ອີງຕາມການລາຍງານ BBC ແຄນນາດາ ປະກາດການຕັດສິນໃຈຮັດແໜ້ນນະໂຍບາຍຄົນເຂົ້າເມືອງ, ດ້ວຍເຫດນີ້ຈຶ່ງອອກລະບຽບການໃໝ່ເພື່ອຈຳກັດແຮງງານຕ່າງປະເທດຊົ່ວຄາວ.

ຂ່າວລະບຸວ່າ: ການຕັດສິນໃຈດັ່ງກ່າວ ມີຂຶ້ນໃນສະພາບທີ່ປະຊາກອນຂອງປະເທດພວມເຕີບໂຕຢ່າງວ່ອງໄວ ທີ່ນັກເສດຖະສາດກ່າວວ່າໄດ້ສ້າງຄວາມເຄັ່ງຕຶງຕໍ່ທີ່ຢູ່ອາໄສແລະການບໍລິການສາທາລະນະເຊັ່ນການດູແລສຸຂະພາບ ແລະ ຕະຫຼາດແຮງງານພວມປະສົບກັບຄວາມກົດດັນຫຼາຍຢ່າງ.

ແຄນນາດາ ຈະຫ້າມອອກໃບອະນຸຍາດໃຫ້ແຮງງານຕ່າງປະເທດຊົ່ວຄາວ ໃນບັນດາວຽກທີ່ໄດ້ຮັບຄ່າແຮງງານຕ່ຳໃນຕົວເມືອງທີ່ມີອັດຕາວ່າງງານແຕ່ 6% ຂຶ້ນໄປ, ພ້ອມທັງຫຼຸດໄລຍະເວລາໃບອະນຸຍາດໃຫ້ແກ່ກໍລະນີເຫຼົ່ານີ້ສັ້ນລົງ ຈາກ 2 ປີ ເປັນ 1 ປີ, ຍົກເວັ້ນບາງຂະແໜງການ ເຊັ່ນ: ກະສິກຳ, ສາທາລະນະສຸກ ແລະ ການກໍ່ສ້າງ.

ນອກຈາກນັ້ນ, ບັນດານາຍຈ້າງຍັງຖືກຈໍາກັດການຈ້າງແຮງງານຕ່າງປະເທດຊົ່ວຄາວ ຢູ່ທີ່ 10% ແທນ 20% ທີ່ຜ່ານມາ. ຈຳນວນແຮງງານຕ່າງປະເທດຊົ່ວຄາວທີ່ມາເຮັດວຽກຢູ່ ແຄນນາດາ ຈະຫຼຸດລົງ 65.000 ຄົນຕໍ່ປີເມື່ອທຽບໃສ່ກັບເມື່ອກ່ອນ ຊຶ່ງຈະຫຼຸດຜ່ອນອັດຕາສ່ວນຂອງແຮງງານຕ່າງປະເທດຊົ່ວຄາວຈາກ 6,2% ເປັນ 5%.

ທີ່ມາ: BBC

https://www.bbc.com/news/articles/c23lee2z7zyo