ໂອກາດຂອງນັກລົງທຶນ! FDI ໃນ​ອຸດ​ສາ​ຫະ​ກໍາ​ແບັດເຕີຣີ EV ຂອງ​ອິນ​ໂດ​ເນ​ເຊຍ​ເພີ່ມ​ຂຶ້ນ​ຫຼາຍເຖິງ 20 ຕື້​ໂດ​ລາ​


ອິນ​ໂດ​ເນ​ເຊຍ​ມຸ່ງ​ໄປ​ເຖິງ​ຄວາມ​ສຳ​ເລັດ​ໃນ​ອຸດ​ສາ​ຫະ​ກຳ​ແບັດ​ເຕີ​ຣີ EV, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ທີ່ເພີ່ມສູງຂຶ້ນ, ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ສົດ​ໃສ​ດ້ານ​ຂະ​ແໜງ​ການ​ຜະ​ລິດ.

ບົດລາຍງານຫຼ້າສຸດຈາກ JLL, ບໍລິສັດທີ່ປຶກສາດ້ານອະສັງຫາລິມະຊັບຊັ້ນນໍາ ແລະບໍລິການຄຸ້ມຄອງ ໄດ້ເປີດເຜີຍເຖິງການຂະຫຍາຍຕົວຢ່າງກ້າວກະໂດຂອງ FDI ໃນອຸດສາຫະກໍາການຜະລິດແບັດເຕີຣີ EV ຂອງອິນໂດເນເຊຍ, ດ້ວຍຕົວເລກ FDI ເພີ່ມຂຶ້ນຈາກໜ້ອຍກວ່າ 2 ຕື້ໂດລາຈົນໄປແຕະ 20 ຕື້​ໂດ​ລາ​ສະຫະລັດໃນປີ 2023,

ໂດຍແຮງຈູງໃຈຕົ້ນຕໍແມ່ນມາຈາກນະໂຍບາຍສະໜັບສະໜູນຂອງລັດຖະບານ ຜ່ານ​ມາດ​ຕະ​ການ​ຫຼຸດ​ຜ່ອນ​ພາ​ສີ​ ແລະ ​ຜົນ​ປະ​ໂຫຍດ​ຕ່າງໆເພີ່ມ​ເຕີມໃຫ້ກັບອຸດ​ສາ​ຫະ​ກໍາ​ແບັດເຕີຣີ EV, ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເປີດ​ເສລີ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດສາມາດ​ເປັນ​ເຈົ້າ​ຂອງກິດຈະການໄດ້ 100%.

ອິນ​ໂດ​ເນ​ເຊຍ​ມີ​ທ່າ​ແຮງ​ອັນ​ໃຫຍ່​ຫຼວງ​ໃນ​ຖານະທີ່​ເປັນ​ຜູ້​ຫຼິ້ນ​ທີ່​ສຳຄັນ ຂອງຫ່ວງໂສ້ອຸປະທານ EV ລະດັບໂລກດ້ວຍເຫດຜົນດັ່ງຕໍ່ໄປນີ້:

  • ເປັນແຫຼ່ງຊັບພະຍາກອນທີ່ສໍາຄັນ: ອິນໂດເນເຊຍມີແຫຼ່ງ nickel ສຳຮອງຢູ່ໃນອັນດັບຕົ້່ນໆຂອງໂລກ, nickel ເປັນແຮ່ທາດທີ່ສຳຄັນໃນການຜະລິດແບດເຕີຣີ EV.
  • ນະໂຍບາຍສະໜັບສະໜູນ: ລັດຖະບານໃຫ້ການສະໜັບສະໜູນທີ່ເຂັ້ມແຂງ. ມຸ່ງ​ໄປ​ເຖິງ​ການ​ຊຸກ​ຍູ້​ໃຫ້​ປະ​ເທດ​ເປັນ​ສູນ​ກາງ​ການ​ຜະ​ລິດ EV ໃນ​ໂລກ.
  • ແຮງງານ: ອິນໂດເນເຊຍມີປະຊາກອນ ແລະ ກຳລັງແຮງງານຂະໜາດໃຫຍ່.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໂອກາດ​ບໍ່​ໄດ້​ຈຳກັດ​ຢູ່​ພຽງ​ອິນ​ໂດ​ເນ​ເຊຍ​ຢ່າງ​ດຽວ ຍັງມີປະເທດອື່ນໆໃນເຂດອາຊີຕາເວັນອອກສຽງໃຕ້ ເຊັ່ນ: ຫວຽດນາມ, ໄທ, ຟີລິບປິນ, ມາເລເຊຍ, ສິງກະໂປ ແລະ ອິນເດຍ ເຊິ່ງຈະໄດ້ຮັບຜົນປະໂຫຍດຈາກການຍົກຍ້າຍຖານການຜະລິດໃນຄັ້ງນີ້ເຊັ່ນກັນ.

Michael Ignatiadis ຫົວໜ້າຝ່າຍກົນລະ​ຍຸດ​​ການ​ຜະລິດ​ໃນອາຊີ-ປາຊີ​ຟິກຂອງ JLL ​ເຫັນ​ວ່າ​ ສ່ວນ​ໜຶ່ງ​ຂອງ​ການ​ດຶງ​ດູດ​ນັກ​ລົງທຶນ​ມາ​ຈາກ ຄວາມຫຼາກຫຼາຍຂອງຄວາມສ່ຽງດ້ານຫ່ວງໂຊ້ອຸປະທານ, ພ້ອມ​ກັບ​ສັກກະຍາພາບຂອງ​ພາກ​ພື້ນ​ທີ່​ມີ​ປະຊາກອນ ​ແລະ ກຳລັງ​ແຮງ​ງານ​ຫຼາຍ, ຕົ້ນທຶນໃນການຜະລິດທີ່ເອື້ອອໍານວຍ ແລະ ຜົນປະໂຫຍດທີ່ຫນ້າສົນໃຈຕ່າງໆ.

ໃນດ້ານ Agus Kartasasmita, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ອິນ​ໂດ​ເນ​ເຊຍ ຄາດ​ວ່າ​ຈະ​ຜະລິດ​ລົດ EV ​ໃຫ້​ໄດ້ 600.000 ຄັນ​ໃນ​ປີ 2030.

ນອກຈາກອຸດສາຫະກໍາລົດ ​ຍັງ​ມີ​ກຸ່ມ​ທຶນ​ເພີ່ມ​ເຕີມ​ຈາກ​ຈີນ​ທີ່​ຄ່ອຍໆ​ທະຍອຍເຂົ້າມາລົງ​ທຶນ​ໃນ​ອຸດ​ສາ​ຫະ​ກຳ​ແຜ່ນ​ແພ, ໂລຫະ​ພື້ນ​ຖານ, ເຄມີ, ການ​ຢາ ​ແລະ ​ອາຫານອີກດ້ວຍ.

ທີ່ມາ:

facebook

techinasia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/