ໃສ່ໃຈສິ່ງແວດລ້ອມ! ແຄລິຟໍເນຍກາຍເປັນລັດທຳອິດໃນສະຫະລັດອາເມຣິກາທີ່ປະກາດແບນຖົງພລາສຕິກໃສ່ອາຫານ ເລີ່ມປີ 2025

ສິ່ງແວດລ້ອມ

ສິ່ງແວດລ້ອມ

ຖົງພລາສຕິກເອີ້ນໄດ້ວ່າເປັນສັດຕູຕົວຮ້າຍຂອງສິ່ງແວດລ້ອມເລີຍກໍວ່າໄດ້ ເພາະນອກຈາກເປັນຂີ້ເຫຍື້ອພລາສຕິກທີ່ຍ່ອຍສະຫຼາຍໄດ້ຍາກແລ້ວ ມັນຍັງສາມາດສ້າງມົນລະພິດແລະທຳລາຍລະບົບນິເວດຕໍ່ແຫຼ່ງທີ່ຢູ່ອາໄສຂອງສິ່ງທີ່ມີຊີວິດອີກພ້ອມ. ດ້ວຍເຫດນັ້ນໃນໄລຍະທີ່ຜ່ານມາຫຼາຍປະເທດໃນໂລກໄດ້ພາກັນອອກມາປະກາດແບນການນໍາໃຊ້ພລາສຕິກ ແລະຫຼ້າສຸດນີ້ແຄລິຟໍເນຍກໍໄດ້ກາຍເປັນລັດທຳອິດຂອງສະຫະລັດອາເມຣິກາທີ່ປະກາດການຫ້າມນໍາໃຊ້ຖົງພລາສຕິກ.

ສິ່ງແວດລ້ອມ

ເມື່ອບໍ່ດົນມານີ້ Gavin Newsom ເຈົ້າຄອງນະຄອນຂອງລັດແຄລິຟໍເນຍ ໄດ້ເຊັນຜ່ານຮ່າງກົດໝາຍທີ່ໄດ້ກໍານົດໃຫ້ມີການແບນຖົງພລາສຕິກແບບໃຊ້ແລ້ວຖິ້ມ ປະເພດໃສ່ອາຫານສົດ ໂດຍມີກໍານົດເລີ່ມຕັ້ງແຕ່ຕົ້ນປີ 2025 ພ້ອມນັ້ນຍັງໄດ້ກໍານົດໃຫ້ນຳໃຊ້ຖົງເຈ້ຍທີ່ຣີໄຊເຄິລໄດ້ ຫຼື ສາມາດສະລາຍຕົວທາງຊີວະພາບໄດ້ ມາແທນປະເພດຖົງພລາສຕິກດັ່ງກ່າວ.

ສິ່ງແວດລ້ອມ

ໂດຍຖົງພລາສຕິກທີ່ປະກາດແບນນັ້ນເປັນປະເພດຖົງພລາສຕິກທີ່ພົບໄດ້ທົ່ວໄປໃນຊູເປີມາເກັດ ແລະຖືກໃຊ້ເພື່ອແຍກສິນຄ້າຕ່າງໆ ກ່ອນນຳໄປໄລ່ເງິນ ເຊິ່ງການແບນນີ້ແມ່ນຈະບໍ່ໄດ້ມີຜົນຕໍ່ຖົງພລາສຕິກໃສ່ຜັກແລະໝາກໄມ້ພຽງຢ່າງດຽວ ແຕ່ຍັງຄອບຄຸມເຖິງຖົງໃສ່ປາ, ຊີ້ນສັດ, ເບເກີຣີ່ ແລະ ບັນດາທັນຍະພືດອີກດ້ວຍ.

ສິ່ງແວດລ້ອມ

ທາງດ້ານ Nick Lapis ປະທານດ້ານການສົ່ງເສີມຄວາມສຳພັນຈາກກຸ່ມອະນຸລັກເຜີຍວ່າ ຖົງພລາສຕິກເຫຼົ່ານີ້ແມ່ນບໍ່ສາມາດຣີໄຊເຄິລໄດ້ ແລະຈັດເປັນຂີ້ເຫຍື້ອປົນເປື້ອນ ບໍ່ວ່າຈະຢູ່ໃນຖັງຂີ້ເຫຍື້ອປະເພດໃດກໍແລ້ວແຕ່ “ມັນປິວໄປທົ່ວຂຸມຟັງຂີ້ເຫຍື້ອ ປິວອອກຈາກລົດບັນທຸກຂີ້ເຫຍື້ອ ແລະເຂົ້າໄປຕິດກັບອຸປະກອນໃນໂຮງງານຣີໄຊເຄິລ ເປັນຜະລິດຕະພັນທີ່ມີບັນຫາແລະຍາກທີ່ຈະກໍາຈັດ” Nick ກ່າວ.

ສິ່ງແວດລ້ອມ

ໃນສ່ວນຂອງກຸ່ມອະນຸລັກສິ່ງແວດລ້ອມ Californians Against Waste ເຊິ່ງເປັນຜູ້ສະໜັບສະໜູນຮ່າງກົດໝາຍນີ້ກໍໄດ້ກ່າວເທິງເວັບໄຊວ່າ “ອາຍຸການໃຊ້ງານຂອງຖົງພລາສຕິກ 1 ຖົງແມ່ນສະເລ່ຍຢູ່ທີ່ 15 ນາທີເທົ່ານັ້ນ ແລະ ທຸກໆປີຈະມີການໃຊ້ຖົງພລາສຕິກຫຼາຍກວ່າ 100 ລ້ານລ້ານຖົງ”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/