ໃນວັນທີ 28 ສິງຫາ 2024 ທີ່ຜ່ານມາ ທາງເພຈ @ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ອອກມາໃຫ້ຄຳຕອບວ່າເປັນຫຍັງເຮົາຈຶ່ງຄວນໄດ້ຮັບວັກຊີນປ້ອງການມະເຮັງປາກມົດລູກ ກຸ່ມເປົ້າໝາຍແມ່ນໃຜ ແລະ ສາມາດຮັບວັກຊີນໄດ້ຢູ່ໃສແດ່?

🔸ເປັນຫຍັງເຮົ້າຈຶ່ງຄວນໄດ້ຮັບວັກຊີນປ້ອງການມະເຮັງປາກມົດລູກ

ມະເຮັງປາກມົດລູກແມ່ນສາມາດຕິດຕໍ່ໄດ້ທາງຜິວໜັງຕໍ່ຜິວໜັງ ແລະ ທີ່ສຳຄັນແມ່ນສາມາດຕິດຕໍ່ໄດ້ທາງອະໄວຍະວະເພດ ຫຼື ຈາກການມີເພດສຳພັນ ເຖິງວ່າເຮົາຈະໃສ່ຖົງຢາງອານາໄມແຕ່ກໍຍັງສາມາດຕິດໄດ້

ຫຼັງຈາກທີ່ຕິດເຊື້ອແລ້ວ ຜູ້ຕິດເຊື້ອຈະບໍ່ສາມາດຮູ້ໄດ້ທັນທີວ່າຕົນເອງຕິດເຊື້ອ ແລະ ບໍ່ມີອາການສະແດງໃຫ້ເຮົາຮູ້ໄດ້ທັນທີ ຈົນກວ່າເວລາຈະຜ່ານໄປ 10-20ປີ ຈຶ່ງຈະເລີ່ມມີອາການຕ່າງໆ

ດັ່ງນັ້ນການທີ່ເຮົາຈະຮູ້ໄດ້ວ່າຕົນເອງມີເຊື້ອນີ້ຫຼືບໍ່ ແມ່ນຕ້ອງໄດ້ຮັບການກວດຈາກທ່ານໝໍເທົ່ານັ້ນ

🔸ກຸ່ມເປົ້າໝາຍ

– ຕ້ອງເປັນເດັກຍິງ

– ອາຍຸ 10-14 ປີ

🔸ການກຽມຕົວກ່ອນສັກ

– ຕ້ອງກຽມຮ່າງກາຍໃຫ້ແຂງແຮງ ຖ້າມີໄຂ້ ຫຼື ເປັນປະຈຳເດືອນແລ້ວເມື່ອຍເກີນໄປແມ່ນບໍ່ສາມາດຮັບວັກຊີນໄດ້ໃນມື້ນັ້ນ

🔸ເວລາ ແລະ ສະຖານທີ່ຮັບວັກຊີນ

ໃນຊ່ວງເດືອນ 9 ເປິດເທີມໃໝ່ຄູ-ອາຈານ ແມ່ນຈະເລີ່ມເກັບກຳຂໍ້ມູນຂອງກຸ່ມເປົ້າໝາຍ ເພື່ອຈະໄດ້ເລີມຮັບວັກຊີນໃນຕົ້ນເດືອນ10 ຫຼື ຜູ້ປົກຄອງສາມາດນຳເອົາລູກຂອງທ່ານໄປຮັບວັກຊີນໄດ້ໃນສະຖານທີ່ບໍລິການທີ່ໃກ້ບ້ານທ່ານ ເປັນຕົ້ນແມ່ນ ສຸກສາລາ, ໂຮງໝໍເມືອງ ຫຼື ໂຮງໝໍທີ່ໃກ້ບ້ານ ແລະ ຍັງມີໜ່ວຍເຄື່ອນທີ່ລົງບ້ານ ສຳລັບເດັກຍິງທີ່ບໍ່ໄດ້ເຂົ້າໂຮງຮຽນ

✅ກຸ່ມເປົ້າໝາຍດົ່ງກ່າວແມ່ນຈະໄດ້ຮັບວັກຊີນຟຣີແບບບໍ່ເສຍຄ່າ

ສຳລັບກຸ່ມທີ່ອາຍຸເກີນ 14ປີ ແມ່ນສາມາດຮັບວັກຊີນໄດ້ຕາມສະຖານບໍລິການແຫ່ງອື່ນໆທີ່ບໍ່ແມ່ນຂອງລັດ ແລະ ຈະມີການເສຍຄ່າບໍລິການ ໃນການຮັບວັກຊີນດັ່ງກ່າວ

🔸ຜົນຂ້າງຄຽງຫຼັງຮັບວັກຊີນ

-ຈະມີການເຈັບປວດຢູ່ບໍລິເວນທີ່ສັກ ແລະ ບາງຄົນອາດຈະມີໄຂ້ ເປັນຜົນຂ້າງຄຽງປົກກະຕິຂອງການຮັບວັກຊີນ

ສາມາດຟັງຂໍ້ມູນເພີ່ມຕື່ມໄດ້ທີ່: https://www.facebook.com/CCEH.MoH.Lao/videos/430716850118401

#laoX#HPV#ມະເຮັງປາກມົດລູກ#ຂ່າວພາຍໃນ