ແພນດ້າ ບໍ່ໄດ້ມີແຕ່ຂ່າວດຳ! ເພາະໂລກເຮົາມີຄວາມຫຼາກຫຼາຍ


ເມື່ອເວົ້າເຖິງແພນດ້າຍັກ ກໍຕ້ອງຄິດຮອດຄວາມໜ້າຮັກ ແລະ ຂົນຂາວ-ດຳ ເຊິ່ງເປັນເອກະລັກຂອງແພນດ້າ ແຕ່ຮູ້ຫຼືບໍ່ວ່າ ແພນດ້າຍັກ ບໍ່ໄດ້ມີແຕ່ຂົນເປັນສີຂາວ-ດຳ ພຽງເທົ່ານັ້ນ ແຕ່ຍັງມີສີອື່ນຢູ່ນຳ ຄື: ສີນ້ຳຕານ ແລະ ສີຂາວນັ້ນເອງ.

ໂດຍງານວິໄຈກຽວກັບການສຶກສາແພນດ້າຫຼາຍໂຕໃນປ່າ ແລະ ໃນກົງ ຈະຊີ້ໃຫ້ເຫັນວ່າ ແພນດ້າຍັກທີ່ມີຂົນ “ສີນ້ຳຕານ ແລະ ສີຂາວ” ເປັນຜົນມາຈາກຄວາມປ່ຽນແປງຕາມທຳມະຊາດຫຼາຍກວ່າເປັນການປະສົມພັນດ້ວຍມືຂອງມະນຸດ.

ໂດຍແພນດ້າຍັກສີ “ນ້ຳຕານ – ຂາວ” ແປກນີ້ພົບເຫັນໄດ້ຍາກ ເພາະອາໄສຢູ່ພຽງບໍລິເວນສາຍພູ Qinling ປະເທດຈີນເທົ່ານັ້ນ ໂດຍສາເຫດຄາດວ່າຕ້ອງເຊື່ອມໂຍງກັບສະພາບອາກາດແວດລ້ອມຂອງສາຍພູ Qinling ເຊິ່ງຕ່າງຈາກອາກາດທີ່ ເສສວນ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/