ເປີດໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງ ສ້າງໂອກາດດ້ານວຽກເຮັດງານທໍາໃຫ້ແກ່ຊຸມຊົນ


ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການສະວິສຄອນແທັກ ປະຈຳລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ແລະ ເປີດໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງໃນ ສປປ ລາວ.

ການເຊັນສັນຍາຄັ້ງດັ່ງກ່າວ ເປັນຂີດໝາຍເລີ່ມຕົ້ນຂອງການຮ່ວມມືຢ່າງເປັນທາງການຄັ້ງໃໝ່ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ສະຫະພາບຢູໂຣບ ແລະ ປະເທດ ສະວິດ ຈໍານວນ 2,499,580 ຢູໂຣ.

ໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງໃນ ສປປ ລາວ (ໂຄງການ SCP ລາວ) ແມ່ນເພື່ອສະໜັບສະໜູນຄວາມພະຍາຍາມຕາມທິດສີຂຽວ ຂອງລາວ ໄປຄຽງຄູ່ກັບການ ສ້າງໂອກາດດ້ານວຽກເຮັດງານທໍາໃຫ້ແກ່ຊຸມຊົນ ໂດຍຜ່ານການ ສ້າງຈິດສຳນຶກ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງຂອງໄວໜຸ່ມ ແລະ ແມ່ຍິງ ກ່ຽວກັບນະໂຍບາຍດ້ານສິ່ງແວດລ້ອມ ແລະ ປັບປຸງລະບົບການຄຸ້ມຄອງສິ່ງເສດເຫຼືອ ເພື່ອສ້າງວຽກເຮັດງານທຳສີຂຽວ.

ທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: “ການຜະລິດ ແລະ ບໍລິໂພກ ແບບຍືນຍົງ ແມ່ນອົງປະກອບທີ່ສໍາຄັນຂອງຄວາມພະຍາຍາມຂອງພວກເຮົາ ເພື່ອຮັບປະກັນຄວາມຢູ່ດີກິນດີໃນໄລຍະຍາວຂອງປະຊາຊົນ ແລະ ການປົກປ້ອງສິ່ງແວດລ້ອມຂອງພວກເຮົາ. ໂຄງການນີ້ໄດ້ຮັບເອົາຄໍາໝັ້ນສັນຍາອັນໃຫຍ່ຫຼວງໃນການກ້າວໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ ແລະ ແກ້ໄຂສິ່ງທ້າທາຍທີ່ພວກເຮົາກໍາລັງພົບໃນການສົ່ງເສີມການບໍລິໂພກ ແລະ ການຜະລິດແບບມີຄວາມຮັບຜິດຊອບ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແຜນງານ ການຜະລິດ ແລະ ການບໍລິໂພກ ແບບຍືນຍົງ ຂອງ ສປປ ລາວ ແຕ່ປີ 2022-2025 ແລະ ວິໄສທັດຮອດປີ 2030.”

ທ່ານ ນາງ ອີນາ ມາຈູລໍນິເຕ (Ina Marciulionyte), ເອກອັກຄະລັດຖະທູດ ສະຫະພາບຢູໂຣບ ໄດ້ເນັ້ນໜັກວ່າ: ການເປີດໂຄງການດັ່ງກ່າວ ສະແດງໃຫ້ເຫັນເຖິງການດຳເນີນການຮ່ວມກັນໃນການສ້າງຈິດສຳນຶກໃຫ້ກວ້າງຂວາງກ່ຽວກັບຄວາມສ່ຽງຕໍ່ສຸຂະພາບຈາກພລາສຕິກ, ເລັ່ງການຢຸດເຊົານຳໃຊ້ພລາສຕິກໃຊ້ແລ້ວຖິ້ມ, ຊຸກຍູ້ໃຫ້ເກີດມີສົນທິສັນຍາສະຫະປະຊາຊາດວ່າດ້ວຍ ມົນລະພິດພລາສຕິກທີ່ໜັກແໜ້ນ ແລະ ຮຽກຮ້ອງໃຫ້ມີການຍຸຕິແຟຊັນ ມາໄວ-ໄປໄວ (Fast Fashion) ”.

https://www.facebook.com/lnrlao/posts/pfbid0L6ezy2CAp7BELXx6i4rnEZT4eEpMZbYb2rBdrfyesYDVNtkzgmtTx2UVxUjnCScKl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/