ແຂວງວຽງຈັນສົ່ງອອກສິນຄ້າ 252,000 ກວ່າໂຕນ ໂດຍມີຈີນເປັນຕະຫຼາດຫຼັກ


ໃນໄລຍະ 4 ຕົ້ນເດືອນຕົ້ນປີ 2024  ບັນດາຫົວໜ່ວຍທຸລະກິດພາຍໃນແຂວງຜະລິດເປັນສິນຄ້າກະສິກຳ ສົ່ງອອກໄປຕ່າງປະເທດ ໄດ້ທັງໝົດ 252,371 ໂຕນ. ໂດຍມີ ຈີນ ເປັນຕະຫຼາດຫຼັກ ແລະ ສສ. ຫວຽດນາມ ເປັນຕະຫຼາດຮອງລົງມາ

ທ່ານ ຂັນທອງ ດວງປະເສີດ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 25 ພຶດສະພາ 2024 ວ່າ: ໃນຈຳນວນການສົ່ງອອກດັ່ງກ່າວ, ໄດ້ສົ່ງ ສປ ຈີນ 248,800 ໂຕນ ມູນຄ່າ 55 ລ້ານໂດລາສະຫະລັດ, ສສ ຫວຽດນາມ 3,571 ໂຕນ, ມູນຄ່າ 790,000 ໂດລາສະຫະລັດ, ຄາດວ່າໃນ 6 ເດືອນທ້າຍປີ 2024 ຈະສູ້ຊົນສົ່ງອອກສິນຄ້າກະສິກໍາ ໃຫ້ໄດ້ 6 ແສນໂຕນ.

ທ່ານ ຂັນທອງ ດວງປະເສີດ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 25 ພຶດສະພາ 2024 ວ່າ: ໃນໄລຍະຜ່ານມາ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ເອົາໃຈໃສ່ຊຸກຍູ້-ສົ່ງເສີມ ບັນດາຫົວໜ່ວຍທຸລະກິດຜະລິດເປັນສິນຄ້າ, ພັດທະນາຜະລິດຕະພັນ ທີ່ມີຄຸນະພາບ ເພື່ອສະໜອງຕະຫຼາດທັງພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ເຊິ່ງສິນຄ້າ ສົ່ງອອກຂອງແຂວງ ໂດຍຜ່ານການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າປະກອບມີ: ໝາກກ້ວຍ, ໝາກໂມ, ໝາກກ້ຽງ, ໝາກອຶ, ມັນຕົ້ນ, ຢາງພາລາ ເຊິ່ງໃນໄລຍະ 4 ເດືອນຕົ້ນປີນີ້, ໄດ້ສົ່ງອອກໄປ ສປ ຈີນ 248,800 ໂຕນ.

ນອກນັ້ນ, ຍັງມີ ເຂົ້າເປືອກ ສົ່ງອອກໄປ ສສ ຫວຽດນາມ ໄດ້ 3,571 ໂຕນ ໂດຍຍຸດທະສາດການພັດທະນາເສດຖະກິດຂອງແຂວງວຽງຈັນ ກໍແມ່ນຖືເອົາການຜະລິດກະສິກຳເປັນສິນຄ້າ ເປັນເປົ້າໝາຍບູລິມະສິດ. ປັັດຈຸບັນ, ມີນັກທຸລະກິດເຂົ້າມາລົງທຶນຢູ່ແຂວງວຽງຈັນ 30  ກວ່າຫົວໜ່ວຍ.ໃນນັ້ນ, ບໍລິສັດ ທີ່ສົ່ງສິນຄ້າກະສິກຳອອກຕ່າງປະເທດ ມີທັງໝົດ 13 ບໍລິສັດໃຫຍ່.

ທ່ານ ຂັນທອງ ດວງປະເສີດ ຍັງໃຫ້ຮູ້ອີກວ່າ: ຕະຫຼອດໄລຍະຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍ ຍຸດທະສາດພັດທະນາທຸລະກິດ ຮອດ 2025 ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ຕາມ 6 ເສົາຄໍ້າ. ປັດຈຸບັນ, ແຂວງວຽງຈັນ ໄດ້ຈັດຕັ້ງຜັນຂະຫຍາຍສ້າງເປັນແຜນການເຄື່ອນໄຫວເປັນແຕ່ລະປີ ໂດຍມີການກໍານົດຈຸດສຸມຕົ້ນຕໍ ໃນການປະຕິບັດຄື: ເອົາການພົບປະພາກລັດ-ພາກທຸລະກິດ ເພື່ອສ້າງແວດລ້ອມທຸລະກິດທີ່ດີ ເພື່ອເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຈຸດສຸມອື່ນ ໃຫ້ມີຄວາມຄ່ອງຕົວ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ສຸມໃສ່ 4 ຂະແໜງການຫຼັກ ໂດຍເລັ່ງໃສ່ທຸລະກິດ ການການທ່ອງທ່ຽວ, ຜະລິດກະສິກຳເປັນສິນຄ້າ ເພື່ອສະໜອງໃຫ້ແກ່ການສຶກສາຄວາມເປັນໄປໄດ້ໃນການສ້າງໂຄງການ ລົງທຶນສົ່ງເສີມໃນຕໍ່ໜ້າ, ພ້ອມທັງປຸກລະດົມຂົນຂວາຍຫົວໜ່ວຍທຸລະກິດພາຍໃນແຂວງ, ຕ່າງແຂວງ ຫຼື ຕ່າງປະເທດ ທີ່ມາເຄື່ອນໄຫວທຸລະກິດ ຢູ່ພາຍໃນແຂວງ ເຂົ້າເປັນສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳແຂວງ ໃຫ້ເພີ່ມຂຶ້ນ ແລະ ສ້າງຕັ້ງກຸ່ມທຸລະກິດຕາມປະເພດວິສາຫະກິດ ທີ່ຍັງບໍ່ທັນໄດ້ສ້າງຕັ້ງ ແລະ ຕິດຕາມກຸ່ມທີ່ມີການຈັດຕັ້ງຜ່ານມາແລ້ວ ເປັນຕົ້ນ ກຸ່ມທຸລະກິດກະສິກຳ, ກຸ່ມທຸລະກິດອຸດສາຫະກຳປຸງແຕ່ງ, ກຸ່ມຫັດຖະກຳ, ກຸ່ມທຸລະກິດການທ່ອງທ່ຽວ ແລະ ກຸ່ມທຸລະກິດການຄ້າ-ການບໍລິການຕ່າງໆ ເພື່ອມີການຄຸ້ມຄອງ, ຊຸກຍູ້ສົ່ງເສີມໃຫ້ມີການພັດທະນາດ້ານເຕັກນິກ ແລະ ການເຂົ້າຫາຕະຫຼາດ.

https://www.facebook.com/permalink.php?story_fbid=pfbid02jRKbudjDrgGyF13XkRn2vQUAm77nWDGykmomLytqfXeXqLoYS1HHBzLmp1tLu1nol&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/