ເຜີຍທີ່ມາຂອງ “ແມວສົ້ມ” ທີ່ມີຂົນສີທອງ ແລະ ນິດໄສທີ່ແສບຊ່າ ອາດມີສາຍສໍາພັນມາຈາກຊາວ Vikings?


ທາດແມວຫຼາຍຄົນເຄີຍສົງໄສບໍ່ວ່າເປັນຫຍັງ “ແມວສົ້ມ” ຫຼື Ginger Cat ຂອງພວກເຮົາຈຶ່ງເບິ່ງຄືເບີກບານມ່ວນຊື່ນ ມັກຢອກ ແລະ ກ້າຫານກວ່າແມວສີອື່ນໆຢູ່ຕະຫຼອດເວລາ. ບົດຄວາມນີ້ຈະພາໄປໄຂຂໍ້ຂ້ອງໃຈທີ່ວ່າ “ຕຳນານແມວສົ້ມແສບຊ່າກວ່າໃຜ” ນັ້ນມີທີ່ມາທີ່ໄປຈາກໃສ?

  • ຕາມຮອຍ Gene ສີສົ້ມ: ເປີດເຜີຍເບື້ອງຫຼັງເຖິງຄວາມດື້

ໃນທາງດ້ານວິທະຍາສາດໄດ້ມີການອະທິບາຍວ່າ ແມວແຕ່ລະສາຍພັນອາດຈະມີລັກສະນະທີ່ແຕກຕ່າງກັນເຊັ່ນ: ແມວເບີມິສ (Burmese) ທີ່ມີຊີວິດຊີວາ ຫຼື ແມວເປີເຊຍ (Persian) ທີ່ມັກສະຫງົບ. ແຕ່ສໍາລັບຄວາມສໍາພັນລະຫວ່າງສີຂົນ ແລະ ນິດໄສນັ້ນຍັງບໍ່ທັນມີການສຶກສາທີ່ຊັດເຈນເທື່ອ.

ຢ່າງໃດກໍຕາມ, “Roger Tabor” ຜູ້ຊ່ຽວຊານດ້ານພຶດຕິກໍາແມວຈາກປະເທດອັງກິດ, ໄດ້ສະເໜີແງ່ມຸມທີ່ໜ້າສົນໃຈວ່າ ແມວສົ້ມໂຕຜູ້ມີແນວໂນ້ມທີ່ຈະໃຫຍ່ກວ່າແມວສີອື່ນໆ, ສິ່ງນີ້ອາດສົ່ງຜົນຕໍ່ຄວາມໝັ້ນໃຈ ແລະ ພຶດຕິກໍາທີ່ບໍ່ຢ້ານໃຜຂອງພວກມັນ.

  • ຈາກ Gene ສູ່ຕຳນານ: The Orange Cat ແລະ Vikings

ອີກໜຶ່ງທິດສະດີທີ່ໜ້າສົນໃຈແມ່ນມາຈາກ “Neil B. Todd” ນັກຄົ້ນຄວ້າຜູ້ທີ່ສະເໜີວ່າ ແມວສົ້ມອາດຈະມີສາຍສຳພັນກັບ Vikings.

Neil B. Todd ໄດ້ສຶກສາການແຜ່ກະຈາຍຂອງ gene ສີສົ້ມໃນແມວ ໂດຍພົບເຫັນວ່າ ແມວສົ້ມມີປະຊາກອນຢ່າງໜາແໜ້ນຢູ່ໃນເຂດທີ່ເຄີຍເປັນອານານິຄົມຂອງຊາວ Vikings ແລະ ຊາວ Vikings ເອງກໍມັກແມວທີ່ມີລັກສະນະສະເພາະຕົວ. ນໍາໄປສູ່ການສົມມຸດຖານວ່າ Vikings ອາດຈະໄດ້ນໍາເອົາແມວສົ້ມຈາກ Türkiye ​ໄປ​ຍັງ​ຢູ​ໂຣບ ​ແລະ​ ອັງກິດ

  • ແມວສົ້ມ: ມິດແທ້ຜູ້ກ້າຫານ

Roger Tabor ໄດ້ສະໜັບສະໜູນທິດສະດີນີ້, ໂດຍກ່າວວ່າ ແມວສົ້ມມີຄວາມເປັນມິດ, ຄວາມໝັ້ນໃຈ ແລະ ບໍ່ຢ້ານຄົນ.

“ແມວສົ້ມອາດຈະກ້າທີ່ຈະຍ່າງຂຶ້ນເຮືອຊາວ Viking. ເນື່ອງຈາກລັກສະນະນິດໄສທີ່ບໍ່ຢ້ານກົວຂອງມັນ” ສິ່ງນີ້ເຮັດໃຫ້ Roger Tabor ເຊື່ອວ່າແມວສົ້ມອາດຈະມີລັກສະນະດຽວກັນກັບຊາວ Vikings ຄືເປັນມິດກັບຄົນໃກ້ຊິດ ແຕ່ໃຈຮ້າຍກັບຄູ່ຕໍ່ສູ້

  • ແມວສົ້ມ: ຂົນສີທອງ, ມີນິດໄສທີ່ເເສບຊ່າ?

ຈາກທິດສະດີ ແລະ ຂໍ້ມູນເຫຼົ່ານີ້ ເຖິງແມ່ນວ່າຍັງບໍ່ທັນມີຂໍ້ສະຫຼຸບທີ່ຊັດເຈນ. ແຕ່ມັນພຽງພໍທີ່ຈະເວົ້າວ່າ ແມວສົ້ມມີແນວໂນ້ມຫຼາຍກວ່າແມວສີອື່ນໆທີ່ຈະກ້າຫານ, ໝັ້ນໃຈ ແລະ ເປັນມິດ.

ແລ້ວສໍາລັບທາດແມວສົ້ມເດ ຄິດວ່າ “ແມວ” ຂອງເຈົ້າມີບຸກຄະລິກກະພາບທີ່ກົງກັບຄໍາອະທິບາຍເຫຼົ່ານີ້ບໍ່?

ສັງເກດເບິ່ງພຶດຕິກໍາຂອງເຈົ້ານາຍສີ່ຂາຂອງທ່ານ. ບົດ​ຄວາມ​ນີ້​ອາດ​ຈະ​ເປັນ​ພຽງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງການ​​ໄຂ​ຄວາມເລິກ​ລັບ​ຂອງ “ແມວ​ສົ້ມ​: ຂົນ​ສີ​ທອງ​, ທີ່ແສນຈະດື້​?” ເທົ່ານັ້ນ.

ທີ່ມາ:

facebook

bbc

express

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/