ເຮັດແນວໃດດີ? ເມື່ອເບິ່ງເລື່ອງ Squid Game ຈົບແລ້ວ ແຕ່ຍັງຕິດໃຈຜູ້ບ່າວຕຳຫຼວດຢູ່!


ເລື່ອງ Squid Game ຕັ້ງແຕ່ເລີ່ມສາຍໃນ Netflix ບໍ່ພໍເທົ່າໃດອາທິດ ກະແສຜົນຕອບຮັບແມ່ນດີເກີນຄາດໝາຍ ແລະ ເປັນເລື່ອງທີ່ໄດ້ຮັບຄວາມນິຍົມອັນດັບໜຶ່ງທົ່ວໂລກເປັນທີ່ຮຽບຮ້ອຍແລ້ວ.

ນອກຈາກຊີຣີ້ຈະໂດ່ງດັງແລ້ວ, ນັກສະແດງກໍເຊັ່ນດຽວກັນ ທຸກຄົນແມ່ນໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ, Instagram ຂອງນັກສະແດງກໍມີຜູ້ຕິດຕາມຈາກຫຼາຍໆປະເທດ ແລະ ເພີ່ມທະວີຂຶ້ນຈຳນວນຫຼາຍເທົ່າ.

Wi Ha Joon ໜຶ່ງໃນນັກສະແດງເລື່ອງ Squid Game ເຊິ່ງມີຜູ້ຕິດຕາມເພີ່ມຂຶ້ນແບບໄວວາ ພຽງແຕ່ຊີຣີ້ປ່ອຍອອກມາ ຍອດຕິດຕາມກໍເພີ່ມຂຶ້ນເປັນຫຼັກລ້ານ, ຈາກທີ່ແຕ່ກ່ອນຍັງຢູ່ປະມານຫຼັກແສນ ແຕ່ເມື່ອມີບົດບາດໃນເລື່ອງນີ້ຂຶ້ນມາ ຈຶ່ງກາຍເປັນທີ່ສົນໃຈໃຫ້ແກ່ຜູ້ຮັບຊົມເປັນຈຳນວນຫຼວງຫຼາຍ, ຍອດຜູ້ຕິດຕາມໃນແຕ່ລະມື້ເພີ່ມຂຶ້ນຫຼາຍເທົ່າຈົນຮອດປັດຈຸບັນນີ້ມີຜູ້ຕິດຕາມ 3 ລ້ານເປັນທີ່ຮຽບຮ້ອຍແລ້ວ ຂຶ້ນໄວແບບສຸດໆ ແລະ ຄາດວ່າຈະເພີ່ມຂຶ້ນເລື້ອຍໆໄປອີກ.

Wi Ha Joon ໃນເລື່ອງ Squid Game ຮັບບົດເປັນຕຳຫຼວດຍອດນັກສືບ ທີ່ໜ້າຕາດີ, ມີຄວາມສາມາດ ແລະ ສະຫຼາດຫຼັກແຫຼມ. ລາວໄດ້ລັກປອມຕົວໄປສືບຫາອ້າຍທີ່ຫາຍໄປ ແລະ ກໍໄດ້ໄປໃນສະຖານທີ່ ທີ່ມີການແຂ່ງຂັນເກມນັ້ນ. ໃນບົດບາດ ສັງເກດໄດ້ວ່າຈະເປັນຕົວລະຄອນທິ່ໜ້າສົນໃຈ ຖືກໃຈຜູ້ຮັບຊົມ ແລະ ເປັນບົດທີ່ເໝາະສົມກັບ Wi Ha Joon ຢ່າງດີຈົນລົງຕົວ ຫາທີ່ຕິຈົນບໍ່ພົບພໍ້. ການສື່ສານໃນບົດເລື່ອງ ຈະມີຫຼາຍປະໂຫຍກທີ່ເຮັດໃຫ້ຜູ້ຮັບຊົມຕິດໃຈ ໂດຍສະເພາະຕອນທີ່ເວົ້າເປັນສາອັງກິດ ຍິ່ງເຮັດໃຫ້ມີຄວາມເຂົ້າກັນໄປຍິ່ງຕື່ມ, ໃບໜ້າແວວຕາຈາກການສະແດງ ສື່ອອກມາໄດ້ດີ ຈົນຫຼາຍຄົນເກັບມາຝັນ ແລະ ຍັງຕ້ອງໄດ້ກັບໄປເບິ່ງຄືນອີກ.

