ເວົ້າບໍ່ເກັ່ງແຕ່ຢາກສານສຳພັນກັບຄົນອື່ນ ຈະເຮັດແນວໃດດີ?


ທ່ານເປັນຄົນໃດລະຫວ່າງຄົນທີ່ຍ່າງເຂົ້າມາໃນບ່ອນເຮັດວຽກເທື່ອໃດກໍຕ້ອງຢຸດແວ່ທັກທາຍຄົນຮູ້ຈັກຢູ່ສະເໝີກວ່າຈະຮອດໂຕະເຮັດວຽກກໍໃຊ້ເວລາພໍສົມຄວນ ຫຼື ເປັນຄົນທີ່ເມື່ອມາຮອດບ່ອນເຮັດວຽກກໍຍ່າງໄປບ່ອນເຮັດວຽກຂອງຕົນເອງແບບງຽບໆທັນທີ.

ດັ່ງທີ່ຮູ້ກັນດີວ່າມະນຸດເປັນສັດສັງຄົມທີ່ຕ້ອງມີການສົນທະນາໂອ້ລົມແລກປ່ຽນເຊິ່ງກັນ ແລະ ກັນ ໂດຍໜຶ່ງໃນສິ່ງທຳອິດທີ່ເຮົາຮຽນຮູ້ໃນການພັດທະນາກໍຄືການໂອ້ລົມກັນ ໃນເມື່ອເປັນແບບນີ້ແລ້ວເປັນຫຍັງຄົນບາງກຸ່ມຈຶ່ງເປັນຄົນເວົ້າບໍ່ເກັ່ງ?

ກ່ອນອື່ນເລີຍເຮົາຕ້ອງເຂົ້າໃຈກ່ອນວ່າການສົນທະນາເປັນທັກສະໜຶ່ງທີ່ເໝືອນກັບທັກສະອື່ນໆ ເຊິ່ງໝາຍຄວາມວ່າເຮົາສາມາດພັດທະນາໄດ້. ແມ່ນຢູ່ວ່າທຸກຄົນຮູ້ຈັກວິທີເວົ້າມາແຕ່ກຳເນີດ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າທຸກຄົນຈະເປັນຄົນເວົ້າເກັ່ງສະເໝີໄປ.

ສະນັ້ນ, ເຮົາລອງມາເບິ່ງກັນທີ່ສາເຫດ ແລະ ປັດໄຈທີ່ອາດເຮັດໃຫ້ຄົນໆໜຶ່ງກາຍມາເປັນຄົນທີ່ເວົ້າບໍ່ເກັ່ງ ເຊິ່ງມີຢູ່ຫຼາກຫຼາຍປະການດ້ວຍກັນໄດ້ແກ່: ຢ້ານຖືກຕັດສິນຈາກຜູ້ອື່ນ, ບໍ່ຮູ້ຈະເວົ້າຫຍັງດີ, ການມີຄວາມນັບຖືໃນຕົນເອງຕ່ຳ (Low self-esteem), ການຄິດວ່າຕົນເອງເວົ້າບໍ່ເກັ່ງພໍ, ຄວາມຂີ້ອາຍ, ຄວາມງຽບທີ່ໜ້າອຶດອັດໃຈ, ການເລົ່າເລື່ອງຕົນເອງຫຼາຍເກີນໄປຈົນເຮັດໃຫ້ການສົນທະນາມັນບໍ່ສົມດຸນ ແລະ ອື່ນໆ.

ຖ້າເປັນແບບນີ້ແລ້ວຈະເຮັດແນວໃດຫາກຢາກຈະສານສຳພັນກັບຜູ້ອື່ນ?

ຜົນການວິໄຈຈາກ Washington State University  ພົບວ່າການພັດທະນາຄວາມສຳພັນກັບໝູ່ຮ່ວມງານສ່ວນໃຫຍ່ແມ່ນເລີ່ມຈາກການເປີດເຜີຍຕົວຕົນບໍ່ວ່າຈະເປັນເລື່ອງວຽກງານ, ບັນຫາທີ່ພົບເຈິ, ຊີວິດສ່ວນຕົວ ຫຼື ນິດໄສບາງຢ່າງທີ່ເຮົາອາດບໍ່ໄດ້ເປີດເຜີຍກັບຄົນທົ່ວໄປ.

