ເມື່ອເຄື່ອງນຸ່ງທີ່ໃຊ້ແລ້ວ ສາມາດສະແກນ QR Code ຂາຍຕໍ່ມືສອງໄດ້ໃນຕົວມັນເອງ! ແຖມລົດຂີ້ເຫຍື້ອແຟຊັ່ນໄດ້ພ້ອມ!!!


ເມື່ອເວລາທີ່ເຮົາມີເຄື່ອງນຸ່ງທີ່ບໍ່ໄດ້ນຸ່ງແລ້ວ ແລະຍັງມີສະພາບທີ່ດີຢູ່ ເຮົາອາດຈະສົ່ງຕໍ່ເປັນເຄື່ອງມືສອງດ້ວຍການຂາຍອອກ ແຕ່ເຮົາກໍຕ້ອງຫາແຫຼ່ງທີ່ຮັບຊື້ເຄື່ອງມືສອງເອງ ຫຼື ຂາຍເອງ, ແຕ່ຈະດີເທົ່າໃດ ເມື່ອເຄື່ອງນຸ່ງດັ່ງກ່າວມີ QR Code ຕິດຢູ່ທີ່ເຄື່ອງນຸ່ງຕັ້ງແຕ່ຕອນຊື້ ເພື່ອທີ່ວ່າເຄື່ອງນຸ່ງນັ້ນເມື່ອບໍ່ໄດ້ຖືກໃຊ້ແລ້ວ ຈະສາມາດສະແກນຂາຍອອກໄປໃນຕະຫຼາດມືສອງໄດ້ເລີຍ.

ແບຣນເສື້ອຜ້າ Samsøe Samsøe ໄດ້ມີແນວຄິດໃນການລົດຂີ້ເຫຍື້ອແຟຊັ່ນ ດ້ວຍການຕິດແທັກເຄື່ອງນຸ່ງ Resell Tag ທີ່ມີ QR code ສຳລັບບົ່ງບອກຂໍ້ມູນຂອງເຄື່ອງນຸ່ງ ຕັ້ງແຕ່ວັນທີຜະລິດ, ລາຄາ, ເນື້ອຜ້າ… ລວມເຖິງເມື່ອເຈົ້າຂອງບໍ່ຢາກໃສ່ເຄື່ອງນຸ່ງຜືນນີ້ແລ້ວ ສາມາດສະແກນ ແລ້ວມັນຈະນຳພາໄປໜ້າ Facebook ແລະ ເຄື່ອງນຸ່ງດັ່ງກ່າວກໍຈະຖືກ ads ໂຄສະນາໃຫ້ຄົນມາຊື້ຕໍ່ທັງໃນ Facebook ແລະ Instagram.

ຖ້ານະວັດຕະກຳນີ້ຖືກນຳໃຊ້ກັບຫຼາຍໆແບຣນທົ່ວໂລກ ມັນຈະສາມາດລົດຂີ້ເຫຍື້ອແຟຊັ່ນທີ່ບໍ່ໄດ້ໃຊ້ແລ້ວ ແລະ ລົດການຜະລິດເຄື່ອງແຟຊັ່ນໄດ້ເປັນຈຳນວນຫຼາຍ ຜົນທີ່ໄດ້ກໍຈະສາມາດລົດປະລິມານຄາບອນໄດອັອກໄຊໄດ້ອີກ ເພາະວ່າການຜະລິດເຄື່ອງນຸ່ງແຕ່ລະເທື່ອຈະຕ້ອງມີການປ່ອຍມົນລະພິດຂຶ້ນສູ່ບັນຍາກາດຢ່າງມະຫາສານ ແລະ ຍັງສິ້ນເປືອງແຮງງານທີ່ບໍ່ຈຳເປັນອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/