ເຕືອນບໍ່ຟັງຍ້ອນຄວາມຫຼໍ່ເປັນເຫດ! ຄູຈີນຖືກມິດສາຊີບສຸດຫຼໍ່ຕົວະໃຫ້ລົງທຶນໃນ crypto ເຮັດໃຫ້ສູນເສຍເງິນໄປກວ່າ 555,000 ໂດລາ


ຄູສາວລາຍໜຶ່ງໃນປະເທດຈີນໄດ້ຖືກມິດສາຊີບສຸດຫຼໍ່ຊັກຊວນໃຫ້ລົງທຶນໃນ Bitcoin ຫຼັງຈາກນັ້ນມິດສາຊີບກໍໄດ້ໜີໄປພ້ອມເງິນກວ່າ 4 ລ້ານຢວນ, ແຕ່ຄູສາວຍັງເຊື່ອວ່າມິດສາຊີບສຸດຫຼໍ່ຄົນນັ້ນຢາກທີ່ຈະແຕ່ງງານກັບຕົນ ເຖິງແມ່ນວ່າຕຳຫຼວດຈະຫ້າມຄູສາວແລ້ວເຖິງ 12 ຄັ້ງກໍຕາມ.

ສຳນັກຂ່າວ South China Morning Post ລາຍງານວ່າ ໃນໄລຍະ 4 ເດືອນທີ່ຜ່ານມາໄດ້ມີຄູສາວອາຍຸ 38 ປີຈາກເມືອງຊຽງໄຮ້ ໄດ້ກູ້ຢືມເງິນຈຳນວນມະຫາສານຈາກທະນາຄານໂດຍໃຊ້ຫ້ອງທີ່ຕົນອາໄສເປັນຫຼັກຄ້ຳປະກັນ ແລ້ວນຳເງິນກ້ອນທີ່ກູ້ມານັ້ນລົງທຶນໃນ Bitcoin ເນື່ອງຈາກ “ແຟນ” ຂອງລາວ ຫຼື ມິດສາຊີບສຸດຫຼໍ່ຄົນນັ້ນສັນຍາວ່າການລົງທຶນໃນຄັ້ງນີ້ຈະເຮັດໃຫ້ຄູສາວກາຍເປັນເສດຖີ.

ໃນລາຍງານຍັງໄດ້ລະບຸເພີ່ມເຕີມວ່າ ຕຳຫຼວດຊຽງໄຮ້ໄດ້ຄົ້ນພົບອາ​ຊະ​ຍາ​ກຳ​ດັ່ງກ່າວ ເນື່ອງຈາກພົບເຫັນການເຮັດທຸລະກໍາທີ່ຜິດປົກກະຕິໃນບັນຊີທະນາຄານຂອງຄູສາວ. ດັ່ງນັ້ນຕຳຫຼວດຈຶ່ງໄດ້ພະຍາຍາມທີ່ຈະໄກ່ເກ່ຍໃຫ້ຄູສາວນັ້ນຢຸດໂອນເງິນ, ແຕ່ວ່າຄູສາວທີ່ກໍຍິນຍອມໃຫ້ຕົນເອງຖືກຫຼອກລວງຕໍ່ໄປ.

ໂດຍໃນການສົນທະນາກັບຕຳຫຼວດ ຄູສາວກໍໄດ້ພະຍາມທີ່ຈະໃຫ້ການປະຕິເສດ ແລະ ເວົ້າຕົວະເລື້ອຍໆກ່ຽວກັບການໂອນເງິນຜ່ານທະນາຄານ, ເຊິ່ງມີຢູ່ເທື່ອໜຶ່ງທີ່ຄູສາວປະຕິເສດວ່າລາວບໍ່ໄດ້ໂອນເງິນ 640,000 ຢວນ ເຖິງແມ່ນວ່າທະນາຄານຈະລາຍງານກ່ຽວກັບທຸລະກຳດັ່ງກ່າວວ່າໃຫ້ກັບຕໍາຫຼວດກໍຕາມ ແລະ ມີອີກເທື່ອທີ່ຄູສາວໄດ້ົຕວະຕຳຫຼວດກ່ຽວກັບການໂອນເງິນໂດຍບອກວ່າລາວຊື້ກະເປົາສຸດຫຼູຈາກຊາຍຄົນນັ້ນ.

ເມື່ອວັນທີ 9 ມັງກອນທີ່ຜ່ານມາ, ໃນລະຫວ່າງການສົນທະນາຄັ້ງທີ 9 ກັບທາງຕຳຫຼວດ ຄູສາວໄດ້ກ່າວວ່າ

“ເຈົ້າໜ້າທີ່ນັ້ນໄດ້ກົດດັນຂ້ອຍຫຼາຍເກີນໄປ ເຊິ່ງແຮງກົດດັນດັ່ງກ່າວມັນໜັກກວ່າການທີ່ຖືກຕົວະອີກ” ແລະ ໄດ້ທ້າທາຍກັບຕຳຫຼວດວ່າ “ຄົນສ່ວນຫຼາຍທີ່ລົມກັບຂ້ອຍມັກຈະມາຫາຂ້ອຍໃນທີ່ສຸດ” ແລ້ວກໍຮ້ອງໄຫ້.

