ໄທ ຫຼຸດຄ່າທຳນຽມວີຊ່າແຮງງານ 4 ປະເທດ ລາວ ກຳປູເຈຍ ມຽນມາ ຫວຽດນາມ ສົ່ງເສີມການຈ້າງງານທີ່ຖືກກົດໝາຍ


ໄທປະກາດຄ່າທຳນຽມໃໝ່ສຳລັບການກວດສອບວີຊ່າ ແລະ ຄຳຂໍອະນຸຍາດຢູ່ຕໍ່ໃນປະເທດໄທຊົ່ວຄາວ ສຳລັບແຮງງານຕ່າງປະເທດຄື: ລາວ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ທີ່ເຂົ້າມາເຮັດວຽກຢູ່ໄທຕາມສັນຍາຈ້າງງານ ຫຼື ຕາມບັນທຶກຄວາມເຂົ້າໃຈ (MOU) ດ້ວຍຄວາມຮ່ວມມືດ້ານການຈ້າງງານ ໂດຍມີຜົນ 4 ປີ ເພື່ອສົ່ງເສີມການຈ້າງງານທີ່ຖືກກົດໝາຍ ແລະ ແກ້ໄຂບັນຫາການເຂົ້າເມືອງຢ່າງຜິດກົດໝາຍ ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 10 ພະຈິກ 2023 ນີ້.

ພ້ອມກັນນີ້ ຄ່າທຳນຽມຄຳຂໍອະນຸຍາດສຳລັບການຢູ່ຕໍ່ໃນປະເທດໄທ ຈະປັບຫຼຸດລົງຈາກ 1,900 ບາດ ເຫຼືອ 500 ບາດ. ໃນຂະນະທີ່ລັດຖະບານໄທ ຫວັງວ່າຄ່າທຳນຽມທີ່ຫຼຸດລົງຈະກະຕຸ້ນໃຫ້ແຮງງານຕ່າງດ້າວເດີນທາງເຂົ້າໄທຖືກຕາມກົດໝາຍ ເພື່ອໃຫ້ໝັ້ນໃຈວ່າແຮງງານຈະໄດ້ຮັບການຄຸ້ມຄອງພາຍໃຕ້ກົດໝາຍແຮງງານໄທ ແລະ ມີສ່ວນສະໜັບສະໜູນລະບົບປະກັນສັງຄົມຂອງປະເທດ.

ກົດກະຊວງນີ້ສອດຄ່ອງກັບແນວທາງຂອງລັດຖະບານໃນການຄຸ້ມຄອງການຈ້າງແຮງງານຕ່າງດ້າວ ເພື່ອເສີມສ້າງຂີດຄວາມສາມາດ ໃນການແຂ່ງຂັນຂອງປະເທດ ແລະ ສະໜັບສະໜູນການຟື້ນຕົວຂອງເສດຖະກິດ. ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງການຫຼຸດຄ່າທຳນຽມຖືເປັນວິທີການແບ່ງເບົາພາລະທາງການເງິນທັງລູກຈ້າງ ແລະ ນາຍຈ້າງ.

ຂໍ້ມູນຈາກ: ​AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/