ເວເນຊູເອລາຫັນໄປເພິ່ງ crypto ອີກຄັ້ງ ເພື່ອຫຼີກເວັ້ນຜົນກະທົບຈາກການຂວ້ຳບາດໃໝ່ຂອງສະຫະລັດ


ລັດຖະບານຂອງເວເນຊູເອລາພາຍໃຕ້ການນໍາພາຂອງ Nicolas Maduro, ມີທ່າອ່ຽງທີ່ຈະຫັນໄປເພິ່ງ Cryptocurrency ອີກຄັ້ງເພື່ອຫຼີກເວັ້ນຜົນກະທົບຈາກການຂວ້ຳບາດໃໝ່ຂອງສະຫະລັດທີ່ສຸມໃສ່ນໍ້າມັນ ແລະ ຄໍາ, ເຖິງແມ່ນວ່າຈະຕ້ອງປະເຊີນກັບກໍລະນີການສໍ້ໂກງຫຼາຍຕື້ໂດລາທີ່ກ່ຽວຂ້ອງກັບ crypto ແລະ ການຂາຍນໍ້າມັນກໍຕາມ

ມາດຕະການຂວ້ຳບາດເຕີມ​ນີ້ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ​ກ່າວ​ຫາວ່າ Nicolas Maduro ​ບໍ່ໄດ້ປະຕິບັດຕາມ​​ຂໍ້​ຕົກ​ລົງທີ່​ເຮັດໄວ້​ກັບ​ສະ​ຫະ​ລັດກ່ຽວກັບການຮັບປະກັນການເລືອກຕັ້ງປະທານາທິບໍດີທີ່ຈະມາເຖິງໃນວັນທີ 28 ກໍລະກົດ.

Andrew Fierman, ຫົວໜ້າຝ່າຍຂ່າວກອງດ້ານຄວາມປອດໄພແຫ່ງຊາດຂອງ Chainalysis ບໍລິສັດຄວາມປອດໄພ Blockchain ກ່າວວ່າ ລັດຖະບານເວເນຊູເອລາ ໄດ້ໃຊ້ crypto ກັນຢ່າງກວ້າງຂວາງໃນຫຼາຍປີທີ່ຜ່ານມາເພື່ອຫລີກເວັ້ນການຂວ້ຳບາດ.

ເຖິງແມ່ນວ່າອໍານາດການປົກຄອງເວເນຊູເອລາໄດ້ສັ່ງໃຫ້ຢຸດເຊົາກິດຈະກໍາ cryptocurrency ບາງປະເພດ, ລວມທັງການຂຸດ Bitcoin . ເນື່ອງຈາກກໍລະນີການສໍ້ໂກງຫຼາຍຕື້ໂດລາທີ່ກ່ຽວຂ້ອງກັບ crypto ແລະ ການຂາຍນໍ້າມັນ, ແຕ່ crypto ຍັງຄົງເປັນເຄື່ອງມືທີ່ສໍາຄັນສໍາລັບການຫຼີກເວັ້ນມາດຕະການຂວ້ຳບາດ.

Sunacrip ໜ່ວຍງານຄຸ້ມຄອງດູແລກ່າວວ່າ crypto ຂອງ ເວເນຊູເອລາໄດ້ຖືກນໍາໃຊ້ເພື່ອຈັດການກັບທຸລະກຳດິຈິຕອນຫຼາຍກວ່າ 70 ລ້ານໂດລາ. ນອກຈາກນັ້ນ, PDVSA ບໍລິສັດນໍ້າມັນຂອງເວເນຊູເອລາ ຍັງມີແຜນການທີ່ຈະໃຊ້ USDT ເຊິ່ງເປັນ Stablecoin ທີ່ຜູກກັບເງິນໂດລາສະຫະລັດ ເພື່ອຊໍາລະຄ່າໃຊ້ຈ່າຍໃນການຈັດສົ່ງນໍ້າມັນ.

ເຖິງແມ່ນວ່າ crypto ຈະເປັນເຄື່ອງມືທີ່ເວເນຊູເອລາ ສືບຕໍ່ໃຊ້ເພື່ອຫຼີກເວັ້ນການຂວ້ຳບາດ, ແຕ່ຄວາມສ່ຽງຈາກຄະດີສໍ້ໂກງ ແລະ ​ການ​ຄວບຄຸມ​ທີ່​ເຂັ້ມ​ງວດ​ຂຶ້ນຈາກ​ອົງ​ການ​ປົກ​ຄອງ ຍັງຄົງເປັນອຸປະສັກທີ່ສໍາຄັນຕໍ່ອະນາຄົດຂອງ crypto ໃນ ເວເນຊູເອລາ.

ທີ່ມາ:

cryptopotato

cryptonews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/