ເລື່ອງທີ່ຄວນຮູ້ກ່ອນທີ່ຈະລ້ຽງໜູເເຮັມສເຕີ ໜູຂົນປຸຍໂຕນ້ອຍໜ້າຮັກ ເເລະ ລ້ຽງງ່າຍ


ສຳລັບມືໃໝ່ທີ່ຄິດຢາກຈະລ້ຽງສັດ ຫຼື ກຳລັງເເນມຫາສັດລ້ຽງຢູ່ ໜູເເຮັມສເຕີກໍຖືວ່າເປັນສັດທີ່ລ້ຽງງ່າຍ ດູເເລບໍ່ຍາກ ແຖມຍັງມີຂົນປຸກປຸຍທີ່ນຸ້ມ, ພຽງເເຕ່ໄດ້ເຫັນນ້ອງໆເເລ່ນຫຼິ້ນ ເເລະ ນອນຫຼັບຢູ່ໃນກົງກໍເປັນຫຍັງທີ່ຟິນສຸດໆເເລ້ວ. ເຖິງວ່ານ້ອງຈະລ້ຽງງ່າຍ ເເຕ່ກໍບໍ່ເເມ່ນຈະປ່ອຍປ່ະລະເລີຍໄດ້ ເເລະ ເຊື່ອວ່າທຸກຄົນຢາກທີ່ຈະລ້ຽງນ້ອງໃຫ້ຢູ່ກັບເຮົາໄປດົນໆ ເພາະສະນັ້ນເຮົາຕ້ອງສຶກສາຫາຂໍ້ມູນທັງວິທີການລ້ຽງ ເເລະ ຄວາມຮູ້ອື່ນໆທີ່ຈຳເປັນກ່ຽວກັບການລ້ຽງໜູແຮັມສເຕີນຳ. ມື້ນີ້ເຮົາກໍໄດ້ລວບລວມສິ່ງທີ່ຄວນຮູ້ກ່ອນທີ່ຈະລ້ຽງໜູນ້ອຍນີ້ມາຝາກກັນ.

  1. ການເລືອກຊື້ໜູເເຮັມສເຕີ

ຖ້າທ່ານຕ້ອງການໜູເເຮັມສເຕີຂົນປຸຍນີ້ ທ່ານສາມາດຊອກຫາພວກມັນໄດ້ຢູ່ຮ້ານສັດລ້ຽງ. ເເຫຼ່ງເພາະພັນໜູເເຮັມສເຕີໄດ້ ຫຼື ໄປຮັບລ້ຽງເອົາມັນຈາກສູນຮັບລ້ຽງສັດ. ຄວນເລືອກຊື້ໜູເເຮັມສເຕີໃນຕອນແລງ ຫຼື ຕອນຫົວຄໍ່າ ເພາະເປັນເວລາທີ່ເເຮັມສເຕີສ່ວນໃຫຍ່ມີການຕື່ນຕົວຫຼາຍທີ່ສຸດ ເຊິ່ງງ່າຍທີ່ຈະສັງເກດເຫັນຄຸນລັກສະນະສະເພາະຕົວ ແລະ ເລືອກໂຕທີ່ເໝາະສົມກັບສິ່ງທີ່ຕົນເອງຕ້ອງການ.

ເລືອກໜູເເຮັມສເຕີທີ່ມີສຸຂະພາບດີ ໃບຫູຕ້ອງສະອາດ, ກົ້ນສະອາດ ແລະ ແຫ້ງ, ພຸງນ້ອຍໆ ທ້ອງມົນໆ, ຂົນບໍ່ເເຫວ່ງ ຫຼື ຈັບເປັນກ້ອນ, ຕາສົດໃສ ແລະ ແຂ້ວມີສຸຂະພາບດີ ບໍ່ຍາວເກີນໄປ ຫຼື ໂຄ້ງງໍຂຶ້ນມາ.

