ເສດຖະກິດສະຫະລັດກຳລັງເຕີບໃຫຍ່ແທ້ບໍ່? ວິກິດການກຳລັງຊື້ແອບແຝງກຳລັງຈະທຳລາຍເສດຖະກິດ


ຕົວເລກເສດຖະກິດຂອງສະຫະລັດມີການເຕີບໂຕທີ່ເຂັ້ມແຂງ ແລະ ໄດ້ສ້າງຄວາມກົດດັນໃຫ້ແກ່ຫຼາຍປະເທດ, ແຕ່ໃນພາກທຸລະກິດ ແລະ ຜູ້ບໍລິໂພກພາຍໃນປະເທດກໍາລັງສົ່ງສັນຍານເຕືອນວ່າກຳລັງກ້າວເຂົ້າສູ່ “ຂັ້ນວິກິດ”

ເຖິງແມ່ນວ່າຕົວເລກເສດຖະກິດມະຫາພາກຂອງສະຫະລັດ ໄດ້ສະແດງໃຫ້ເຫັນຜົນໄດ້ຮັບທີ່ດີໃນໄລຍະຫຼາຍເດືອນທີ່ຜ່ານມາ. ສະທ້ອນໃຫ້ເຫັນການຂະຫຍາຍຕົວ, ອັດຕາການວ່າງງານຕໍ່າ ແລະ ດັດຊະນີຄວາມເຊື່ອໝັ້ນຂອງຜູ້ບໍລິໂພກທີ່ສູງ. ແຕ່ສັນຍານຈາກພາກທຸລະກິດ ແລະ ພຶດຕິກໍາຂອງຜູ້ບໍລິໂພກກັບສົ່ງສັນຍານເຕືອນທີ່ໜ້າເປັນຫ່ວງ ເປີດເຜີຍໃຫ້ເຫັນເຖິງວິກິດການກໍາລັງຊື້ທີ່ອາດຈະສົ່ງຜົນກະທົບຕໍ່ເສດຖະກິດສະຫະລັດໃນອະນາຄົດ.

ຕົວເລກທີ່ຂັດແຍ້ງກັນ:

ຂໍ້ມູນເສດຖະກິດມະຫາພາກທີ່ຊີ້ໃຫ້ເຫັນເຖິງການເຕີບໂຕທີ່ເຂັ້ມແຂງເຊັ່ນ:

  • ຕົວເລກ GDP ທີ່ມີການເຕີບໂຕໃນອັດຕາທີ່ໝັ້ນຄົງ
  • ອັດຕາການວ່າງງານທີ່ຢູ່ໃນລະດັບຕໍ່າ
  • ດັດຊະນີຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຢູ່ໃນລະດັບສູງ

ຢ່າງໃດກໍຕາມ, ຂໍ້ມູນເຫຼົ່ານີ້ກັບຂັດແຍ້ງກັບສັນຍານຈາກພາກທຸລະກິດ. ທຸລະກິດທີ່ກ່ຽວຂ້ອງກັບການບໍລິໂພກໂດຍກົງຈໍານວນຫຼາຍແຫ່ງກຳລັງປະເຊີນກັບການຍອດຂາຍທີ່ຫົດຕົວ ຫຼື ຂາດທຶນ. ​ໂດຍຕົວ​ຢ່າງ​ທີ່ເຫັນໄດ້​ຊັດເຈນໄດ້ແກ່​:

  • Starbucks: ຍັກໃຫຍ່ດ້ານກາເຟຍັກໃຫຍ່ຂອງໂລກ ມີຍອດຂາຍຫຼຸດລົງ -20%
  • Netflix: ເຈົ້າພໍ່ Streaming ມີຍອດຈໍານວນສະມາຊິກໃໝ່ເຕີບໂຕຊ້າລົງ.
  • Disney: A Global Entertainment Empire ມີຕົວເລກຜູ້ສະໝັກໃຊ້ Disney+ ເລີ່ມຄົງທີ່
  • Ebay: ແພລັດຟອມອີຄອມເມີຊ ມີການຄາດການເຖິງລາຍໄດ້ທີ່ຫຼຸດໜ້ອຍລົງໃນອະນາຄົດ.
  • Uber: ບໍລິການເອີ້ນລົດຍັກໃຫຍ່ລະດັບໂລກ ປະກາດຂາດທຶນໃນງົບປະມານຂອງປີທີ່ຜ່ານມາ

