ເປັນຄົນດັງມັນເມື່ອຍ! ເດວິດ ເບັກແຮັມ ໂຕນກຳແພງ ໜີແຟນບານທີ່ກຳລັງເຂົ້າມາຂໍຖ່າຍຮູບ

ເປັນຄົນດັງມັນເມື່ອຍ!

ເອີ້ນໄດ້ວ່າເວລາຈະຜ່ານໄປດົນປານໃດ ແຕ່ຄວາມດັງ ແລະ ຄວາມເຈົ້າຊູ້ຂອງ ເດວິດ ເບັກແຮັມ ນັ້ນເບິ່ງຄືຈະຍັງບໍ່ລົດລົງເລີຍ ເມື່ອແຟນໆ ຍັງຈື່ໄດ້ ແລະ ພະຍາຍາມພາກັນເຂົ້າມາຂໍຖ່າຍຮູບ ເປັນຈຳນວນຫຼາຍ ຈົນຕ້ອງ ແລ່ນໜີໂຕນຂ້າມກຳແພງ ກັນເລີຍ.

ເປັນຄົນດັງມັນເມື່ອຍ!

ໂດຍໃນວັນທີ 10 ເດວິດ ເບັກແຮັມ ໄດ້ເດີນທາງໄປເບິ່ງເກມການແຂ່ງຂັນກິລາບານເຕະ ທີ່ສະໜາມ ພາກວິວ ໃນລອນດອນ ປະເທດອັງກິດ ເປັນເກມລະຫວ່າງ ເບັນຟອດ ຊຸດ B ທີ່ມີ ໂຣມີໂອ ລູກຊາຍຂອງລາວ ສັງກັດຢູ່ ພົບກັບສະໂມສອນ ແອຣິດ ແອນ ເບລເວແດ ທີມຈາກ ລີກອັນດັບ 9 ຂອງອັງກິດ.

ເປັນຄົນດັງມັນເມື່ອຍ!

ເຊິ່ງ ເດວິດ ເບັກແຮັມນັ້ນປອມຕົວມາໃນຊຸດກັນຝົນ ພ້ອມມີໝວກປິດບັງໃບໜ້າ ສີດຳ ເຂົ້າໄປປະປົນໃນກຸ່ມແຟນບານຈຳນວນ 544 ຄົນ. ເບັກແຮັມ ນັ້ນເຂົ້າມາໃນຖານະແຟນບານທົ່ວໄປ ບໍ່ໄດ້ມີ ລູກນ້ອງ ຫຼື ຜູ້ຄຸ້ມກັນສ່ວນຕົວ ຄືກັບ ຊຸບເປີສະຕາທົ່ວໆໄປ ແຕ່ຢ່າງໃດ.

ເປັນຄົນດັງມັນເມື່ອຍ!

ແຕ່ຢ່າງໃດກໍຕາມ ກໍຍັງມີແຟນບານຕາດີ ສັງເກດເຫັນ ຊຸບເປີສະຕາ ອາຍຸ 47 ປີ ຄົນນີ້ ແລະ ໄດ້ເອີ້ນຊື່ຈົນເຮັດໃຫ້ແຟນບານຄົນອື່ນໆ ສັງເກດເຫັນ ແລະ ພາກັນເຂົ້າມາລຸມຂໍຖ່າຍຮູບເປັນຈຳນວນຫຼາຍ. ຈົນ ເບັກແຮັມ ຕ້ອງອາໄສຈັງຫວະແລ່ນໜີອອກມາຈາກຝູງຄົນ ແລະ ແລ່ນໄປໂຕນຂ້າມກຳແພງອອກຈາກສະໜາມ ໜີເຂົ້າປ່າໄປບໍລິເວນດ້ານຫຼັງຂອງສະໜາມໄປ.

ເປັນຄົນດັງມັນເມື່ອຍ!

ສຸດທ້າຍ ເກມການແຂ່ງຂັນນັດດັ່ງກ່າວ ຈົບລົງດ້ວຍໄຊຊະນະຂອງ ແອຣິດ ແອນ ເບລເວແດ ທີ່ພິກກັບຊະນະໄດ້ ດ້ວຍສະກໍ 3 ປະຕູຕໍ່ 2. ແຕ່ ໂຣມີໂອ ລູກຊາຍຂອງ ເບັກແຮັມ ນັ້ນບໍ່ໄດ້ມີຜົນງານການເຮັດປະຕູ ຫຼື ຊ່ວຍເຮັດປະຕູ ແຕ່ຢ່າງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/