ການເລືອກຂະໜາດຂອງໜູເເຮັມສເຕີທີ່ຕ້ອງການ, ພັນ Syrian ທີ່ໃຫຍ່ເຕັມທີ່ອາດມີຂະໜາດເຖິງ 5-7 ນິ້ວ (12.7 – 17.8 cm). ໜູເເຮັມສເຕີພັນ Campbell ແລະ Winterwhite ຈະມີຂະໜາດ 3-4 ນິ້ວ (7.6 – 10.1 cm). ໜູເເຮັມສເຕີຈີນຈະມີຂະໜາດ 4-5 ນິ້ວ ( 10.1 – 12.7 cm), ສ່ວນພັນ Roborovski ຈະມີຂະໜາດ 3 ນິ້ວ (7.6 cm).

ໜູເເຮັມສເຕີມີລາຄາຖືກຫຼາຍເມື່ອທຽບກັບເງິນທີ່ຈະໃຊ້ກັບເຄື່ອງຫຼິ້ນ, ກະຕ່າ, ແລະ ການດູແລສຸຂະພາບຂອງພວກມັນ.

  1. ການເລືອກຊື້ກົງເເຮັມສເຕີ

ເຊິ່ງການເລືອກຊື້ກົງໃຫ້ເໝາະສົມສໍາລັບເເຮັມສເຕີບໍ່ແມ່ນເລື່ອງຍາກ. ເຄັດລັບເເມ່ນຕ້ອງເລືອກພື້ນທີ່ພາຍໃນກົງໃຫ້ເໝາະສົມກັບຄວາມຕ້ອງການຂອງ ເເຮັມສເຕີ ບໍ່ໃຫຍ່ເກີນໄປ ຫຼື ນ້ອຍເກີນໄປ. ຖ້າທ່ານຕ້ອງການໃຫ້ແນ່ໃຈວ່າ ແຮັມເຕີຈະບໍ່ຫຼຸດອອກຈາກກົງເເທ້ໆ ຄວນເລືອກກົງເເບບຕູ້ເເກ້ວ ເຊິ່ງເປັນກົງທີ່ເໝາະກັບທຸກໆສາຍພັນ

ກົງເເບບຕູ້ເເກ້ວຄວນມີຄວາມຍາວຢ່າງໜ້ອຍ 3 ຟຸດເພື່ອໃຫ້ມີພື້ນທີ່ພຽງພໍໃຫ້ນ້ອງໆໄດ້ແລ່ນຫຼິ້ນ, ບ່ອນວາງອາຫານ ເເລະ ນໍ້າ, ເຄື່ອງຫຼິ້ນ, ລໍ້ອອກກໍາລັງກາຍ ແລະ ຕາໜ່າງສໍາລັບເຝິກທັກສະໃນການແລ່ນໜີຈາກສັດຕູ. ການວາງກົງຂອງໜູເເຮັມສເຕີ ຄວນຢູ່ໃນບໍລິເວນທີ່ງຽບສະຫງົບ, ຫ້າມວາງຢູ່ໃກ້ບໍລິເວນທີ່ຖືກເເສງເເດດ ເນື່ອງຈາກຕູ້ເເບບເເວ່ນອາດເຮັດໃຫ້ນ້ອງໆຕາຍໄດ້, ວາງກົງໃຫ້ຢູ່ຫ່າງຈາກສັດລ້ຽງອື່ນໆເຊັ່ນ: ໝາ ແລະ ແມວ, ລວມໄປເຖິງສິ່ງອື່ນໆທີ່ສາມາດເພີ່ມຄວາມຄຽດໃຫ້ກັບເເຮັມສເຕີໄດ້.

