວ່າງ ກຽມລົງສະໜາມນັດທຳອິດ ພາທີມຊາດລາວ ພົບກັບ ເນປານ ໃນ FIFA DAY ແລງມື້ນີ້ ເວລາ 19:15 ໂມງ

ໄມເຄິລ-ວ່າງ-ກຽມລົງສະໜາມນັດທຳອິດ

ໄມເຄິລ ວ່າງ ນັກເຕະລູກຊອດລາວ-ອາເມຣິກາ ຈາກສະໂມສອນໃນສະຫະລັດອາເມຣິກາ ກຽມລົງສະໜາມນັດທຳອິດ ໃນຖານະນັກເຕະຂອງທີມຊາດລາວ ພົບກັບ ທີມຊາດ ເນປານ ໃນການແຂ່ງຂັນເພື່ອຊິງຂັນນາຍົກປະເທດເນປານ (FIFA day) ໃນຕອນແລງຂອງມື້ນີ້ ເວລາ 19:15  ໂມງ.

ໂດຍ ໄມເຄິລ ວ່າງ ໄດ້ເດີນທາງມາຈາກ ສະໂມສອນ Portland Timbers II (MLS Next Pro) ທີ່ ສະຫະລັດ ອາເມຣິກາ ເພື່ອເກັບຕົວກັບທີມຊາດລາວຕັ້ງແຕ່ວັນທີ 14​ມີນາ ທີ່ຜ່ານມາ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນ FIFA DAY ທີ່ປະເທດ ເນປານ ໃນລະຫວ່າງວັນທີ 22-31 ມີນານີ້.

ໄມເຄິລ-ວ່າງ-ກຽມລົງສະໜາມນັດທຳອິດ

ໄມເຄິລ ວ່າງ ດາວດວງໃໝ່ຂອງທີມຊາດລາວ ເປີດເຜີຍວ່າ: “ຮູ້ສຶກດີໃຈຫຼາຍທີ່ໄດ້ກັບມາຮັບໃຊ້ບ້ານເກີດຂອງພໍ່ກັບແມ່. ເປັນເລື່ອງທີ່ດີຫຼາຍສຳລັບວົງການບານເຕະ ທີ່ໄດ້ມີການພັດທະນາຂຶ້ນມາຫຼາຍໃນໄລຍະຊຸມປີທີ່ຜ່ານມາ  ຂ້ອຍຮູ້ສຶກດີຫຼາຍ ແລະ ຕື່ນເຕັ້ນກັບການແຂ່ງຂັນນັດທຳອິດຂອງເຮົາທີ່ຈະມາຮອດນີ້ ແລະ ຂ້ອຍຈະເຮັດໃຫ້ດີທີ່ສຸດ ໃນຖານະນັກເຕະ ຂອງທີມຊາດລາວ”

ໄມເຄິລ-ວ່າງ-ກຽມລົງສະໜາມນັດທຳອິດ

ໂດຍທີມຊາດລາວ ຊຸດນີ້ ແມ່ນຈະນຳທັບໂດຍ ສຸກອາພອນ ວົງຈຽງຄໍາ ກອງກາງປະສົບການສູງ ພາຍໃນທີມກຽມນໍາພານ້ອງໆລົງແຂ່ງຂັນລາຍການດັ່ງກ່າວ ໂດຍນັກເຕະທີ່ໜ້າຈັບຕາກໍມີ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຈາກ ຊ້າງນ້ອຍ ເອັຟຊີ ແລະ ແນ່ນອນ ໄມເຄິລ ວ່າງ ນັກເຕະ ດາວຮຸ່ງ ເຊື້ອສາຍລາວ ຈາກອາເມຣິກາ. ແຕ່ໜ້ເສຍດາຍ ທີ່ທີມຊາດລາວຊຸດນີ້ ປາສະຈາກ ຊື່ຂອງ ບິນລີ້ ເກດແກ້ວພົມພອນ ກອງໜ້າຄົນສຳຄັນຂອງທີມຊາດລາວ (ສາເຫດຍັງບໍ່ເປັນທີ່ຊັດເຈນ).

ໄມເຄິລ-ວ່າງ-ກຽມລົງສະໜາມນັດທຳອິດ

ສຳລັບການແຂ່ງຂັນໃນຄັ້ງນີ້ຈະມີທັງໝົດ 3 ທີມເຂົ້າຮ່ວມ ປະກອບມີ:​ ເນປານ (ເຈົ້າພາບ); ສປປ ລາວ ແລະ ບູຖານ ເຊິ່ງຈະເປັນການແຂ່ງຂັນແບບພົບກັນໝົດ ຄັດເອົາອັນດັບ 1 ແລະ ອັນດັບ 2 ເຂົ້າໄປຊິງຊະນະເລີດ ໂດຍຕາຕະລາງແຂ່ງຂັນທຸກໆນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu ປະເທດເນປານ ມີດັ່ງນີ້:

– ເວລາ 19:15  ໂມງວັນທີ 22 ມີນາ 2023 ທີມຊາດເນປານ ພົບ ທີມຊາດລາວ

– ເວລາ 19:15  ໂມງວັນທີ 25 ມີນາ 2023 ທີມຊາດລາວ ພົບ ທີມຊາດບູຖານ

– ເວລາ 19:15  ໂມງວັນທີ 28 ມີນາ 2023 ທີມຊາດເນປານ ພົບ ທີມຊາດບູຖານ

– ເວລາ 19:15 ໂມງ

ວັນທີ 31 ມີນາ 2023 ຮອບຊິງຊະນະເລີດ (ທີມອັນດັບ 1 ຊິງກັບ ທີມອັນດັບ 2)

ໄມເຄິລ-ວ່າງ-ກຽມລົງສະໜາມນັດທຳອິດ

ໃນການແຂ່ງຂັນ ເນປານຖືເປັນຕົວເຕັງໃນການຄວ້າແຊ້ມໃນລາຍການນີ້ ເພາະຖືເປັນທີມທີ່ມີອັນດັບ FIFA RANKING ທີ່ສູງກວ່າທີມອື່ນ ໂດຍມີອັນດັບ FIFA RANKING ອັນດັບທີ 175 ຂອງໂລກ ມີນັກເຕະຜູ້ຫຼິ້ນປະສົບການສູງຫຼາຍຄົນ ບວກກັບຄວາມເປັນເຈົ້າພາບ. ສ່ວນອີກສອງທີມ ບູຖານແມ່ນມີອັນດັບ FIFA RANKING ອັນດັບທີ 185 ຂອງໂລກ ແລະ ສປປ ລາວ ແມ່ນມີອັນດັບ FIFA RANKING ອັນດັບທີ 187 ຂອງໂລກ. ແຕ່ກໍຍັງຖືວ່າບໍ່ຫ່າງໄກກັນຫຼາຍ ແລະ ສຳລັບກິລາທີ່ໃຊ້ບານໜ່ວຍກົມໆ ມີລົມທາງໃນ ແມ່ນຖືວ່າທຸກສິ່ງສາມາດເກີດຂຶ້ນໄດ້ສະເໝີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/