Wi Ha Joon ອາຍຸ 31 ປີ (ເກີດວັນທີ 15 ສິງຫາ ປີ 1991) ເລືອດກຸ໊ບ B, ສູງ 180. ກ່ອນໜ້ານີ້ໄດ້ສະແດງຮູບເງົາ ແລະ ຊີຣີ້ ມາຫຼາຍເລື່ອງແລ້ວ ແລະ ໄດ້ເລີ່ມຕົ້ນເຂົ້າວົງການນັກສະແດງທຳອິດ ໃນປີ 2015 ສັງກັດຢູ່ຄ້າຍ MS Team Entertainment.

Wi Ha Joon ສະໄໝຍັງນ້ອຍ ຮັກໃນສຽງເພງ ແລະ ການເຕັ້ນ ຈົນໄດ້ຊວນໝູ່ເພື່ອນຮວມຕົວກັນເປັນກຸ່ມ ເພື່ອເຮັດເປັນທີມເຕັ້ນ-ຮ້ອງເພງ ແຕ່ເສຍດາຍທາງຄອບຄົວບໍ່ເຫັນດີ ແລະ ກໍຍັງມີບັນຫາຈົນມີບາງຄັ້ງໄດ້ໜີອອກຈາກເຮືອນນຳອີກ, ແຕ່ບໍ່ດົນທາງຄອບຄົວກໍເຂົ້າໃຈ ປຶກສາຫາລືລົມກັນ, ຈົນໃນທີ່ສຸດ Wi Ha Joon ກໍເອົາຊະນະໃຈຄອບຄົວ-ພໍ່ແມ່ໄດ້ ພ້ອມພໍ່ແມ່ກໍຍິນດີສະໜັບສະໜູນລູກຢ່າງເຕັມໃຈ ແລະ ເຕັມທີ່. ມາຮອດປັດຈຸບັນກໍໄດ້ສະແດງຫຼາຍເລື່ອງຈົນສຳເລັດມາເຖິງທຸກມື້ນີ້.

Wi Ha Joon ເວລາວ່າງມັກໃຊ້ເວລາໄປຫຼິ້ນກັບຫຼານສາວ ແລະ ຍັງມັກຫຼິ້ນກິລາ ພ້ອມມັກ​ອອກກຳລັງກາຍອີກພ້ອມ. ໄລຍະໂຄວິດກໍຈະອອກກຳລັງກາຍຢູ່ໃນເຮືອນ ຕາມທີ່ເຮົາເຫັນກັນວ່າຮູບຮ່າງຂອງລາວອຸດົມສົມບູນ ແລະ ແຂງແຮງດີ.

ສຳລັບໃຜທີ່ກຳລັງ ຕິດໃຈກັບບ່າວຕຳຫຼວດຄົນນີ້ ກໍສາມາດຕິດຕາມຄວາມໜ້າຮັກຂອງລາວໄດ້ ທີ່ທາງ Instagram ບັນຊີ @wi__wi__wi ຖ້າຫາກຍັງຕິດໃຈ ກໍສາມາດໄປຕິດຕາມກັນໄດ້ ແລ້ວຈະຕິດໃຈເຂົ້າໄປອີກ, ມີຜົນງານໃຫ້ຕິດຕາມຢູ່ບໍ່ຫ່າງຫາຍ, ທຸກເລື່ອງທີ່ສະແດງກໍຫາຮັບຊົມກັນໄດ້.

ຜົນງານການສະແດງທີ່ຜ່ານມາຂອງ Wi Ha Joon:

ຜົນງານຮູບເງົາ:

  • Coin Locker Girl (2015)
  • Bad Guys Always Die (2015)
  • Eclipse (2016)
  • Anarchist from Colony (2017)
  • The Chase (2017)
  • Gonjiam: Haunted Asylum (2018)
  • Miss & Mrs. Cops (2019)
  • Midnight (2021)
  • Shark: The Beginning (2021)

 ຜົນງານຊີຣີ້:

  • Goodbye Mr. Black (MBC, 2016)
  • My Golden Life (KBS2, 2017-2018)
  • Something in the Rain (JTBC, 2018)
  • Romance is a Bonus Book (tvN, 2019)
  • Soul Mechanic (KBS2, 2020)
  • 18 Again (JTBC, 2020)
  • Squid Game (Netflix, 2021)
  • Bad and Crazy (tvN, 2021) ໄວໆນີ້

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/