ແຂວງ ອຸດົມໄຊ ອະນຸມັດໂຄງການຊອກຄົ້ນ ແລະ ສຳຫຼວດບໍ່ແຮ່ທັງໝົດ 5 ໂຄງການ ເທິງເນື້ອທີ່ກວ່າ 318,85 Km2


ປັດຈຸບັນ ທົ່ວແຂວງ ອຸດົມໄຊ ມີບໍລິສັດທີ່ໄດ້ຮັບອະນຸຍາດໃຫ້ຊອກຄົ້ນ ແລະ ສໍາຫຼວດແຮ່ທາດຢູ່ແຂວງ ອຸດົມໄຊ ທັງໝົດ 05 ໂຄງການ ເທິງເນື້ອທີ່ທັງໜົດ  318,85 Km2

ໂຕເລກດັ່ງກ່າວ ຖືກລາຍງານ ເມື່ອບໍ່ດົນມານີ້ ໂດຍທ່ານ ທ່ານ ອາລຸນ ບຸນວິໄລ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ອຸດົມໄຊ ໃນໂອກາດ ທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະຍ້ຽມຢາມຊຸກຍູ້ ວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງ ອຸດົມໄຊ.

ໂດຍທ່ານ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ອຸດົມໄຊ ກ່າວວ່າ: ໃນ 5 ໂຄງການ ຊອກຄົ້ນ ແລະ ສຳຫຼວດ ບໍ່ແຮ່ ນັ້ນ ຂັ້ນແຂວງອະນຸມັດ 02 ໂຄງການ ແລະ ຂັ້ນສູນກາງອະນຸຍາດ ມີ 03 ໂຄງການ ມີເນື້ອທີ່ທັງໜົດ  318,85 Km2. ມີບໍລິສັດທີ່ດໍາເນີນການຂຸດຄົ້ນ-ປຸງແຕ່ງ ແລະ ຈຳໜ່າຍ ແຮ່ທາດ ທີ່ຂັ້ນສູນກາງອະນຸມັດມີ 09 ບໍລິສັດ 13 ກິດຈະການ ມີເນື້ອທີ່ທັງໜົດ 9.626 ເຮັກຕາ, ຂັ້ນແຂວງ ແລະ ເມືອງ ອະນຸມັດ ແຮ່ທາດອະໂລຫະລວມມີ  31 ກິດຈະການ ມີເນື້ອທີ່ ທັງໝົດ 95,87 ຮຕ.

ສຳລັບວຽກງານ ບໍ່ແຮ່ ໃນແຂວງ ອຸດົມໄຊ ທ່ານ ອາລຸນ ບຸນວິໄລ ລາຍງານໂດຍຫຍໍ້ວ່າ: ວຽກງານບໍ່ແຮ່ ທົ່ວແຂວງ ອຸດົມໄຊ ມີເນື້ອທີ່ 15.370 Km2 ໄດ້ປະຕິບັດວຽກງານສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດຂັ້ນພື້ນຖານສໍາເລັດແລ້ວ 100 % ການສໍາຫຼວດສ້າງແຜນທີ່ທໍລະນີສາດມາດຕາສ່ວນ 1/200.000 ໄດ້ສໍາເລັດ 100 %  ຂອງເນື້ອທີ່ທົ່ວແຂວງ, ມາຮອດປັດຈຸບັນ, ໄດ້ພົບຈຸດປະກົດແຮ່ທາດ ພ້ອມທັງໄດ້ເກັບຕົວຢ່າງ ແລະ ຄ່າພິກັດ ມີທັງໜົດ 69 ຈຸດ ມີແຮ່ 14 ຊະນິດ ຄື: ແຮ່ເຫຼັກ, ແຮ່ທອງ, ຖ່ານຫີນ, ແຮ່ອັງຕິມອນ, ແຮ່ຄຳເຄົ້າ, ແຮ່ຄໍາຕົກຂ້ອນ, ແຮ່ຊືນ-ສັງກະສີ, ເກືອກິນ, ແຮ່ພາຍຣາຍ, ດິນໜຽວ, ຫີນປູນ, ຫີນກາວ, ແຮ່ຊິລີຄອນ ແລະ ຫີນບາຣິດ.

ທີ່ມາ:

https://www.facebook.com/permalink.php?story_fbid=972268421356928&id=100057213379063

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/