ໄດ້ເບິ່ງແນ່ນອນ! Squid Game Season 2 ຈະມາພາຍໃນປີນີ້


Squid Game ເປັນອີກໜຶ່ງໃນຊີຣີ້ທີ່ແຟນໆທົ່ວໂລກຕ່າງລໍຄອຍທີ່ຈະເບິ່ງຊີຊັນ 2 ແລະ ໃນມື້ນີ້ທາງ Netflix ໄດ້ອອກມາປະກາດວ່າ ທຸກຄົນຈະໄດ້ເບິ່ງ Squid Game Season 2 ພາຍໃນປີນີ້ຢ່າງແນ່ນອນ ເຊິ່ງຂໍ້ມູນດັ່ງກ່າວຖືກລະບຸໄວ້ໃນຈົດໝາຍທີ່ທາງ Netflix ສົ່ງໃຫ້ຜູ້ຖືຮຸ້ນ ລວມເຖິງລາຍລະອຽດໂປຣແກຣມຕ່າງໆໃນປີ 2024.

ເຖິງແມ່ນວ່າຍັງບໍ່ມີການເປີດເຜີຍເນື້ອຫາໃດໆທີ່ກ່ຽວຂ້ອງກັບ Season 2 ແຕ່ແຟນໆທີ່ລໍຖ້າມາ 3 ປີ ຕ່າງກໍຄາດຫວັງການກັບມາຄັ້ງນີ້ ແລະ ພ້ອມລໍຖ້າຟັງການປະກາດຕໍ່ໄປຈາກທາງ Netflix ວ່າ Squid Game Season 2 ຈະມີກຳນົດອອກສາຍສະຕຣີມມິງໃນເດືອນໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/