ສໍາລັບຄົນທີ່ຕ້ອງການກົງເເບບທໍາມະດາ ຄວນກວດເບິ່ງພາກສ່ວນຕ່າງໆຂອງກົງໃຫ້ດີ, ທຸກໆຈຸດແມ່ນປິດຢ່າງສົມບູນ, ບໍ່ມີສ່ວນເສຍຫາຍ ຫຼື ຂາດ, ຄວາມຫ່າງຂອງດິ້ວທີ່ໃຊ້ຂັ້ນກົງບໍ່ຄວນເກີນ 1 ຊັງຕີແມັດເພື່ອປ້ອງກັນບໍ່ໃຫ້ເເຮັມສເຕີໜີອອກມາ.

  1. ການໃຫ້ອາຫານ ເເລະ ນ້ຳ

ສໍາລັບການໃຫ້ນໍ້າ, ຄວນມີເຄື່ອງໃຫ້ນ້ຳສຳລັບເເຮັມສເຕີໂດຍສະເພາະຂອງ. ເນື່ອງຈາກວ່າເເຮັມສເຕີເປັນສັດທີ່ບໍ່ດື່ມນໍ້າຫຼາຍໃນເເຕ່ລະຄັ້ງ. ຈອກການໃຫ້ນໍ້າເປັນຖ້ວຍສາມາດເຮັດໃຫ້ເເຮັມສເຕີສະມັກນ້ຳໄດ້. ທີ່ສໍາຄັນ, ຄວນປ່ຽນນໍ້າທຸກໆມື້ ຫຼື ປະໄວ້ດົນສຸດພຽງ 3 ມື້.

ໃນເລື່ອງຂອງອາຫານ, ເພື່ອໃຫ້ແກ້ມຂອງໜູເເຮັມສເຕີຕຸ້ຍທັງສອງຂ້າງ ຄວນໃຫ້ອາຫານຢ່າງພຽງພໍໃນທຸກໆມື້. ການນຳອາຫານໄປໃສ່ໃນຖ້ວຍຄວນຈະເປັນອາຫານທີ່ສົດໃໝ່ ເເລະ ບໍ່ຫຼາຍເກີນໄປ

 ຫຼື ສາມາດນຳອາຫານໄປວາງເປັນຈຸດໄວ້ຮອບໆກົງເພື່ອເປັນການກະຕຸ້ນໃຫ້ນ້ອງມີການເຄື່ອນໄຫວຫຼາຍຂຶ້ນ. ຖ້ວຍທີ່ໃສ່ອາຫານຄວນຈະເຄືອບດ້ວຍດິນເຜົາ ຫຼື ໂລຫະເພື່ອໃຫ້ນ້ອງບໍ່ສາມາດກັດຖ້ວຍໄດ້.

ຄວນໃຫ້ອາຫານເສີມອາທິດລະ 2-3 ເທື່ອ ເຊັ່ນ: ແຄລອດ, ໝາກແຕງ, ໝາກແອັບເປີ້ນ, ໝາກເລັ່ນ ແລະ ອື່ນໆ; ບໍ່ຄວນກິນອາຫານຂອງຄົນ.

  1. ການທຳຄວາມສະອາດກົງ

ການທຳຄວາມສະອາດກົງເເມ່ນລ້າງດ້ວຍນໍ້າສະອາດກໍພຽງພໍເເລ້ວ ເພາະການໃຊ້ນໍ້າສະບູ ຫຼື ນໍ້າສະອາດ ອາດມີເຮັດໃຫ້ມີສານເຄມີຕົກຄ້າງ ແລະ ສາມາດເປັນອັນຕະລາຍເມື່ອເເຮັມສເຕີເລຍ ຫຼື ກັດກົງ. ສ່ວນບ່ອນນອນທີ່ໃຊ້ແລ້ວບໍ່ຄວນນຳກັບມາໃຊ້ຄືນ ຖ້າຫາກໃຊ້ຜ້າປູນອນກໍຄວນນຳຜືນໃໝ່ມາປູເປັນບ່ອນນອນ, ໂດຍທົ່ວໄປຕູ້ສາມາດປູພຽງແຕ່ 3 ຊັ້ນກໍໄດ້. ແຕ່ສໍາລັບຕູ້ແກ້ວ, ຄວນຈະປູພື້ນໃຫ້ໜາປະມານ 4-5 ຊັ້ນ ແລະ ຫຼີກເວັ້ນການເອົາເສດໄມ້ມາຮອງເປັນພື້ນ ເນື່ອງຈາກເສດໄມ້ມີນ້ຳມັນ ເເລະ ສານເຄມີທີ່ເປັນອັນຕະລາຍຕໍ່ໜູເເຮັມສເຕີ.

