ແຮງງານລາວ ໄຫຼອອກໄປເຮັດວຽກຕ່າງປະເທດຫຼາຍກວ່າ 400,000 ຄົນ ສົ່ງເງິນກັບປະເທດກວ່າ 52 ລ້ານໂດລາ


ຮອດປັດຈຸບັນ ມີແຮງງານລາວໄຫຼອອກໄປເຮັດວຽກຢູ່ຕ່າງປະເທດ ທັງແບບຖືກກົດໝາຍ ແລະ ຜິດກົດໝາຍຈຳນວນຫຼາຍກວ່າ 400,000 ຄົນແລະ ໄດ້ສົ່ງເງິນຄືນກັບມາປະເທດຫຼາຍກວ່າ 52 ລ້ານໂດລາ ສະຫະລັດ.

ໂຕເລກດັ່ງກ່າວ ຖືກລາຍງານໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ  ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງຄຳຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX  ວັນທີ 13 ມິຖຸນາ 2024.

ທ່ານ ກ່າວວ່າ: ປັດຈຸບັນ, ມີແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ 212,795 ຄົນ, ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203,161 ຄົນ ແລະ ໄດ້ສົ່ງເງິນກັບຄືນປະເທດ ປະມານ 52,110,000 ໂດລາສະຫະລັດຕໍ່ເດືອນ.

ດ້ວຍສະພາບການເສດຖະກິດ ເງິນຕາອ່ອນຄ່າ ແລະ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງ ຄ່າຈ້າງທີ່ຕ່ຳສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງແຮງງານລາວ ເຮັດໃຫ້ແຮງງານມີທ່າອ່ຽງທີ່ຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດເພີ່ມຂຶ້ນເລື້ອຍໆ.

ກ່ຽວກັບບັນຫາດັ່ງກ່າວ ທ່ານ ນາງ ໃບຄຳ ໄດ້ລາຍງານວ່າ ທັງກະຊວງແຮງງານ  ແລະ ສະຫວັດດີການສັງຄົມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນກຳລັງເລັ່ງປຶກສາຫາລື ແລະ ເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາສະເພາະໜ້າ.

ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາຍງານວ່າ: ທາງກະຊວງຈະ ສືບຕໍ່ເຮັດວຽກຮ່ວມກັບ ອົງການຕາງໜ້າຜູ້ອອກແຮງງານ, ອົງການຕາງໜ້າຜູ້ໃຊ້ແຮງງານ (ໃນລະບົບໄຕພາຄີ) ເພື່ອສ້າງຄວາມກົມກຽວໃຫ້ຫຼາຍຂຶ້ນກວ່າເກົ່າ, ເພີ່ມທະວີການປຶກສາຫາລືກັບນັກລົງທຶນ ເພື່ອໃຫ້ມີສ່ວນຮ່ວມແຕ່ຫົວທີ ໃນການສະໜອງຂໍ້ມູນຄວາມຕ້ອງການຂອງຕະຫຼາດແຮງງານ ກໍຄື ຕຳແໜ່ງງານຕົວຈິງ ໃນແຕ່ລະໄລຍະ ເພື່ອຮ່ວມກັນດັດປັບຫຼັກສູດ, ວິທີການເຝິກ, ພັດທະນາສີມືແຮງງານ, ການປະກາດຮັບສະໝັກແຮງງານ, ເຝິກກ່ອນເຂົ້າສູ່ຕຳແໜ່ງງານແລະ ອອກໃບຢັ້ງຍືນສີມືແຮງງານ ເພື່ອຮັບປະກັນ ເງິນເດືອນພື້ນຖານ, ຄ່າແຮງງານ, ສະຫວັດດີການແຮງງານ ແລະ ຮັບປະກັນໃຫ້ແຮງງານໄດ້ຮັບການປົກປ້ອງຕາມກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍການປະກັນສັງຄົມ.

ນອກຈາກນີ້ ສືບຕໍ່ສົມທົບບັນດາຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າປັບຄ່າແຮງງານຂັ້ນຕໍ່າ ເພື່ອດຶງດູດແຮງງານເຂົ້າສູ່ຕໍາແໜ່ງງານ, ທັງຍົກສູງຊີວິດການເປັນຢູ່ຂອງແຮງງານໃຫ້ດີຂຶ້ນ.

ທ່ານ ນາງ ໃບຄຳ ກ່າວຕື່ມວ່າ: ປັດຈຸບັນ ມີຫຼາຍຫົວໜ່ວຍແຮງງານຈ່າຍຄ່າແຮງງານຫຼາຍກວ່າການກຳນົດຄ່າແຮງງານຂັ້ນຕໍ່າແລ້ວ ສະເລ່ຍ ແມ່ນ 2.700.000 ກີບ, ແຕ່ອີງໃສ່ຄວາມຕ້ອງການໃນການໃຊ້ຈ່າຍຕົວຈິງ ຕ້ອງແມ່ນ 3.800.000 ຂຶ້ນໄປຈຶ່ງສາມາດຢູ່ໄດ້, ແຕ່ປັດໄຈຕົ້ນຕໍ ແມ່ນບັນຫາເສດຖະກິດ, ລາຄາສິນຄ້າສູງ, ເງິນເຟີ້ ລາຍຮັບບໍ່ກຸ້ມລາຍຈ່າຍ ເຊິ່ງເປັນໜຶ່ງເຫດຜົນ ທີ່ກະທົບໂດຍກົງ ຕໍ່ຜູ້ອອກແຮງງານ.

ຂອບໃຈຮູບພາບຈາກ: Maikhan LK
https://www.facebook.com/mikan.louang/posts/pfbid05n5jQoNt7bEDwpNw5NvpnNgPhc6EJp8SBXop7nTJdNigNkLvsfVyPihEbEbCcKZ1l

ທີ່ມາ:

https://www.facebook.com/story.php?story_fbid=913909197430054&id=100064329476403&rdid=IzdWgdKW6NqH5XXF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/