ເຕັມທີ່ແລ້ວ! ນັກກິລາໂກນບານ ທີມຊາດລາວ ເສຍທ່າໃນນັດຊິງຫຼຽນຄຳ ຄວ້າຫຼຽນເງິນໄປຄອງ ໃນອາຊຽນພາຣາເກມ ຄັ້ງທີ​ 12


ເອີ້ນໄດ້ວ່າອີກກ້າວດຽວກໍຈະສາມາດບັນລຸເປົ້າໝາຍຫຼຽນຄຳທຳອິດ ໃນປະຫວັດສາດກິລາຄົນພິການລາວໄດ້ແລ້ວ. ແຕ່ໜ້າເສຍດາຍນັກກິລາໂກນບານຄົນພິການທີມຊາດລາວ ເສຍທ່າໃນນັດຊິງຫຼຽນຄຳ ໃຫ້ກັບສາວນັກກິລາທີມຊາດໄທ 0 ປະຕູຕໍ່ 2 ເຮັດໃຫ້ຈົບການແຂ່ງຂັນ ກິລາໂກນບານ ອາຊຽນພາຣາເກມ ຄັ້ງທີ​ 12 ທີມຊາດລາວເຮົາ ຄວ້າໄດ້ຫຼຽນເງິນໄປຄອງ.

ການແຂ່ງຂັນນັດຊິງຊະນະເລີດ ຫຼື ຮອບຊິງຫຼຽນຄຳ ງານກິລາໂກນບານຍິງ ອາຊຽນພາຣາເກມ 2023 ໄດ້ມີຂຶ້ນ ໃນຕອນບ່າຍວັນທີ 8 ມິຖຸນາ 2023 ທີ່ສະໜາມກິລາໂອລິມປິກ ຄອມເພັກ ອິນດໍສະເຕດຽມ ກາງນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ.

ສຳລັບຜົນງານຂອງນັກກິລາໂກນບານຄົນພິການທີມຊາດລາວ ໃນອາຊຽນພາຣາເກມຄັ້ງນີ້ ແມ່ນລົງສະໜາມໄປ 5 ນັດແບ່ງອອກເປັນ ຊະນະ 2 ນັດ ແລະ ປະລາໄຊ 3 ນັດ. ໂດຍໃນນັດທີ 1 ລາວ ເສຍ ມາເລເຊຍ 8-6 ປະຕູ, ນັດທີ 2 ລາວ ຊະນະ ອິນໂດເນເຊຍ 6-0, ນັດທີ 3 ລາວ ເສຍໃຫ້ ໄທ 6-1 ແລະ ນັດສຸດທ້າຍ ລາວ ຊະນະ ຟິລິບປິນ 9-5 ຜ່ານເຂົ້າຮອບຮອງຊະນະເລີດ ໃນນາມທີມອັນດັບທີ 3 ກ່ອນຈະໂຊຟອມເກັ່ງ ໄລ່ເອົາ ຊະນະ ມາເລເຊຍ 2-0 ປະຕູ ແລະ ມາເສຍທ່າ ປະລາໄຊໃຫ້ກັບທີມຊາດໄທ ໃນນັດຊິງຊະນະເລີດໄປ 0 ປະຕູຕໍ່ 2.

ການແຂ່ງຂັນກິລາໂກນບານຍິງ ອາຊຽນພາຣາເກມ ປີນີ້ ມີການຊີງໄຊທັງໝົດ 2 ຫຼຽນຄຳ ຈາກປະເພດທີມຍິງ ແລະ ທີມຊາຍ ທັງສອງລາຍການດັ່ງກ່າວ ກຳນົດເວລາແຂ່ງຂັນ ຄັ້ງລະ 12 ນາທີ ແຂ່ງຂັນ 2 ຄັ້ງ ທຸກໆຄັ້ງທີ່ບານອອກຂ້າງ ເວລາຈະຢຸດການແຂ່ງຂັນທັນທີ. ສຳລັບ ສປປ ລາວ ແມ່ນໄດ້ສົ່ງພຽງປະເພດທີມຍິງເຂົ້າຮ່ວມແຂ່ງຂັນ ປະກອບມີນັກກິລາຈາກ 5 ຊາດເຂົ້າຮ່ວມ ການແຂ່ງຂັນແມ່ນພົບກັນໝົດຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດອັນດັບທີ 1 ໄປພົບກັບ ອັຍດັບທີ 4 ແລະ ອັນດັບທີ 2 ພົບອັນດັບທີ 3 ໂດຍ 5 ຊາດເຂົ້າຮ່ວມ ປະກອບມີ ລາວ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ຟິລິບປິນ.

ຮອດປັດຈຸບັນ ນັກກິລາຄົນພິການທີມຊາດລາວເຮົາ ເອີ້ນໄດ້ວ່າ ລົງແຂ່ງໄປກັບຄົບທຸກລາຍການແລ້ວ ແລະ ປິດສາກຜົນງານອາຊຽນພາຣາເກມ ໄປດ້ວຍຜົນງານ 2 ຫຼຽນເງິນ, 9 ຫຼຽນທອງ ລວມທັງໝົດເປັນ 11 ຫຼຽນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/