ປັດຈຸບັນນີ້ພອດແຄສ (Podcast) ໄດ້ກາຍເປັນຮູບແບບຄວາມບັນເທີງທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ໂດຍສະເພາະໃນກຸ່ມຄົນຮຸ່ນໃໝ່ຢ່າງ Gen Z (ຜູ້ທີ່ອາຍຸນັບແຕ່ 12-26 ປີ)
ພອດແຄສ (Podcast) ແມ່ນຫຍັງ?
ສຳລັບຜູ້ທີ່ບໍ່ຮູ້ຈັກ Podcast ກໍບໍ່ຕ້ອງເສຍໃຈໄປ Podcast ມາຈາກຄຳວ່າ iPod + Broadcasting = Podcast ເຊິ່ງແມ່ນສື່ດິຈິຕອລທີ່ປະກອບດ້ວຍສຽງ ຫຼື ວິດີໂອ ເປັນລາຍການເຜີຍແຜ່ສຽງຜ່ານທາງ Platform ອອນລາຍທີ່ມີຜູ້ດຳເນີນລາຍການອອກມາເລົ່າເລື່ອງຕ່າງໆ ຫຼື ອາດເປັນການໃຫ້ສຳພາດຄ້າຍໆກັບການຟັງວິທະຍຸ
ພຽງແຕ່ມີອິນເຕີເນັດກໍສາມາດເຂົ້າເຖິງ Podcast ໄດ້ເຊິ່ງສາມາດຟັງຜ່ານ YouTube, Spotify, Apple Music, Sound Cloud ເປັນຕົ້ນ.
ເປັນຫຍັງຈຶ່ງເປັນທີ່ນິຍົມໃນກຸ່ມໄວໜຸ່ມສາວ?
ເປັນຄຳຖາມທີ່ມີຫຼາກຫຼາຍຄຳຕອບ ແຕ່ຫຼັກໆກໍຄົງເປັນເພາະວ່າພອດແຄສນັ້ນສາມາດເຂົ້າເຖິງສຸຂະພາບຈິດຂອງ Gen Z ໄດ້ເປັນຢ່າງດີ. ເນື່ອງຈາກໄວໜຸ່ມສາວໃນສະໄໝນີ້ນັ້ນມີທ່າອ່ຽງຈະປະສົບກັບພາວະຄວາມກົດດັນທີ່ຫຼາຍກວ່າຄົນສະໄໝກ່ອນເພາະພວກເຂົານັ້ນເຕີບໃຫຍ່ມາພ້ອມກັບອິນເຕີເນັດ ແລະ ໄດ້ຮັບຂໍ້ມູນທີ່ຫຼາກຫຼາຍ ປະກອບກັບການປະເຊີນໜ້າກັບຄວາມປ່ຽນແປງທີ່ໄວວາຂອງໂລກທີ່ຜັນຜວນ ແລະ ວຸ້ນວາຍ ເຮັດໃຫ້ບັນດາໄວໜຸ່ມສາວຫັນມາໃຫ້ຄວາມສຳຄັນກັບສຸຂະພາບຈິດກັນຫຼາຍຂຶ້ນ.

ຈາກການສຳພາດຜູ້ຄົນຫຼາຍກວ່າ 1.000 ຄົນພົບວ່າຫຼາຍກວ່າ 80% ຂອງຜູ້ຟັງພອດແຄສແມ່ນຟັງເພື່ອເປັນການຜ່ອນຄາຍ, ປະມານ 2 ໃນ 3 ຂອງຜູ້ຟັງແມ່ນເພື່ອຫຼີກໜີຈາກຄວາມເປັນຈິງ ແລະ ເກີນເຄິ່ງຂອງຜູ້ຟັງແມ່ນເພື່ອໃຫ້ເຂົ້າໃຈຄວາມຮູ້ສຶກຕົນເອງໄດ້ດີຂຶ້ນ.
ໃນ ປີ 2022 ທີ່ຜ່ານມາບົດລາຍງານ Culture Next ຂອງ Spotify ລະບຸວ່າຜູ້ຟັງພອດແຄສໂດຍສະເລ່ຍໃນກຸ່ມ Gen Z ໃນສະຫະລັດອາເມລຣິກາເພີ່ມຂຶ້ນ 62% ເທິງ Spotify.
ໃນສ່ວນໜຶ່ງຂອງລາຍງານ Culture Next ກ່າວວ່າ : “ສຳລັບ Gen Z ພອດແຄສເຮັດໜ້າທີ່ເປັນພື້ນທີ່ປອດໄພສຳລັບການປະມວນຜົນຄວາມຮູ້ສຶກຂອງພວກເຂົາ ບໍ່ວ່າຈະເປັນຕອນທີ່ພວກເຂົາຮູ້ສຶກອ່ອນແອເກີນກວ່າຈະເວົ້າອອກມາ ຫຼື ຍັງຄົງຄິດທົບທວນຫາຄຳທີ່ເໝາະສົມເພື່ອອະທິບາຍສິ່ງທີ່ພວກເຂົາກຳລັງຮູ້ສຶກຢູ່” ນອກນີ້ລາຍງານຍັງລະບຸອີກວ່າ “ພອດແຄສຍັງກາຍເປັນພື້ນທີ່ສຳລັບ Gen Z ໃນການຂ້າມຜ່ານບັນຫາທີ່ຊັບຊ້ອນທີ່ສຸດໃນຊີວິດອີກດ້ວຍ”
ນອກນີ້ ການວິໄຈພົບວ່າ 55% ຂອງຊາວອາເມຣິກາທີ່ມີອາຍຸ 18-24 ປີກ່າວວ່າພວກເຂົາຫັນໄປຟັງພອດແຄສເພື່ອຫາຄຳຕອບສຳລັບເລື່ອງສ່ວນຕົວ ຫຼື ຄຳຖາມທີ່ຍາກໆກ່ອນທີ່ຈະສົນທະນາກັບຄອບຄົວ ແລະ 62% ບອກວ່າພວກເຂົາຟັງພອດແຄສເພື່ອຫາປະເດັນໄປແລກປ່ຽນບົດສົນທະນາກັບໝູ່ຄູ່.
ຢ່າງໃດກໍຕາມ Spotify ຍັງສະແດງໃຫ້ເຫັນວ່າໂຣກລະບາດສົ່ງຜົນໃຫ້ພອດແຄສປະເພດ “ໝວດສຸຂະພາບຈິດ” ກາຍເປັນທີ່ນິຍົມກັບກຸ່ມຜູ້ໃຊ້ Gen Z ໄປທົ່ວໂລກ ໂດຍລະບຸວ່າມີຈຳນວນການສະຕຣີມເພີ່ມຂຶ້ນເມື່ອທຽບກັບປີທີ່ຜ່ານມາ ແລະ ເມື່ອພິຈາລະນາຈາກຂໍ້ມູນຈະເຫັນວ່າກຸ່ມໄວໜຸ່ມໃນອາເມຣິການັ້ນມີທ່າອ່ຽງວ່າຈະມີພາວະຄວາມຄຽດຫຼາຍກວ່າຄົນຮຸ່ນກ່ອນໆ
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/