ເພື່ອຄວາມເປັນລະບຽບຮຽບຮ້ອຍ ໄດ້ມີການຫາລືຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມລົງໃຕ້ດິນ


ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ຫາລືການຈັດສັນບັນດາສາຍສົ່ງ ໂທລະຄົມມະນາຄົມ ທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ເພື່ອຄວາມເປັນລະບຽບຮຽບຮ້ອຍ ໃນວັນທີ 28 ເມສາ 2023 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ການຈັດສັນບັນດາສາຍສົ່ງ ໂທລະຄົມມະນາຄົມທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມຈົບງາມ, ຄວາມປອດໄພ, ຄວາມເປັນເອກະພາບໃນການພັດທະນາ, ການນຳໃຊ້ ແລະ ການບໍລິການ ລະບົບສາຍສົ່ງໂທລະຄົມມະນາຄົມຕ່າງໆ ຕາມເສັ້ນທາງ ແລະ ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ຕາມແຜນພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່.

ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານຫຍໍ້ສະພາບການຈັດສັນ, ຮື້ຖອນ ແລະ ແຜນເອົາບັນດາສາຍສົ່ງໂທລະຄົມລົງດິນ ໂດຍມີນິຕິກຳ ກົດໝາຍວ່າດ້ວຍ ໂທລະຄົມມະນາຄົມ ສະບັບປັບປຸງ, ດຳລັດວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມ, ປັດຈຸບັນແມ່ນ ກຳລັງປັບປຸງນິຕິກໍາທີ່ກ່ຽວຂ້ອງຕ່າງໆ. ພ້ອມນັ້ນ, ເພື່ອໃຫ້ບັນລຸການຈັດສັນລະບົບສາຍສົ່ງ ໂທລະຄົມມະນາຄົມໃຫ້ປະສົບຜົນສຳເລັດ, ໃນວັນທີ 9 ກຸມພາ 2023 ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ສີສັນ ພັດທະນາສາກົນ ຈຳກັດຜູ້ດຽວ, ບໍລິສັດ ໄຊຍາ ກໍ່ສ້າງ-ສ້ອມແປງຄົບວົງຈອນ ຈຳກັດຜູ້ດຽວ ແລະ ບໍລິສັດ ແອວໄອທີໂຊລູຊັນ ຈຳກັດຜູ້ດຽວ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມ ທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ພ້ອມນັ້ນ ທີ່ປຶກສາຂອງບໍລິສັດ ຈະໄດ້ນຳສະເໜີເຕັກນິກລະອຽດ ການນຳເອົາສາຍສົ່ງໂທລະຄົມລົງດິນ.

ກອງປະຊຸມເຫັນດີ ແຕ່ງຕັ້ງຄະນະຮ່ວມເຮັດວຽກ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ນະຄອນຫຼວງວຽງຈັນ ພ້ອມທັງກຳນົດເວລາໃນການຈັດຕັ້ງປະຕິບັດ ແນໃສ່ການຈັດຕັ້ງປະຕິບັດ ການຈັດສັນສາຍສົ່ງໂທລະຄົມມະນາຄົມ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມຈົບງາມ, ຄວາມປອດໄພ, ຄວາມເປັນເອກະພາບໃນການພັດທະນາ, ການນຳໃຊ້ ແລະ ການບໍລິການ ລະບົບສາຍສົ່ງໂທລະຄົມມະນາຄົມຕ່າງໆ ຕາມເສັ້ນທາງ ແລະ ຕົວເມືອງ ພາຍໃນນະຄອນຫລວງວຽງຈັນ ຕາມແຜນພັດທະນານະຄອນຫລວງວຽງຈັນໄລຍະໃໝ່.

ຂໍ້ມູນຈາກ:

https://cutt.ly/m5A1Fp7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/