ໄກ 3 ແມັດກໍສາກໄດ້!!! Motorola ກຽມເປີດຕົວເຄື່ອງສາກມືຖືໄຮ້ສາຍໄລຍະໄກໃນໄວໆນີ້


ລືມການສາກໂທລະສັບແບບ Wire-less ຫຼື ແບບສາຍໄປໄດ້ເລີຍ ເມື່ອເຮົາສາມາດສາກໂທລະສັບໄດ້ໄກເຖິງ 3 ເເມັດໂດຍຜ່ານເທັກໂນໂລຢີການສາກທີ່ເອີ້ນວ່າ Air Charging ແລະ ສາກໄດ້ພ້ອມກັນສູງສຸດເຖິງ 4 ໜ່ວຍ.

ໂດຍຜະລິດຕະພັນທີ່ວ່າມາ ຖືກພັດທະນາຂື້ນໂດຍ Motorola ເຊິ່ງກ່ອນໜ້ານີ້ທາງ Motorola ເອງກໍໄດ້ລອງຜະລິດ Air Charging ໃນໄລຍະ 1 ແມັດ ມາກ່ອນແລ້ວ ແລະ ສາມາດພັດທະນາຕໍ່ມາໄດ້ຈົນຮອດໄລຍະ 3 ແມັດ, ເຊິ່ງຕາມຂໍ້ມູນທີ່ທາງ Motorola ໄດ້ເຜີຍອອກມາຕື່ມອີກວ່າ Air Charging ຮຸ່ນນີ້ຍັງສາມາດສາກພ້ອມກັນໄດ້ເຖິງ 4 ໜ່ວຍ ໂດຍການວາງໂທລະສັບໄວ້ດ້ານໜ້າຂອງເຄື່ອງສາກໃນບໍລິເວນ 100 ອົງສາ ພາຍໃນໄລຍະ 3 ເເມັດ.

ໂດຍຕົວເຄື່ອງສາກເອງ Motorola Air Charging ຈະສາກຜ່ານອາກາດໂດຍການໃຊ້ເສົາອາກາດຈຳນວນ 1600 ເສົາ, ມີການຕັ້ງຄ່າເຄືອຂ່າຍ ແລະ ຊອບແວໃນການຄົ້ນຫາອຸປະກອນໃນບໍລິເວນທີ່ກຳນົດໄວ້ ພ້ອມກັບສາກພ້ອມກັນດ້ວຍໄຟທີ່ມີຄວາມສະຖຽນເພື່ອໃຫ້ສາກໄດ້ພ້ອມໆກັນ ເຊິ່ງການສາກແບບ Air charging ຂອງ Motorola ນີ້ ຍັງສາມາດສາກໂດຍທະລຸສິ່ງກີດຂວາງຕ່າງໆທີ່ບໍ່ໜາຫຼາຍເຊັ່ນ: ເຈ້ຍ, ໜັງສັດ ແລະ ອື່ນໆ ພາຍໃນເຮືອນໄດ້.

ສຳລັບ Motorola Air Charging ນີ້ ຍັງບໍ່ມີຂໍ້ມູນຢ່າງເປັນທາງການວ່າຈະມີການວາງຂາຍເມື່ອໃດ ແຕ່ທາງ Lenovo (ບໍລິສັດແມ່ຂອງ Motorola) ກໍໄດ້ກ່າວວ່າໃນໄວໆນີ້ ພວກເຮົາຈະໄດ້ພົບກັບລະບົບສາກໄກ 3 ແມັດໃນທ້ອງຕະຫຼາດຢ່າງແນ່ນອນ.

ທີ່ມາ: https://bit.ly/3BA0O5v

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/