ເບື້ອງຫຼັງຕົວເລກທີ່ຫຼູຫຼາ​:

ວິ​ກິດ​ການ​ກຳລັງ​ຊື້​ທີ່ແອບແຝງຢູ່ສ່ວນ​ໃຫຍ່​ມີສາເຫດຫຼັກມາຈາກ​:

  • ອັດຕາເງິນເຟີ້ທີ່ສູງຂຶ້ນ: ສົ່ງຜົນຕໍ່ຄ່າຄອງຊີບທີ່ເພີ່ມສູງຂຶ້ນ ເຮັດໃຫ້ຜູ້ບໍລິໂພກມີເງິນເຫຼືອໃນກະເປົາໜ້ອຍລົງ.
  • ຄວາມກັງວົນທາງດ້ານເສດຖະກິດ: ຜູ້ບໍລິໂພກມີຄວາມກັງວົນກ່ຽວກັບເສດຖະກິດ ສົ່ງ​ຜົນ​ຕໍ່​ພຶດຕິ​ກຳ​ການ​ໃຊ້​ຈ່າຍ​ນັບ​ມື້​ນັບ​ເຄັ່ງ​ຕຶງ.

ຜົນ​ກະ​ທົບ​ ແລະ ​ແນວທາງ​ແກ້​ໄຂ​:

ວິ​ກິດ​ການ​ກຳ​ລັງ​ຊື້​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່ພາກທຸລະກິດ ເຮັດໃຫ້ຍອດການຂາຍຫຼຸດລົງ, ກໍາໄລຫຼຸດລົງ ແລະ ອາດຈະນໍາໄປສູ່ການເລີກຈ້າງ.

ແນວທາງການແກ້ໄຂ:

  • ພາກທຸລະກິດ: ຈຳເປັນຕ້ອງປັບຕົວ ຊອກຫາວິທີໃໝ່ເພື່ອດຶງດູດລູກຄ້າດ້ວຍວິທີການໃໝ່ໆ ທີ່ສອດຄ່ອງກັບຮູບແບບເສດຖະກິດໃນປັດຈຸບັນ.
  • ພາກລັດຖະບານ: ຄວນ​ອອກ​ມາດ​ຕະການ​ຊ່ວຍ​ເຫຼືອ​ປະຊາຊົນ​ເພື່ອ​ແບ່ງ​ເບົາ​ພາລະ​ຄ່າ​ຄອງ​ຊີບ.
  • ຜູ້ບໍລິໂພກ: ຄວນວາງແຜນການເງິນຂອງທ່ານຢ່າງລະມັດລະວັງ ແລະ ໃຊ້ຈ່າຍຢ່າງມີສະຕິ

ຢ່າງໃດກໍຕາມ, ສຳລັບອະນາຄົດທີ່ບໍ່ແນ່ນອນນີ້ ເສດຖະກິດຂອງສະຫະລັດຈະສາມາດຜ່ານວິກິດການນີ້ໄປໄດ້ຫຼືບໍ? ຂຶ້ນຢູ່ກັບວ່າທຸກຝ່າຍຈະເຮັດວຽກຮ່ວມກັນແນວໃດ, ພາກທຸລະກິດ ແລະ ລັດຖະບານ, ຜູ້ບໍລິໂພກທັງໝົດຕ້ອງປັບຕົວ ແລະ ຮັບມືກັບສະຖານະການໃນປັດຈຸບັນຢ່າງມີປະສິດທິພາບ.

ທີ່ມາ:

facebook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/