  1. ພື້ນທີ່ສຳລັບແລ່ນຫຼິ້ນ

ສິ່ງສໍາຄັນສຳລັບການກຽມພື້ນທີ່ຂ້າງນອກໃຫ້ເເຮັມສເຕີເເລ່ນຫຼິ້ນກໍຄື ບໍລິເວນນັ້ນຕ້ອງສະອາດ, ບໍ່ມີສິ່ງຂອງທີ່ເປັນອັນຕະລາຍເເຮັມສເຕີ ຫຼື ທາງອອກເພື່ອແລ່ນໜີໄດ້. ຖ້າເປັນໄປໄດ້, ຄວນກຽມ 2-3 ບ່ອນເພື່ອຈະເຮັດໃຫ້ເເຮັມສເຕີຮູ້ສຶກຕື່ນຕົວ ມີຄວາມສົນ​ໃຈ​ກັບ​ສິ່ງ​ອ້ອມຂ້າງ​ ແລະ ມີຄວາມສຸກຫຼາຍຂຶ້ນ

ໃນກໍລະນີທີ່ສັດລ້ຽງອື່ນໆຢູ່ໃນເຮືອນ ບໍ່ຄວນເຂົ້າໃກ້ ຫຼື ເຫັນໜູເເຮັມສເຕີ, ກົງ, ສິ່ງຂອງອື່ນໆ ແລະ ພື້ນທີ່ເເລ່ນຫຼິ້ນຂອງເເຮັມສເຕີ. ຖ້າບໍ່ດັ່ງນັ້ນ, ມັນຈະເຮັດໃຫ້ເເຮັມສເຕີຮູ້ສຶກຄຽດ ແລະ ສາມາດນໍາໄປສູ່ການເຈັບປ່ວຍໄດ້.

ໜູເເຮັມສເຕີອາດເບື່ອ ແລະ ກັດກົງໄດ້. ດັ່ງນັ້ນ, ເພື່ອປ້ອງກັນພຶດຕິກໍາເຫຼົ່ານີ້ ຄວນຈະມີການປ່ຽນແປງເປັນບາງຄັ້ງຄາວເຊັ່ນ: ຢ້າຍຕໍາເເໜ່ງວາງກົງໃໝ່, ເພີ່ມເຄື່ອງຫຼິ້ນ ແລະອື່ນໆ, ຍົກເວັ້ນຕຸກນໍ້າ ແລະ ອາຫານ.

ໃນກໍລະນີທີ່ເເຮັມສເຕີມີອາກາດຄຽດເຊັ່ນ: ນອນຫຼາຍຜິດປົກກະຕິ, ບໍ່ອອກກຳລັງກາຍ ເເລະ ອື່ນໆ, ໃຫ້ປັບທຸກຢ່າງເປັນຄືເກົ່າ. ຖ້າເຈົ້າຈື່ບໍ່ໄດ້, ໃຫ້ຖ່າຍຮູບໄວ້ກ່ອນເຄື່ອນຍ້າຍ. ຖ້າເເກ້ໄຂກັບມາເປັນຄືເກົ່າເເລ້ວ, ອາການເເຮັມສເຕີຍັງບໍ່ກັບເປັນປົກກະຕິຄວນໄປພົບສັດຕະວະແພດທັນທີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/