ແຊ້ມຕົວນ້ອຍ! ທີມບານເຕະເຍົາວະຊົນລາວ ກວາດແຊ້ມ 2 ຮຸ່ນ ແລະ ຮອງແຊ້ມອີກ 2 ຮຸ່ນ ໃນການແຂ່ງຂັນທີ່ປະເທດໄທ


ເອີ້ນໄດ້ວ່າມາແຮງແບບບໍ່ມີໃຜມາແຊງໄດ້ ກັບສະໂມສອນ W.I.G NAGA ທີມເຍົາວະຊົນຈາກລາວ ຫຼັງເຮັດຜົນງານໄດ້ຢ່າງໂດດເດັ່ນ ໃນການແຂ່ງຂັນບານເຕະທີ່ປະເທດໄທ ດ້ວຍຜົນງານ ກວາດແຊ້ມໃນຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ສ່ວນຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີແມ່ນສາມາດຄວ້າຮອງແຊ້ມໄດ້ອີກດ້ວຍ.

W.I.G NAGA ທີມບານເຕະເຍົາວະຊົນລາວ ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023 ໂດຍສົ່ງນັກກິລາເຂົ້າຮ່ວມເຖິງ 4 ຮຸ່ນຄື: ຢູ 9, 10, 11 ແລະ 12 ປີ.

ຜ່ານການແຂ່ງຂັນ ຜົນປາກົດວ່າ ຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ແມ່ນເຮັດຜົນງານໄດ້ຢ່າງໂດດເດັ່ນ ຈົນສາມາດກວາດແຊ້ມທັງສອງຮຸ່ນນີ້ມາຄອງໄດ້. ໂດຍຮຸ່ນອາຍຸບໍ່ເກີນ 9 ປີ ນັ້ນ ໂຊຜົນງານຊະນະລວດທັງ 3 ນັດໃນຮອບແບ່ງກຸ່ມ ກ່ອນຈະໄປເກັບໄຊໄດ້ອີກໃນນັດຊິງຊະນະເລີດ ໂດຍການ ບຽດເອົາຊະນະ ໂກເດັນບອຍ ໄປ 1 ປະຕູຕໍ່ 0 ຄວ້າແຊ້ມໄປຄອງ.

ສຳລັບໃນຮຸ່ນອາຍຸບໍ່ເກີນ 10 ປີ ກໍໂດດເດັ່ນເຊັ່ນດຽວກັນ ໂດຍໃນຮອບແບ່ງກຸ່ມລົງສະໜາມ 3 ນັດຊະນະລວດ, ຜ່ານເຂົ້າຮອບ 8 ແລະ ຮອບ 4 ທີມກໍສາມາດຊະນະໄດ້ສະບາຍໆ ກ່ອນທີ່ຮອບຊິງຊະນະເລີດຈະສາມາດເອົາຊະນະ ໂກເດັນບອຍ 2-0 ຄວ້າແຊ້ມໄປຄອງ.

ສ່ວນຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີ ກໍຖືວ່າເຮັດຜົນໄດ້ໂດດເດັ່ນ ໂດຍທັງ 2 ຮຸ່ນນີ້ ກໍສາມາດຜ່ານເຂົ້າໄປໃນຮອບຊິງຊະນະເລີດ ແຕ່ໜ້າເສຍດາຍ ທີ່ທັງ 2 ຮຸ່ນນີ້ ໄປເສຍຫຼັກ ປະລາໄຊ ໃນນັດຊິງຊະນະເລີດ ເຮັດໃຫ້ທັງສອງຮຸ່ນນີ້ ຄວ້າໄດ້ພຽງອັນດັບ 2 ຫຼື ຮອງແຊ້ມ ຂອງທັງ 2 ຮຸ່ນນີ້ໄປ.

ສຳລັບ ພາລະກິດຕໍ່ໄປຂອງ W.I.G NAGA ແມ່ນຕ້ອງກຽມຕົວລົງແຂ່ງຂັນໃນບານເຕະລີກເຍົາວະຊົນລາວລາຍການ Mazda Youth League 2023 ໂດຍມີເຖິງ 3 ຮຸ່ນ ປະກອບມີ U10, U12 ແລະ U14 ທີ່ສປປ ລາວ ໃນອາທິດໜ້າຕໍ່ໄປ.

ສໍາລັບ W.I.G NAGA ສ້າງຕັ້ງຂຶ້ນມາໃນປີ 2022 ເລີ່ມເປັນທີ່ຮູ້ຈັກຈາກການຄວ້າອັນດັບໃນລາຍການ ແຊ້ມຊົນແຊ້ມ ທີ່ປະເທດໄທ ເມື່ອປີ 2022 ໃນຮຸ່ນອາຍຸບໍໍ່ເກີນ 10 ປີທີ່ເຂົ້າຮ່ວມລາຍການໃນຕ່າງປະເທດເປັນຄັ້ງທໍາອິດ, ກ່ອນທີ່ຕໍ່ມາຈະຄວ້າແຊ້ມ ຢູ 8 ແລະ ຢູ 11 ໃນລາຍການລະດັບນານາຊາດ ທີ່ພັດທະຍາ ປະເທດໄທ ໃນທ້າຍປີ 2022 ແລະ ປີ 2023 ຄວ້າແຊ້ມບານເຕະ 7 ຄົນຊິງແຊ້ມພາກອີສານ ທີ່ ໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 2023 ສ່ວນຢູ 11 ແມ່ນເຂົ້າຮອດແຕ່ພຽງຮອບ 8 ທີມສຸດທ້າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/