ເມື່ອປ່ຽນມອຍເຈີໄຣເຊີຄຣີມ ກາຍເປັນແຜ່ນແບບເຈ້ຍ ຊ່ວຍປະຢັດນ້ຳ ເພີ່ມອາຍຸການໃຊ້ງານ ແລະ ເປັນມິດກັບສິ່ງແວດລ້ອມ


ປະຕິເສດບໍ່ໄດ້ວ່າການຜະລິດເຄື່ອງສຳອາງນັ້ນ ຫຼາຍຜະລິດຕະພັນກໍໃຊ້ນໍ້າເປັນອົງປະກອບຫຼັກໃນການຜະລິດເປັນຈໍານວນຫຼາຍ, ບາງຜະລິດຕະພັນກໍໃຊ້ອັດຕາສ່ວນຂອງນໍ້າສະເລ່ຍທີ່ 60-85%, ແລະ ໃນປະເພດເຄື່ອງທີ່ໃຊ້ອາບນໍ້າເຊັ່ນ: ຢາສະຜົມ, ຄຣີມນວດ, ເຈວອາບນໍ້າ ແມ່ນໃຊ້ນໍ້າເປັນອົງປະກອບຫຼາຍເຖິງ 95%.

ເພື່ອແກ້ໄຂບັນຫາການໃຊ້ນໍ້າຢ່າງມະຫາສານ ມະຫາວິທະຍາໄລ ອິສທ໌ແອງເກຼຍ (University of East Anglia) ໄດ້ນຳສະເໜີຮູບແບບຜະລິດຕະພັນໃໝ່ຂອງເຄື່ອງສຳອາງປະເພດ ຄຣີມເພີ່ມຄວາມຊຸ່ມຊື່ນ, ຄຣີມກັນແດດ, ຢາສະຜົມ ແລະ ຄຣີມນວດ ໃຫ້ກາຍເປັນຮູບແບບແຜ່ນເຈ້ຍ, ພົບວ່າບັນຈຸພັນນີ້ສາມາດແຍກນໍ້າອອກໄດ້ 98%.

ຄວາມພິເສດຂອງການໃຊ້ງານຂອງມັນກໍຄື ເມື່ອໃດກໍຕາມທີ່ທ່ານຕ້ອງການນໍາໃຊ້ແມ່ນພຽງແຕ່ຢອດນໍໍ້າສະອາດປະສົມໃສ່ພຽງຢອດດຽວ, ຈາກນັ້ນມັນກໍຈະປ່ຽນເປັນຄຸນສົມບັດທີ່ມີຄວາມຊຸ່ມຊື່ນ ແລະ ສາມາດນໍາໃຊ້ໄດ້ຢ່າງທັນທີ. ການແຍກນໍ້າອອກຈາກເຄື່ອງສຳອາງ ຍັງຊ່ວຍລົດການໃສ່ສານກັນບູດໃນຜະລິດຕະພັນ ແລະ ຍືດອາຍຸການໃຊ້ງານຂອງຜະລິດຕະພັນໄດ້ສູງຂຶ້ນ.

ນອກຈາກການປ່ຽນຮູບໂສມໃໝ່ທີ່ໜ້າສົນໃຈແລ້ວ, ມັນຍັງເປັນການປ່ຽນແປງຄັ້ງຍິ່ງໃຫຍ່ໃນປະເພດເຄື່ອງສຳອາງທີ່ເປັນມິດກັບສິ່ງແວດລ້ອມ. ເພາະນອກຈາກຈະລົດປະລິມານນໍ້າມະຫາສານແລ້ວ ຍັງຊ່ວຍລົດຜ່ອນປະລິມານການປ່ອນອາຍຄາບອນ ແລະ ບັນຈຸພັນທີ່ບໍ່ຈໍາເປັນ.

ທ່ານ ສາສະດາຈານ Sheng Qi ຫົວໜ້າທີມນັກວິໄຈ ຝ່າຍການຢາ, ມະຫາວິທະຍາໄລ ອິສທ໌ແອງເກຼຍ ບອກວ່າ: “ແທ້ຈິງແລ້ວພວກເຮົາມີຄວາມຕັ້ງໃຈພັດທະນາເທັກໂນໂລຢີດ້ານອຸດສາຫະກໍາເພສັດສາດ, ແຕ່ມັນເຫັນໄດ້ຊັດເຈນວ່າມັນສາມາດລົດຜ່ອນປະລິມານຄາບອນໃນອຸດສາຫະກໍາຄວາມງາມ ແລະ ຜະລິດຕະພັນຮັກສາຜິວໜັງໄດ້ຢ່າງແທ້ຈິງ.”; “ການແຍກນໍ້າ ແລະ ນໍ້າມັນອອກຈາກຄຣີມເພີ່ມຄວາມຊຸ່ມຊື່ນ, ຄຣີມກັນແດດ ແລະ ຜະລິດຕະພັນດູແລເສັ້ນຜົມ ແລະ ເຄື່ອງສຳອາງ ບໍ່ພຽງແຕ່ຈະຊ່ວຍຍືດອາຍຸການໃຊ້ງານເທົ່ານັ້ນ, ແຕ່ຍັງລົດຜ່ອນນໍ້າໜັກຂອງຜະລິດຕະພັນ ແລະ ບັນຈຸພັນ, ຄ່າຂົນສົ່ງ, ຂີ້ເຫຍື້ອພລາສຕິກ ແລະ ຄວາມຈໍາເປັນໃນການໃຊ້ສານກັນບູດໄດ້ຫຼາຍ.”

ໃນການທົດລອງອັນປະສົບຜົນສຳເລັດນີ້ ທີມນັກວິໄຈກໍເຊື່ອວ່າຈະສາມາດຊ່ວຍໃຫ້ອຸດສາຫະກໍາຄວາມງາມສາມາດຮັກສາຄຸນະພາບ ແລະ ການໃຊ້ງານຂອງຜະລິດຕະພັນໄວ້ໄດ້ຄືເກົ່າ, ເຖິງວ່າຮູບແບບຂອງບັນຈຸພັນຈະປ່ຽນໄປ ແຕ່ມັນເປັນການລົດຜ່ອນການປ່ອຍທາດອາຍເຮືອນແກ້ວທີ່ເຮັດໃຫ້ເກີດພາວະໂລກຮ້ອນ, ແລະ ເຮັດໃຫ້ອຸດສາຫະກໍາມີຄວາມຍືນຍົງຫຼາຍຂຶ້ນ.

ທີ່ມາ:

packagingguruji

uea.ac.uk

natrue.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/