ໄຊຢາໄນດ໌ ກິ່ນຄືຖົ່ວອາວມອນແທ້ບໍ່?


ໄຊຢາໄນດ໌ແມ່ນສານເຄມີທີ່ມີພິດສູງ ແລະ ອອກລິດໄດ້ໄວ ສາມາດເປັນອັນຕະລາຍຕໍ່ຄົນຈົນເຖິງແກ່ຄວາມຕາຍ ແລະ ໃນໜັງສືບສວນສອບສວນນັ້ນມັກຈະໃຊ້ໄຊຢາໄນດ໌ເປັນອາວຸດໃນການຄາຕະກຳ ເຊິ່ງເວລາທີ່ເຮົາເບິ່ງໜັງປະເພດດັ່ງກ່າວ ພວກເຮົາຈະເຫັນນັກສືບມັກເວົ້າວ່າໄຊຢາໄນດ໌ກິ່ນຄືຖົ່ວອາວມອນ.

ເລື່ອງນີ້ແມ່ນແທ້ຫຼືບໍ່?

ຄຳຕອບແມ່ນ ໄຊຢາໄນດ໌ມີກິ່ນຂອງຖົ່ວອາວມອນແທ້ ແຕ່ວ່າບໍ່ແມ່ນຖົ່ວອາວມອນຫວານແບບທີ່ພວກເຮົາຫາໄດ້ທົ່ວໄປເຊັ່ນເຂົ້າໜົມອົບກິ່ນຖົ່ວອາວມອນ ຫຼື ນົມອາວມອນ ແຕ່ວ່າອາວມອນທີ່ມີກິ່ນຄືກັບໄຊຢາໄນດ໌ນັ້ນ ເອີ້ນວ່າ Bitter Almond ຫຼື ຖົ່ວອາວມອນຂົມ ທີ່ບໍ່ສາມາດຫາຊື້ໄດ້ທົ່ວໄປ, ເຊິ່ງໃນຄວາມເປັນຈິງນັ້ນ ອາວມອນຂົມມີສານໄຊຢາໄນດ໌ຢູ່ໃນໂຕຂອງມັນເອງຢູ່ແລ້ວ ເມື່ອທຸບແລ້ວເອົາໄປແຊ່ນ້ຳ ສານໄຊຢາໄນດ໌ໃນຖົ່ວຈະປ່ຽນເປັນ Hydrogen Cyanide ທີ່ລະເຫຍອອກກິ່ນຄືກັບໄຊຢາໄນດ໌ ນັ້ນເປັນອີກເຫດຜົນທີ່ວ່າເປັນຫຍັງໄຊຢາໄນດ໌ຈຶ່ງມີກິ່ນຄືອາວມອນຂົມ. ແຕ່ຍ້ອນວ່າອາວມອນຂົມບໍ່ສາມາດຫາໄດ້ທົ່ວໄປ ຄົນສ່ວນຫຼາຍບໍ່ເຄີຍເຫັນອາວມອນຂົມ ຈຶ່ງເປັນການເຂົ້າໃຈຜິດກັນໄປວ່າໄຊຢາໄນດ໌ກິ່ນຄືກັບອາວມອນຫວານນັ້ນເອງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/