ປົກເວັບ 75

ສະຫະລັດໄດ້ເລີ່ມຜະລິດຫຼຽນ 1 ໂດລາສະຫະລັດຮູບປະທານາທິບໍດີ ໂດນັລ ທຣຳ ແບບເຄືອບສີຄຳເພື່ອສະຫຼອງ 250 ປີ ວັນຊາດ ເຊິ່ງແນໃສ່ເຊີດຊູຄ່ານິຍົມຮັກຊາດ ແຕ່ໄດ້ສ້າງຜົນກະທົບໃຫ້ເກີດການວິພາກວິຈານຢ່າງໜັກ ເນື່ອງຈາກກົດໝາຍທີ່ຫ້າມນຳຮູບຜູ້ນຳທີ່ຍັງມີຊີວິດຢູ່ລົງໃນເງິນຕາ.

ຫຼຽນດັ່ງກ່າວມີກຳນົດວາງຈຳໜ່າຍໃນລະດູໃບໄມ້ຫຼົ່ນປີນີ້ ໂດຍການອອກແບບຂັ້ນສຸດທ້າຍໄດ້ຮັບການອະນຸມັດຈາກຄະນະກຳມະການວິຈິດສິນແຫ່ງສະຫະລັດ ເຊິ່ງສະມາຊິກແມ່ນຖືກແຕ່ງຕັ້ງໂດຍທ່ານທຣຳເອງເມື່ອຕົ້ນປີທີ່ຜ່ານມາ. 

ຢ່າງໃດກໍຕາມ ຫຼຽນສະບັບລ່າສຸດທີ່ຖືກເປີດເຜີຍນີ້ ໄດ້ມີການປ່ຽນແປງຈາກແບບທີ່ເຄີຍອະນຸມັດກ່ອນໜ້າ ໂດຍຫັນມາໃຊ້ວິທີການເຄືອບຜິວດ້ວຍສີຄຳ ແທນການຜະລິດຈາກທອງຄຳແທ້. 

ສຳລັບການອອກແບບດ້ານໜ້າຂອງຫຼຽນ ຈະປະກົດເປັນຮູບທ່ານທຣຳສວມຊຸດສູດມັດເນັກໄທດ້ວຍສີໜ້າເຄັ່ງຂຶມ ພ້ອມກັບຄຳວ່າ “LIBERTY” ຢູ່ຂອບດ້ານເທິງ, ລະບຸປີ “1776-2026” ຢູ່ດ້ານລຸ່ມ ແລະ ມີວະລີ “IN GOD WE TRUST” ຢູ່ກາງ. 

ສ່ວນດ້ານຫຼັງແມ່ນຮູບນົກອິນຊີຕາມຕາປະທັບໃຫຍ່ຂອງສະຫະລັດ ພ້ອມຂໍ້ຄວາມ “UNITED STATES OF AMERICA” ແລະ ໂລ່ເທິງໜ້າເອິກນົກອິນຊີມີວະລີພາສາລາຕິນ “E PLURIBUS UNUM” ເຊິ່ງແປວ່າ “ຈາກຫຼາຍສິ່ງລວມເປັນໜຶ່ງດຽວ”.

ທ່ານ ສະກັອດ ເບສເຊນ ລັດຖະມົນຕີກະຊວງການຄັງສະຫະລັດ ໄດ້ກ່າວຜ່ານແພລັດຟອມ X ວ່າ ຫຼຽນນີ້ຜະລິດຂຶ້ນເພື່ອເປັນກຽດແກ່ເຈດຕະນາລົມແຫ່ງເສລີພາບ ແລະ ເປັນສັນຍະລັກແຫ່ງຄວາມຮັກຊາດ ໂດຍການມີຮູບຂອງທ່ານທຣຳ ແມ່ນການສະຫຼອງຄວາມເຂັ້ມແຂງຂອງຄ່ານິຍົມແບບອາເມຣິກັນ ແລະ ຄຳໝັ້ນສັນຍາທີ່ຈະຮັກສາເສລີພາບສຳລັບທຸກຄົນ. 

ເຖິງຢ່າງໃດກໍຕາມ ການຕັດສິນໃຈດັ່ງກ່າວກໍໄດ້ສ້າງຂໍ້ຖົກຖຽງໃນສັງຄົມ ເນື່ອງຈາກກົດໝາຍລັດຖະບານກາງຫ້າມບໍ່ໃຫ້ປະທານາທິບໍດີທີ່ຍັງມີຊີວິດຢູ່ປາກົດຢູ່ເທິງທະນະບັດ ແຕ່ໃນຂະນະດຽວກັນ ລັດຖະມົນຕີການຄັງກໍຍັງມີອຳນາດໃນການອະນຸມັດຜະລິດຫຼຽນໃນໂອກາດພິເສດໄດ້.

ທີ່ຜ່ານມາ ທ່ານທຣຳໄດ້ພະຍາຍາມຢ່າງຕໍ່ເນື່ອງ ໃນການນຳຊື່ ແລະ ພາບລັກຂອງຕົນໄປຜູກຕິດກັບສະຖາບັນ ແລະ ໂຄງການສຳຄັນຕ່າງໆຂອງຊາດ ເຊັ່ນ: ການປ່ຽນຊື່ສະຖາບັນສັນຕິພາບແຫ່ງສະຫະລັດ, ສະຖານທີ່ຈັດສະແດງສິລະປະເຄນເນດີເຊັນເຕີ ແລະ ເຮືອຮົບຊັ້ນໃໝ່. 

ການເຄື່ອນໄຫວນີ້ຍັງສອດຄ່ອງກັບການປະກາດເມື່ອເດືອນມີນາຜ່ານມາ ທີ່ຈະໃຫ້ມີລາຍເຊັນຂອງທ່ານປາກົດເທິງທະນະບັດສະຫະລັດໃນໄວໆນີ້ ເຊິ່ງນັບເປັນຄັ້ງທຳອິດທີ່ປະທານາທິບໍດີທີ່ພວມດຳລົງຕຳແໜ່ງຈະມີລາຍເຊັນຢູ່ເທິງເງິນຕາທີ່ສາມາດຊຳລະໜີ້ໄດ້ຕາມກົດໝາຍ.

#LaoX #TrumpCoin #USDollar #USMint #DonaldTrump #ຂ່າວຕ່າງປະເທດ #ຂ່າວເສດຖະກິດ

Comments are disabled