ສປປ ລາວ

ແຂວງ ສະຫວັນນະເຂດ ມີບໍລິສັດລົງທຶນດ້ານບໍ່ແຮ່ ທັງໝົດ 56 ບໍລິສັດ, ລວມເນື້ອທີ່ສໍາປະທານທັງໝົດຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດ ຈຳນວນ 133.296 ເຮັກຕາ.

ອີງຕາມການລາຍງານຂອງ ສູນຂ່າວ ພະລັງງານ ແລະ ບໍ່ແຮ່, ໂດຍຕົວເລກດັ່ງກ່າວ ຖືກລາຍງານໂດຍ ທ່ານ ທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກພະະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ໃນກອງປະຊຸມສະໄໝສາມັນເທື່ອທີ07 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໃນຄັ້ງວັນທີ 24 ກໍລະກົດ 2024 ທີ່ຫໍວັດທະນະທໍາ ໄກສອນ ພົມວິຫານ ກ່ຽວກັບກ່ຽວການ ດໍາເນີນກິດຈະການດ້ານບໍ່ແຮ່ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ.

ໂຄງການທີ່ລົງທຶນດ້ານບໍ່ແຮ່ພາຍໃນແຂວງ ສະຫວັນນະເຂດ ມີທັງໝົດ 56 ບໍລິສັດ ຂັ້ນສູນກາງອອກອະນຸຍາດ ມີ 15 ບໍລິສັດ, 15 ກິດຈະການ, ໃນນັ້ນມີ 07 ໂຄງການ (ເປັນໂຄງການແບບເຮັດທົດລອງ ຕາມນະໂຍບາຍຂອງລັດຖະບານ ເພື່ອແກ້ໄຂບັນຫາດ້ານເສດຖະກິດການເງິນ, ການຂຸດຄົ້ນແຮ່ເຫຼັກ 03 ໂຄງການ, ຂຸດຄົ້ນຄໍາ ຕົກຂ້ອນ 03 ໂຄງການ ແລະ ຂຸດຄົ້ນຄໍາເຄົ້າ 01 ໂຄງການ, ສໍາລັບກິດຈະການທີ່ຂັ້ນແຂວງອອກອະນຸຍາດມີ 41 ບໍລິສັດ, 45 ກິດຈະການ, ລວມເນື້ອທີ່ສຳປະທານທັງໝົດຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດ ຈຳນວນ 133.296 ເຮັກຕາ.

ທ່ານ ບຸນລ້ວນ ລີໄຊຍະລາດ ລາຍງານຕໍ່ວ່າ: ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ  ຕາມກົດໝາຍກຳນົດ,ຂັ້ນສູນກາງອອກອະນຸຍາດ ທັງໝົດ 15 ບໍລິສັດ, 15 ກິດຈະການ ອອກອະນຸຍາດຕາມຂັ້ນຕອນ ຂອງກົດໝາຍກຳນົດ 08 ບໍລິສັດ 08 ກິດຈະການຄື:

-ບໍລິສັດ ລ້ານຊ້າງມີເນໂຣນ ຈໍາກັດ ດໍາເນີນການຂຸດຄົ້ນ-ປຸງແຕ່ງຄໍາ-ທອງແດງ, ເມືອງ ວິລະບູລີ.
-ບໍລິສັດ DMC-VTS ຈຳກັດ ດໍາເນີນການຂຸດຄົ້ນ-ປຸງແຕ່ງບາຣິດ, ບ້ານ ຫ້ວຍຫອງ, ເມືອງ ວິລະບູລີ.

-ບໍລິສັດ ແຮ່ທາດ ໂກເອໂກ ຈໍາກັດ ດໍາເນີນການຂຸດຄົ້ນ-ປຸງແຕ່ງຫີນກາວ, ບ້ານ ນາແກ, ເມືອງ ໄຊພູທອງ.

-ບໍລິສັດ ແຮ່ທາດ ສະຫວັນ ຈໍາກັດ ດໍາເນີນການຂຸດຄົ້ນ-ປຸງແຕ່ງຫີນກາວ, ບ້ານ ຊອກລົມ, ເມືອງ ຈຳພອນ.

-ບໍລິສັດ ຫຸ້ນສ່ວນພັດທະນາແຮ່ທາດ ລາວ ຈໍາກັດ ດໍາເນີນການຂຸດຄົ້ນ-ປຸງແຕ່ງຫີນກາວ, ບ້ານ ສີບຸນເຮືອງ, ເມືອງ ຈຳພອນ.

-ບໍລິສັດ ພິເດ ມາຍນິ້ງ ຈໍາກັດ ດໍາເນີນການຂຸດຄົ້ນ ປຸງແຕ່ງຫີນກາວ, ບ້ານ ຫ້ວຍຊາຍ, ເມືອງ ຈຳພອນ.
-ບໍລິສັດ ສະຫວັນຢິບຊໍາ ຈໍາກັດ ດໍາເນີນການຂຸດຄົ້ນ-ປຸງແຕ່ງຫີນກາ ບ້ານ ເລົ່າໝາກຂ່າ, ເມືອງ ຈຳພອນ.
-ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ດໍາເນີນການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ໂປຕາສ ເມືອງ ໄຊບູລີ.

ນອກຈາກນັ້ນ ຍັງໄດ້ອອກອະນຸຍາດໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ, ແຮ່ຄຳເວົ້າ ແລະ ແຮ່ຄໍຕົກຂ້ອນ (ແບບທົດລອງ) ຕາມ ນະໂຍບາຍຂອງລັດຖະບານ ເພື່ອແກ້ໄຂບັນຫາດ້ານເສດຖະກິດການເງິນ ລວມມີທັງໝົດ 07 ບໍລິສັດ, ໃນນັ້ນ ມີໂຄງການຂຸດຄົ້ນ ແຮ່ເຫຼັກມີ 03 ບໍລິສັດ (ລວມເນື້ອທີ່ 1.200 ເຮັກຕາ), ໂຄງການຂຸດຄົ້ນຄໍາເຄົ້າມີ 01 ບໍລິສັດ (ມີເນື້ອທີ່ 732 ເຮັກຕາ) ແລະ ໂຄງການຂຸດຄົ້ນຄໍາຕົກຂ້ອນມີ 03 ບໍລິສັດ (ມີເນື້ອທີ່ 19 ເຮັກຕາ) ເຊິ່ງມີເນື້ອທີ່ລວມທັງໝົດແມ່ນ 1.953 ເຮັກຕາ.

ທີ່ມາ: https://www.facebook.com/photo?fbid=1030256238891479&set=pcb.1030256565558113