ໃນບ່ອນເຮັດວຽກບໍ່ຈຳເປັນຕ້ອງມີແຕ່ເລື່ອງວຽກ ຫຼື ເລື່ອງມີສາລະສະເໝີໄປ ແຕ່ວ່າຢູ່ຊື່ໆຈະໃຫ້ຍ່າງເຂົ້າໄປເວົ້າເລື່ອງອັນໃດກັບໃຜຈັກຄົນມັນກໍຄົງຈະຮູ້ສຶກແປກໆໄປແດ່ຈັກໜ້ອຍ. ສຳລັບທ່ານໃດທີ່ມີບັນຫາແບບນີ້ກໍຂໍແນະນຳໃຫ້ຮູ້ຈັກກັບວິທີການຊວນລົມແບບ Small Talk  ເຊິ່ງເປັນການໂອ້ລົມໃນເລື່ອງອ້ອມຕົວທົ່ວໆໄປ ໂດຍເປັນເລື່ອງທີ່ບໍ່ໄດ້ຈິງຈັງ, ບໍ່ແມ່ນເລື່ອງຂອງວຽກງານແຕ່ກໍບໍ່ແມ່ນເລື່ອງສ່ວນຕົວຈົນເກີນໄປ ສາມາດຊ່ວຍເສີມສ້າງບັນຍາກາດໃຫ້ເປັນກັນເອງ ແລະ ຮູ້ສຶກຜ່ອນຄາຍ, ຊ່ວຍເສີມສ້າງຄວາມສຳພັນເຮັດໃຫ້ຮູ້ສຶກສະໜິດໃຈກັນ, ກ້າທີ່ຈະໂອ້ລົມກັນຫຼາຍຂຶ້ນ ສິ່ງນີ້ຈຶ່ງນັບວ່າເປັນສິ່ງສຳຄັນທີ່ຕ້ອງຮຽນຮູ້ ແລະ ເຝິກຝົນ ບໍ່ແມ່ນພຽງແຕ່ຄົນເວົ້າບໍ່ເກັ່ງເທົ່ານັ້ນ ແຕ່ຍັງລວມໄປເຖິງຄົນທີ່ຊ່າງເວົ້າຊ່າງວ່ານຳເພື່ອໃຫ້ຮູ້ຈັກວິທີການເວົ້າທີ່ເໝາະສົມຍິ່ງຂຶ້ນໄປອີກ

  1. ເປັນຜູ້ຟັງທີ່ດີ

ກ່ອນຈະເປັນຜູ້ເວົ້າທີ່ດີອັນດັບທຳອິດຕ້ອງເປັນຜູ້ຟັງທີ່ດີເສຍກ່ອນ. ການຕັ້ງໃຈຟັງ, ຄອຍສັງເກດຄຳເວົ້າ, ນ້ຳສຽງ ແລະ ພຶດຕິກຳອີກຝ່າຍ ຫາກຟັງດ້ວຍຄວາມເຂົ້າໃຈແທ້ໆແລ້ວກໍຈະເຮັດໃຫ້ອີກຝ່າຍຮັບຮູ້ໄດ້ເຖິງຄວາມຈິງໃຈ, ສາມາດສ້າງຄວາມປະທັບໃຈດີໆຕໍ່ກັນຊ້ຳຍັງສາມາດຕໍ່ບົດສົນທະນາໃນຫົວຂໍ້ທີ່ກ່ຽວຂ້ອງໄປໄດ້ຢ່າງຕໍ່ເນື່ອງ

  1. ບໍ່ຕ້ອງຟ້າວຕີສະໜິດ

ການຈະສ້າງຄວາມສຳພັນກັບໃຜຈັກຄົນນັ້ນຕ້ອງໃຊ້ເວລາ ສະນັ້ນຈຶ່ງບໍ່ຄວນຖາມ ຫຼື ກ້າວກ່າຍເລື່ອງສ່ວນຕົວຂອງອີກຝ່າຍຫຼາຍຈົນເກີນໄປ ແນະນຳໃຫ້ຖາມເລື່ອງອ້ອມຕົວກ່ອນ ແລະ ຫຼີກເວັ້ນບົດສົນທະນາທີ່ເປັນໄປໃນດ້ານລົບ ຫຼື ເລື່ອງອ່ອນໄຫວ (Sensitive) ຢ່າງເຊັ່ນ: ຄວາມເຊື່ອ, ຣົດສະນິຍົມທາງເພດ, ສະພາວະທາງການເງິນ; ທີ່ສຳຄັນຢ່າລືມທີ່ຈະກ່າວຄຳຍ້ອງສິ່ງເລັກໆນ້ອຍໆຂອງອີກຝ່າຍດ້ວຍຄຳເວົ້າທີ່ເໝາະສົມ ແລະ ຈິງໃຈ.

