ໂຄອາລ້າຜູ້ມີຮັກແທ້ ນັ່ງເຝົ້າຄູ່ຂອງຕົນເອງ 12 ຊົ່ວໂມງບໍ່ຈາກໄປໃສ ເຖິງແມ່ນວ່າອີກໂຕຈະຈາກໄປແລ້ວ


ຂຶ້ນຊື່ວ່າສັດ ບາງຄົນອາດບໍ່ຄິດວ່າພວກມັນມີຄວາມຄິດຈິດໃຈ ຕ່າງກັບໝີໂຄອາລ້າຕົວນີ້ ນ້ອງຊື່ວ່າ ມອນຕີ້ ນ້ອງເປັນໂຄອາລ້າທີ່ຖືກຊ່ວຍເຫຼືອຈາກວິກິດໄຟປ່າອອສເຕຣເລຍຄັ້ງໃຫຍ່ໃນປີ 2020 ແລະ ຖືກປ່ອຍກັບຄືນສູ່ທຳມະຊາດເພື່ອໄປຢູ່ກັບຝູງຂອງມັນ.

ແຕ່ອາທິດທີ່ຜ່ານມາ ເກີດມີຄິບວິດີໂອໜຶ່ງ ເປັນກະແສໃນເຟສບຸກ ຜູ້ໂພສຊື່ວ່າ Daniella Eilers ໃນວິດີໂອມີໝີໂຄອາລ້າສອງໂຕ ໂຄອາລ້າໂຕໜຶ່ງນັ້ນກໍຄືມອນຕີ້ ກຳລັງຈັບໂຄອາລ້າອີກໂຄທີ່ກຳລັງນອນຢູ່ທີ່ຕີນຕົ້ນໄມ້, ເຊິ່ງ Daniella ໄດ້ຂຽນຄຳບັນຍາຍວ່າ:

“ມອນຕີ້ ເພື່ອນໂຄອາລ້າຂອງຂ້ອຍ ໄດ້ສູນເສຍຄູ່ຮັກຂອງມັນໄປ ເມື່ອອາທິດທີ່ຜ່ານມາ, ຄູ່ຮັກຂອງມັນຈາກໄປໂດຍການຕົກຈາກຕົ້ນໄມ້, ພວກເຮົາເສົ້າເສຍໃຈກັບເຫດການຄັ້ງນີ້ຫຼາຍ, ພວກເຮົາພາກັນຮ້ອງໄຫ້ ມອນຕີ້ນັ່ງເຝົ້າຄູ່ຮັກຂອງມັນເປັນເວລາ 12 ຊົ່ວໂມງຕັ້ງແຕ່ຄູ່ຮັກຂອງມັນຕາຍ”

ທີ່ມາ: https://www.facebook.com/reel/756551703088966

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/