ໄທ ກຽມຂຶ້ນທະບຽນ “ຜ້າຂາວມ້າ” ເປັນມໍລະດົກທາງວັດທະນະທຳ


ອີງຕາມການລາຍງານຂ່າວຂອງສຳນັກຂ່າວໄທ ໃຫ້ຊາບວ່າ “ຜ້າຂາວມ້າ” ແມ່ນໜຶ່ງໃນ Soft Power ຂອງໄທ ແລະ  ພວມຢູ່ໃນລະຫວ່າງການສະເໜີຂໍຂຶ້ນທະບຽນເປັນມໍລະດົກພູມປັນຍາທາງວັດທະນະທຳ (Intangible cultural heritage) ຕໍ່ອົງການ UNESCO.

ເມື່ອບໍ່ດົນມານີ້, ໂຄສົກປະຈຳສຳນັກງານລັດຖະມົນຕີຂອງໄທ ໄດ້ກ່າວວ່າ: ກົມສົ່ງເສີມວັດທະນະທຳ, ກະຊວງວັດທະນະທຳຂອງໄທ ໄດ້ນຳເອົາຜ້າຂາວມ້າ ເຊິ່ງເປັນໜຶ່ງໃນ “Soft Power” ຂອງໄທ ເຂົ້າຮ່ວມໃນງານສະແດງ World Dance Day 2023 ທີ່ຈັດຂຶ້ນຢູ່ປະເທດອິນໂດເນເຊຍ ເຊິ່ງເປັນງານທີ່ເປີດໂອກາດໃຫ້ເຍົາວະຊົນຊາວໜຸ່ມໄດ້ສະແດງຄວາມສາມາດທາງສິລະປະ-ວັດທະນະທຳຂອງແຕ່ລະປະເທດ ແລະ ກໍໄດ້ນຳເອົາຜ້າຂາວມ້າເຂົ້າປະກອບໃນການສະແດງ ຈົນໄດ້ຮັບສຽງຕົບມືຈາກຜູ້ຊົມດ້ວຍຄວາມປະທັບໃຈ ພ້ອມທັງມີຄົນຕ່າງປະເທດເຂົ້າມາຂໍຖ່າຍຮູບເປັນທີ່ລະນຶກຢ່າງຫຼວງຫຼາຍ.

ພ້ອມກັນນີ້, ທາງການໄທໄດ້ໃຫ້ຂໍ້ມູນຊາບຕື່ມອີກວ່າ ຜ້າຂາວມ້າ ແມ່ນມີມາແຕ່ສະໄໝພຸດທະສະຕະວັດທີ 16 ໂດຍໄດ້ຮັບອິດທິພົນມາຈາກຊາວໄທໃຫຍ່ທີ່ນຳໃຊ້ຜ້າຂາວມ້າມັດຫົວ ຕໍ່ມາຜູ້ຊາຍໄທໄດ້ນຳໃຊ້ຜ້າຂາວມ້າມາມັດແອວ ແລະ ຍັງປະຍຸກນຳໃຊ້ປະໂຫຍດຕ່າງໆເຊັ່ນ: ໃຊ້ນຸ່ງອາບນ້ຳ, ເຮັດຜ້າເຊັດຕົວ ແລະ ປູບ່ອນນອນ.

ທັງນີ້, ປະເທດໄທໄດ້ເຂົ້າເປັນພາຄີໃນອະນຸສັນຍາວ່າດ້ວຍການສະຫງວນ ແລະ ຮັກສາມໍລະດົກວັດທະນະທຳ (Convention for the Safeguarding of the Intangible Cultural Heritage) ເຊິ່ງປະເທດທີ່ເປັນສະມາຊິກ ສາມາດສະເໜີຊື່ລາຍການທີ່ເປັນຕົວແທນມໍລະດົກທາງວັດທະນະທຳຕໍ່ອົງການ UNESCO ໄດ້ ແລະ ໃນໄລຍະຜ່ານມາ ໄທໄດ້ສະເໜີຂຶ້ນທະບຽນໂຂນ ໃນປີ 2018, ຂຶ້ນທະບຽນນວດໄທ ໃນປີ 2019 ແລະ ຂຶ້ນທະບຽນຟ້ອນໂນລາ ໃນປີ 2021.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/