  1. ຫາສິ່ງທີ່ສົນໃຈຮ່ວມກັນ

ຫຼັງຈາກສຶກສາພຶດຕິກຳອີກຝ່າຍແລ້ວໃຫ້ລອງຫາວ່າມີຫຍັງທີ່ພວກເຮົາມີຄວາມສົນໃຈຮ່ວມກັນແລ້ວຈຶ່ງເອົາສິ່ງນັ້ນມາຕັ້ງຄຳຖາມເພື່ອລົມກັນຕໍ່ໄປ ແຕ່ຢ່າລືມວ່າຄົນເຮົາບໍ່ຄືກັນ ຫາກມີບາງຢ່າງທີ່ຄິດເຫັນບໍ່ກົງກັນກໍບໍ່ຄວນວິຈານ ຫຼື  ຕັດສິນຄວາມສົນໃຈຂອງຜູ້ອື່ນ

  1. ຢ່າເວົ້າແຕ່ເລື່ອງຂອງຕົນເອງ ໃຫ້ຖາມອີກຝ່າຍນຳ

ຫາກສຸດທ້າຍແລ້ວບໍ່ຮູ້ຈະຖາມຫຍັງດີໃຫ້ຖາມຄຳຖາມຈາກສິ່ງໃກ້ຕົວລອງເບິ່ງ ແຕ່ຢ່າຖາມຄຳຖາມປາຍປິດທີ່ມີຄຳຕອບພຽງແຕ່ແມ່ນກັບບໍ່ແມ່ນ ເພາະມັນເບິ່ງຄືບໍ່ຕັ້ງໃຈເໝືອນເປັນການຖາມພໍເປັນພິທີຈະຍິ່ງເຮັດໃຫ້ເກີດຄວາມງຽບທີ່ໜ້າອຶດອັດຂຶ້ນ. ແຕ່ໃນກໍລະນີທີ່ເປັນຜູ້ຕອບກໍຢ່າຕອບສັ້ນໆ ໃຫ້ລົງຄຳອະທິບາຍເພີ່ມເຕີມແດ່ຈັກໜ້ອຍ ຫຼື ຖາມອີກຝ່າຍກັບກໍໄດ້ເຊັ່ນກັນ.

  1. ຮູ້ກາລະເທສະ

ຫາກບາງຄົນບໍ່ໄດ້ຕ້ອງການຢາກສານສຳພັນນຳກໍບໍ່ຕ້ອງພະຍາຍາມຕໍ່ ມະນຸດເຮົາບໍ່ໄດ້ມີໜ້າທີ່ເຮັດໃຫ້ທຸກຄົນພໍໃຈ ຫຼື ຕ້ອງເຂົ້າກັນໄດ້ກັບທຸກຄົນ ເລືອກມາສະເພາະບາງຄົນທີ່ຢູ່ນຳແລ້ວຮູ້ສຶກສະບາຍໃຈກໍອາດຈະພຽງພໍແລ້ວ.

ເທັກນິກທີ່ກ່າວມາທັງໝົດນັ້ນເປັນລ້ວນເປັນທັກສະການສື່ສານທີ່ດີ ແລະ ບໍ່ໄດ້ໝາຍຄວາມວ່າຈະໃຊ້ໄດ້ສະເພາະແຕ່ກັບໝູ່ຮ່ວມງານເທົ່ານັ້ນ ທຸກຄົນຍັງສາມາດນຳບາງວິທີໄປປັບໃຊ້ໃຫ້ເໝາະຕົນເອງໄດ້ກັບທຸກຄວາມສຳພັນບໍ່ວ່າຈະເປັນໝູ່ເພື່ອນ, ຄອບຄົວ ຫຼື ຄົນຮັກກໍຕາມ.

ອ້າງອີງ:

https://shorturl.at/qwGMX

https://shorturl.at/akIMY

https://shorturl.at/dfvFU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/