ເປັນຂະບວນການ! ຕຳຫຼວດຍີ່ປຸ່ນ ມ້າງຄະດີ ກຸ່ມຄົນລັກຖ່າຍແມ່ຍິງອາບນໍ້າຕາມ ບໍ່ນໍ້າຮ້ອນ ຄາດມີຜູ້ເສຍຫາຍຫຼາຍກວ່າ 10.000 ຄົນ

ເປັນຂະບວນການ

ເລື່ອງນີ້ເລີ່ມຕົ້ນມາຈາກຕໍາຫຼວດຍີ່ປຸ່ນຈັບ ຄາຣິນ ໄຊໂຕະ ຊາຍອາຍຸ 50 ປີ ທີ່ໄປລັກຖ່າຍແມ່ຍິງອາບນໍ້າທີ່ ບໍ່ນໍ້າພຸຮ້ອນ ຫຼື ອອນເຊນ ຢູ່ແຂວງ ຮຽວໂງະ ໃນທ້າຍປີ 2021. ຈາກນັ້ນຕໍາຫຼວດໄດ້ສືບສວນສອບສວນ ແລະ ໄດ້ພົບວ່າວົງການນີ້ ເຂົາເຮັດເປັນຂະບວນການ ຈົນຕະຫຼອດປີ 2022 ທີ່ຜ່ານມາ ເຈົ້າໜ້າທີ່ໄດ້ໄລ່ຈັບຄົນໃນຂະບວນການນີ້ໄປເທື່ອລະຄົນ ຈົນໄດ້ 16 ຄົນ ແລະ ກະຈາຍຢູ່ 11 ແຂວງ ຕາມບໍ່ນໍ້າຮ້ອນຕ່າງໆຂອງປະເທດຍີ່ປຸ່ນ.

ເປັນຂະບວນການ

ໂດຍຄົນທີ່ກໍ່ເຫດໃນເຄືອຂ່າຍນີ້ ມີຕັ້ງແຕ່ປະຊາຊົນທົ່ວໄປ ເຈົ້າໜ້າທີ່ຂອງລັດ ລະດັບທ້ອງຖິ່ນ, ລະດັບປະເທດ ໄປຈົນຮອດລະດັບຜູ້ບໍລິຫານບໍລິສັດ ແລະ ນາຍໝໍກໍຍັງມີ.

ເປັນຂະບວນການ

ໂດຍ ທ້າວ ໄຊໂຕະ ທີ່ເປັນຫົວໜ້າໃຫຍ່ຂອງເຄືອຂ່າຍນີ້ ເປີດເຜີຍວ່າ ຕົນໄດ້ເລີ່ມລັກຖ່າຍຜູ້ຍິງອາບນໍ້າມາຕັ້ງແຕ່ອາຍຸ 20 ປີ ແລະ ໄດ້ລັກຖ່າຍໂດຍທີ່ບໍ່ຖືກຈັບໄດ້ມາແລ້ວກວ່າ 100 ສະຖານທີ່ ເຊິ່ງວິທີການແມ່ນໄປລໍຖ້າຢູ່ພູໃນບໍລິເວນບໍ່ນໍ້ານັ້ນໆ ແລະ ໃຊ້ເລນກ້ອງຊູມໄລຍະໄກ ມາຖ່າຍເອົາ.

ເປັນຂະບວນການ

ນອກຈາກນີ້ ເຄືອຂ່າຍດັ່ງກ່າວຍັງຍອມຮັບວ່າມີການວາງຢາປຸກອາລົມໃຫ້ແມ່ຍິງ ເພື່ອຖ່າຍພາບອະນາຈານນຳອີກ ແລະ ຄາດວ່າໃນຮອບ 30 ປີ ມີຜູ້ເສຍຫາຍຈາກເຄືອຂ່າຍນີ້ໄປແລ້ວ ຫຼາຍກວ່າ 10.000 ຄົນ.

ອອນເຊັນ ໃນພາສາຍີ່ປຸ່ນ ແປວ່ານໍ້າພຸຮ້ອນ ແລະ ເປັນວັດທະນະທຳການແຊ່ນໍ້າແຮ່ຂອງຊາວຍີ່ປຸ່ນມາແຕ່ບູຮານ ເຊິ່ງບໍ່ນໍ້າພຸຮ້ອນເຫຼົ່ານີ້ເກີດຈາກພູໄຟທີ່ຍັງບໍ່ມອດດັບ ເຊິ່ງຄວາມຮ້ອນຂອງພູໄຟ ຈຶ່ງດັນນໍ້າທີ່ຢູ່ໃຕ້ດິນຂຶ້ນມາ ກໍ່ເກີດເປັນບໍ່ນໍ້າພຸຮ້ອນ ທີ່ເຕັມໄປດ້ວຍແຮ່ທາດຕ່າງໆ. ປັດຈຸບັນ ການແຊ່ນໍ້າພຸຮ້ອນດັ່ງກ່າວນີ້ ເປັນກິດຈະກຳທີ່ຄົນຍີ່ປຸ່ນ ແລະ ນັກທ່ອງທ່ຽວ ນິຍົມກັນຢ່າງກວ້າງຂວາງ ເພາະນອກຈາກຈະໃຫ້ຄວາມອົບອຸ່ນແກ່ຮ່າງກາຍແລ້ວ ຄົນຍີ່ປຸ່ນກໍຍັງເຊື່ອວ່າ ການແຊ່ນໍ້າພຸຮ້ອນ ຈະຊ່ວຍໃຫ້ຜິວພັນ ແລະ ສຸຂະພາບຂອງເຮົານັ້ນ ດີຂຶ້ນໄດ້ອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/