ວ່າດ້ວຍເລື່ອງການລຸ້ນຕາມດວງແລ້ວ ມັນເປັນຂອງຄູ່ກັນກັບຄົນເຮົາເລີຍ, ຄົນເຮົາມັກທີ່ຈະສຸ່ມຫຼືລຸ້ນໄປກັບສິ່ງຕ່າງໆທີ່ຊື້ມາແລ້ວຕ້ອງໄດ້ຈົກສະຫຼາກຫຼືຕ້ອງໄດ້ຖ້າຜົນອອກ ຕົວຢ່າງເຊັ່ນ:ຊື້ເລກຫຼືລັອດເຕີຣີ,ຊື້ກາຊາໃນເກມ,ສຸ່ມ Photo card ໃນອາລະບ້ຳ,ຄີບຕຸກກະຕາ ແລະ ກ່ອງສຸ່ມຕ່າງໆ. ແທນທີ່ເຮົາຈະກຳເງິນໄປຊື້ເຄື່ອງທີ່ຢາກໄດ້ເລີຍ ແຕ່ເປັນຫຍັງຄົນເຮົາຈຶ່ງມັກສຸ່ມ? ຮູ້ຢູ່ແກ່ໃຈວ່າມັນມີໂອກາດໜ້ອຍທີ່ຈະໄດ້ແຕ່ກໍຍັງມັກສຸ່ມ.

1.ຍ້ອນມັນຄຸ້ມຄ່າທີ່ຈະສ່ຽງ.

ການຊື້ເລກຫຼືກ່ອງສຸ່ມປະເພດຕ່າງໆ ເປັນເໝືອນການໃຫ້ຄວາມຫວັງແກ່ຜູ້ສ່ຽງດວງວ່າຈະໄດ້ຮັບລາງວັນ ໂດຍເປິດໂອກາດໃຫ້ພວກເຂົາຈິນຕະນາການເຖິງຜົນຕອບແທນທີ່ຈະໄດ້ຮັບໃນອານາຄົດ. ນອກຈາກນີ້ຍັງເປັນການເຂົ້າສັງຄົມອີກນຳ ເພາະຄົນສ່ວນຫຼາຍກໍຈະມັກສຸ່ມຮ່ວມກັນຫຼາຍໆຄົນເພື່ອລຸ້ນແລະສ້າງຄວາມຕື່ນເຕັ້ນໄປພ້ອມກັນ, ຖ້າໃຜຜູ້ໜຶ່ງເປັນຜູ້ໂຊກດີກໍຍິ່ງເຮັດໃຫ້ຜູ້ອື່ນຢາກລອງສຸ່ມນຳເພາະຮູ້ສຶກຄຸ້ມຄ່າທີ່ຈະສ່ຽງ.

2.ບໍ່ໄດ້ລຸ້ນແຕ່ຢ່າງດຽວ ຍັງໄດ້ປະສົບການອີກນຳ.

ນັກວິທະຍາສາດຄົ້ນພົບວ່າ: ຄວາມຮູ້ສຶກຕື່ນເຕັ້ນ,ປະຫຼາດໃຈ ຫຼື ຮູ້ສຶກເຊີໄພຣສ ເປັນໜຶ່ງໃນຄວາມຮູ້ສືກທີ່ດີທີ່ສຸດຂອງມະນຸດ ເມື່ອຄົນເຮົາຮູ້ສຶກເຊີໄພຣສ ກະແສປະສາດທີ່ຮວບຮວມຄວາມສຸກໃນສະໝອງ (The nucleus accumbens) ຈະສະຫວ່າງຂຶ້ນມາຢ່າງຊັດເຈນ ນອກຈາກນີ້ສະໝອງຍັງປ່ອຍ ໂດພາມີນ “Dopamine” ສານສື່ປະສາດເມື່ອມີຄວາມຮູ້ສຶກພໍໃຈ ແລະ ຍັງປ່ອຍສານ ນໍອິພິເນຟຣິນ (Norepinephrine) ທີ່ເຮັດໃຫ້ຮ່າງກາຍຕື່ນຕົວ,ມີສະມາທິຫຼາຍຂຶ້ນ ເຮັດໃຫ້ຈົດຈໍ່ກັບສິ່ງທີ່ເຮົາກຳລັງລຸ້ນຢູ່.

3.ອີກໜ້ອຍດຽວກໍໄດ້ແລ້ວ.

ຄວາມຈິງແລ້ວຄວາມຮູ້ສຶກທີ່ວ່າ “ອີກໜ້ອຍດຽວກະໄດ້ແລ້ວ” ເປັນເລື່ອງຂອງຄວາມຢາກເອົາຊະນະກັບຈຳນວນຄວາມເປັນໄປໄດ້ໃນສິ່ງທີ່ເຮົາຕ້ອງການແບບບໍ່ໄກເກີນຄວ້າ ຕົວຢ່າງຄື:ການສຸ່ມກາຊາໃນເກມທີ່ມັນຈະມີຮອບຈຳນວນຄັ້ງຫຼືເປີເຊັນທີ່ຈະໄດ້ໄອເທັມນັ້ນໆພາຍໃນເກມ ເຮັດໃຫ້ເຮົາຮູ້ສຶກວ່າສຸ່ມອີກໜ້ອຍດຽວກະໄດ້ແລ້ວ.

ສຸດທ້າຍແລ້ວ ບໍ່ວ່າເຮົາຈະມັກສຸ່ມ,ສ່ຽງດວງແນວໃດກໍຕາມ ຖ້າການສຸ່ມນັ້ນບໍ່ໄປລົບກວນຫຼືສ້າງຄວາມເດືອດຮ້ອນກັງວົນຕໍ່ໃຜ ເຮົາຈະເລືອກສຸ່ມຕໍ່ໄປເພື່ອສ້າງຄວາມສຸກໃຫ້ກັບຕົວເອງຢູ່ແລ້ວ.