ເປັນຫຍັງ ຄົນຮຸ່ນໃໝ່ ນິຍົມ “ຢູ່ກ່ອນແຕ່ງ” ຫຼາຍຂຶ້ນ?



ທຸກມື້ນີ້ຢູ່ກ່ອນແຕ່ງໃນສັງຄົມອາຊີ ບໍ່ແມ່ນເລື່ອງແປກ ໂດຍເກືອບຈະເປັນເລື່ອງທຳມະດາໃນສັງຄົມໄປແລ້ວ

ຈາກການສຳຫຼວດຂອງ SweetRing ເມື່ອປີ 2021 ກ່ຽວກັບຄວາມຄິດເຫັນຕໍ່ການຢູ່ກ່ອນແຕ່ງ ຈາກກຸ່ມຄົນຕົວຢ່າງຈຳນວນ 600 ຄົນ ທີ່ມິອາຍຸລະຫວ່າງ 18-47 ປີ.

ພົບວ່າສ່ວນໃຫຍ່ ”ຮັບໄດ້” ກັບການຢູ່ກ່ອນແຕ່ງ ພ້ອມທັງໃຫ້ຂໍ້ດີຂອງການຢູ່ກ່ອນແຕ່ງວ່າ ເຮັດໃຫ້ຮູ້ຈັກຕົວຕົນຂອງກັນ ແລະ ກັນໄດ້ດີຍິ່ງຂຶ້ນ.

ນອກນີ້ ຍັງມີຂໍ້ດີອື່ນໆອີກ ເຊັ່ນ:

1. ອາດຈະເຫັນລະດັບຄວາມເທົ່າທຽມໃນຄວາມສຳພັນ ຄືຮູ້ວ່າອີກຝ່າຍປະຕິບັດຕໍ່ເຮົາເໜືອກວ່າ ຫຼື ເທົ່າທຽມກັນ ເຊິ່ງເຮົາເອງຈະຮູ້ວ່າ ເຮົາໂອເຄກັບເລື່ອງແບບນີ້ຫຼືບໍ່

2. ໄດ້ຮູ້ຈັກກັນຫຼາຍຂຶ້ນ ເລື່ອງວິຖີການໃຊ້ຊິວິດ ແລະ ລົດສະນີຍົມທາງເພດ ວ່າເຂົ້າກັນໄດ້ບໍ່

3. ໄດ້ຮູ້ລຳດັບຄວາມສຳຄັນຂອງຕົນເອງໃນພື້ນທີ່ຂອງອີກຝ່າຍ

4. ກ້າທີ່ຈະຈົບຄວາມສຳພັນ ເມື່ອຮອດຈຸດທີ່ໄປກັນບໍ່ໄດ້ ເພາະຕັດສິນໃຈງ່າຍກວ່າການແຕ່ງງານ ແລ້ວຢ່າຮ້າງ ເນື່ອງຈາກບໍ່ມີຫຍັງຜູກມັດ

ຜູ້ຊ່ຽວຊານເລື່ອງເພດ ແລະ ຄວາມສຳພັນ ແນະນຳວ່າເປັນປະສົບການທີ່ເຮົາຄວນຈະມີກ່ອນແຕ່ງງານ

ແລະ ນີ້ແມ່ນເຫດຜົນວ່າຍ້ອນຫຍັງ ຄົນຍຸກນີ້ຈຶ່ງນິຍົມ “ຢູ່ກ່ອນແຕ່ງ” ຫຼາຍຂຶ້ນນັ້ນເອງ.

ທີ່ມາ:

https://www.facebook.com/share/A46EbmUmDUd2dXHS/?mibextid=WC7FNe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/