ເຖິງແມ່ນວ່າທາງຕຳຫຼວດຈະພະຍາມຍາມໂຕ້ຖຽງແຕ່ຄູສາວກໍໄດ້ຕອບດ້ວຍຄວາມໝັ້ນໃຈເພື່ອໃຫ້ຕຳຫຼວດສະບາຍໃຈວ່າ “ຕົນເອງຈະບໍ່ເຮັດແບບນັ້ນອີກ (ໂອນເງິນໃຫ້ມິດສາຊີບ)”

ຫຼັງຈາກນັ້ນບໍ່ດົນປານໃດ, ກໍໄດ້ມີຜູ້ຍິງຄົນໜຶ່ງໄດ້ຖືກມິດສາຊີບຄົນດຽວກັນໂກງເງິນໄປ ແລະ ລາວກໍໄດ້ສົ່ງຂໍ້ຄວາມໄປຫາຄູສາວຜ່ານແພລັດຟອມໂຊຊຽວມີເດຍ ເພື່ອເຕືອນວ່າພວກເຮົາທັງສອງກຳລັງຖືກຫຼອກລວງ, ເຊິ່ງເຫດການນີ້ເຮັດໃຫ້ຄູສາວເລີ່ມທີ່ຈະສົງໄສວ່າມີບາງຢ່າງທີ່ຜິດປົກກະຕິ.

ແລະໃນຄັ້ງນີ້ໄດ້ເຮັດໃຫ້ຄູສາວຕັດສິນໃຈໂທຫາຕໍາຫຼວດດ້ວຍຕົວເອງ ແລະ ນັດພົບກັບຕຳຫຼວດເປັນຄັ້ງທີ 12 ເມື່ອວັນທີ 9 ມີນາ. ໂດຍໃນຄັ້ງນີ້ຄູສາວກໍໄດ້ຮ້ອງໄຫ້ຕໍ່ໜ້າຕຳຫຼວດ ແລ້ວບອກວ່າຕົນເອງນັ້ນບໍ່ຢາກເຊື່ອກັບເຫດການນີ້ ແລະ ຍັງຢືນຢັນວ່າຜູ້ຊາຍທີ່ຫຼອກລວງນັ້ນຕ້ອງການທີ່ຈະແຕ່ງງານກັບຕົນເອງ.

ຄູສາວໄດ້ສາລະພາບວ່າຕົນເອງນັ້ນໄດ້ພົບເຫັນກັບມິດສາຊີບຄົນນັ້ນຜ່ານທາງອອນລາຍ, ພ້ອມທັງຊີ້ໃຫ້ເຫັນວ່າ ຮູບພາບ ແລະ ວິດີໂອທີ່ລາວໂພສນັ້ນສະແດງໃຫ້ເຫັນວ່າລາວເປັນຄົນໜ້າຕາດີ, ຮັ່ງມີ, ໃຈດີ ແລະ ຮັກສັດ, ສະນັ້ນ ຄູສາວຈຶ່ງບໍ່ເຊື່ອວ່າຕົນເອງຈະຖືກຫຼອກລວງ. ເຊິ່ງໃນທ້າຍທີ່ສຸດ ຄູສາວກໍໄດ້ເຂົ້າແຈ້ງຄວາມກັບຕຳຫຼວດ ຫຼັງຈາກທີ່ເຫຍື່ອລາຍອື່ນໆອີກຫຼາຍຄົນທະຍອຍກັນອອກມາໂພສວ່າ ພວກເຂົານັ້ນກໍເຈັບປວດບໍ່ຕ່າງຫຍັງຈາກຄູສາວ.

ຄູສາວກ່າວວ່າ “ຂ້ອຍນັ້ນລົງທຶນທັງເງິນ ແລະ ຄວາມຮູ້ສຶກໄປກັບມັນຫຼາຍ, ຈົນຄິດວ່າຕຳຫຼວດພຸ້ນທີ່ເປັນນັກຕົ້ມຕຸ໋ນ”

ເຈົ້າໜ້າທີ່ຕໍາຫຼວດຈາກໜ່ວຍງານຕໍ່ຕ້ານການໂກງປະຈຳເມືອງຢາງຜູ່ກ່າວວ່າ “ໃນສອງສາມປີຜ່ານມາ ທາງການ​ຈີນ​ໄດ້​ພະຍາຍາມ​ປາບ​ປາມ​​ການ​ສໍ້​ໂກງ​ທາງ​ອອນລາຍທີ່ເອີ້ນວ່າ “ກົນໂກງຂ້າໝູ” ຫຼື shazhupan ໃນພາສາຈີນ, ເຊິ່ງແມ່ນອາຊະຍາກໍາ ໂຣແມນຄລາສສິກ ທີ່ຕົວະເອົາເງິນຈາກເຫຍື່ອໂດຍໃຊ້ໂປຣຟາຍໃນໂຊຊຽວ.

ໂດຍມາດ​ຕະ​ການ​ທີ່​ຈະດຳເນີນການໄດ້ແກ່: ​ການ​ສົ່ງ​ເສີມແອັບປ້ອງ​ກັນການ​ສໍ້​ໂກງ​ ເພື່ອໃຫ້ສາມາດກວດພົບ ແລະ ບລັອກການໂທ ແລະ ຂໍ້ຄວາມທີ່ໜ້າສົງໄສ, ການ​ອະນຸມັດ​ກົດໝາຍ​ຕໍ່​ຕ້ານ​ການ​ສໍ້​ໂກງ​ທາງໂທລະ​ຄົມ​ ແລະ​ ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ​ສະບັບ​ໃໝ່​ໃນ​ປີ​ກາຍ​ນີ້”

ທີ່ມາ:

scmp

news.sophos

sha-zhu-pan

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/