ໃນປີ 2022 ສະຫະລັດອາເມຣິກາ ມີຍອດຂາຍອາວຸດເພີ່ມຂຶ້ນ 49% ແລະ ສາມາດບັນລຸຍອດຂາຍໄດ້ທັງໝົດ ຫຼາຍກວ່າ 205 ຕື້ໂດລາ

ສະຫະລັດອາເມຣິກາ

ສະຫະລັດອາເມຣິກາ ຖືເປັນອີກໜຶ່ງປະເທດມະຫາອຳນາດຂອງໂລກ ນັບຕັ້ງແຕ່ຈົບສົງຄາມໂລກຄັ້ງທີ 2 ທີ່ມີຄວາມພ້ອມທັງໃນດ້ານເສດຖະກິດ ແລະ ຄວາມໝັ້ນຄົງ ໂດຍສະເພາະດ້ານກຳລັງທະຫານ ແລະ ອາວຸດຍຸດໂທປະກອນ. ຫຼ້າສຸດ ກະຊວງການຕ່າງປະເທດໄດ້ລາຍງານຕົວເລກເມື່ອວັນທີ 25 ມັງກອນທີ່ຜ່ານມານີ້ ວ່າ ໃນປີ 2022 ສະຫະລັດອາເມຣິກາ ມີຍອດຂາຍອາວຸດເພີ່ມຂຶ້ນ 49% ແລະ ສາມາດບັນລຸຍອດຂາຍໄດ້ທັງໝົດເຖິງ 205 ຕື້ໂດລາ.

ໂດຍໃນບັນດາລາຍການຂາຍຕ່າງໆ ທີ່ທາງລັດຖະບານ ອາເມຣິກາໄດ້ອະນຸມັດ ໃນນັ້ນລວມເຖິງ ການຂາຍເຮືອບິນສູ້ຮົບ F-15ID ຫຼາຍລໍາ ມູນຄ່າກວ່າ 13,9 ຕື້ໂດລາ ໃຫ້ແກ່ອິນໂດເນເຊຍ, ເຮືອສູ້ຮົບເທິງໜ້ານໍ້າ Multi-Mission Surface Combatant ships ມູນຄ່າ 6,9 ຕື້ໂດລາ ໃຫ້ແກ່ ປະເທດ ກຣີກ ແລະ ລົດຖັງ M1A2 Abrams ມູນຄ່າກວ່າ 6 ລ້ານໂດລາ ໃຫ້ແກ່ປະເທດ ໂປແລນ.

ສະຫະລັດອາເມຣິກາ

ເຊິ່ງທັງ​ 3 ລາຍການນີ້ເປັນການຂາຍຂອງບໍລິສັດ ເອກະຊົນ ທີ່ຂຶ້ນກັບ ລັດຖະບານເຊິ່ງປະກອບມີ: ບໍລິສັດ General Dynamics Corp (GD.N) ຜູ້ຜະລິດລົດຖັງ M1A2 Abrams, ບໍລິສັດ Boeing (BA.N) ຜູ້ຜະລິດ ເຮືອບິນສູ້ຮົບ F-15ID ແລະ ບໍລິສັດ Lockheed Martin Corp (LMT.N) ຜູ້ຜະລິດ ເຮືອສູ້ຮົບເທິງໜ້ານໍ້າ Multi-Mission Surface Combatant ships.

ສະຫະລັດອາເມຣິກາ

ໂດຍການຕິດຕໍໍ່ຊື້ອາວຸດຈາກອາເມຣິກາຂອງແຕ່ລະປະເທດນັ້ນ ຈະມີຢູ່ 2 ວິທີຫຼັກໆ ກໍຄື: ຕິດຕໍ່ຂໍຊື້ຈາກບໍລິສັດ ຄ້າຂາຍອາວຸດຂອງອາເມຣິກາເຊັ່ນ General Dynamics Corp ຫຼື Boeing ແລະ ອີກວິທີໜຶ່ງກໍຄື ຕິດຕໍ່ຊື້ຂາຍຜ່ານເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ທີ່ຈະປະຈຳຢູ່ຕາມສະຖານທູດຕ່າງໆ ໃນແຕ່ລະປະເທດ ເຊິ່ງທັງ 2 ວິທີນີ້ ຕ້ອງໄດ້ຮັບອະນຸມັດຈາກລັດຖະບານ ອາເມຣິກາ ກ່ອນຈຶ່ງສາມາດຊື້ຂາຍໄດ້.

ສະຫະລັດອາເມຣິກາ

ໃນປີ 2022 ທີ່ຜ່ານມາ ຍອດຂາຍອາວຸດລະຫວ່າງລັດຖະບານຕ່າງປະເທດ ແລະ ບໍລິສັດຄ້າຂາຍອາວຸດຂອງອາເມຣິກາ ເພີ່ມຂຶ້ນ 48,6% ເປັນ 153,7 ຕື້ໂດລາ ຈາກ 103 ຕື້ໂດລາໃນປີ 2021. ໃນຂະນະທີ່ ມູນຄ່າການຊື້ຂາຍ ອາວຸດໂດຍກົງ ລະຫວ່າງລັດຖະບານຕ່າງຊາດ ແລະ ລັດຖະບານ ອາເມຣິກາ ນັ້ນ ເພີ່ມຂຶ້ນ 49,1% ເປັນ 51,9 ຕື້ໂດລາ ຈາກ 34,8 ຕື້ໂດລາ ເມື່ອປີ 2021.

ຂອບໃຈຂໍ້ມູນຈາກ: https://reut.rs/3WTW8kN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/