ເດັນໝາກ-ນໍເວ-ສະວີເດັນ ໄດ້ຢຸດການສັກວັກຊີນ Moderna ໃຫ້ກຸ່ມຄົນອາຍຸຕ່ຳກວ່າ 30 ປີ


ກະຊວງສາທາລະນະສຸກຂອງສະວີເດັນແນະນຳໃຫ້ຢຸດສັກວັກຊີນກັນ ໂຄວິດ-19 ຂອງ Moderna ໃຫ້ແກ່ປະຊາຊົນທີ່ມີອາຍຸຕ່ຳກວ່າ 30 ປີຊົ່ວຄາວ ເນື່ອງຈາກມີຂໍ້ມູນລາຍງານວ່າມີຄວາມສ່ຽງທີ່ຈະເກີດຜົນຂ້າງຄຽງເພີ່ມຂຶ້ນໃນເດັກນ້ອຍ ແລະ ຜູ້ໃຫຍ່ ເຊັ່ນ: ກ້າມຊີ້ນຫົວໃຈອັກເສບ ແລະ ເຍື່ອຫຸ້ມຫົວໃຈອັກເສບ ໂດຍແນະນຳໃຫ້ປະຊາຊົນກຸ່ມນີ້ ສັກວັກຊີນຂອງ Pfizer-BioNTech ແທນ.

ກະຊວງສາທາລະນະສຸກຂອງສະວີເດັນຍັງເຜີຍອີກວ່າ ຄວາມສ່ຽງດັ່ງກ່າວພົບເຫັນຫຼາຍໃນເພດຊາຍທີ່ມີອາຍຸນ້ອຍ ຫຼັງຈາກໄດ້ສັກວັກຊີນໄປແລ້ວ 2-4 ອາທິດ ໂດຍປົກກະຕິອາການຈະຄ່ອຍໆຫາຍໄປເອງ ແຕ່ຄົນທີ່ມີອາການຄວນໄດ້ຮັບການປະເມີນຈາກທ່ານໝໍ.

ຊາວສະວີເດັນອາຍຸຕັ້ງແຕ່ 30 ປີລົງມາແມ່ນໄດ້ສັກວັກຊີນຂອງ Moderna ເຂັມທໍາອິດໄປແລ້ວປະມານ 81,000 ຄົນ. ແຕ່ທ່ານ Anders Tegnell ນັກລະບາດວິທະຍາຂອງສະວີເດັນເຜີຍວ່າ ບໍ່ວ່າຈະເປັນການສັກເຂັມທຳອິດ ຫຼື ເຂັມທີສອງກໍບໍ່ຕ້ອງກັງວົນ ເນື່ອງຈາກຄວາມສ່ຽງມີໜ້ອຍ ແຕ່ເຖິງຢ່າງໃດກໍຕ້ອງເຝົ້າລະວັງອາການທີ່ອາດຈະເກີດຂຶ້ນ.

ໃນຂະນະດຽວກັນທາງເດັນໝາກກໍຈະຢຸດສັກວັກຊີນຂອງ Moderna ໃຫ້ແກ່ປະຊາຊົນທີ່ມີອາຍຸຕ່ຳກວ່າ 18 ໂດຍໃຊ້ວັກຊີນຂອງ Pfizer-BioNTech ແທນ ເຊັ່ນດຽວກັນກັບກະຊວງສາທາລະນະສຸກຂອງນໍເວ ກໍໄດ້ສັກວັກຊີນຂອງ Pfizer-BioNTech ໃຫ້ເຍົາວະຊົນອາຍຸຕໍ່າກວ່າ 18 ປີ ແລະ ແນະນໍາໃຫ້ຜູ້ຊາຍອາຍຸຕໍ່າກວ່າ 30 ປີ ສັກວັກຊີນຂອງ Pfizer-BioNTech.

ທ່ານ Geir Bukholm ຫົວໜ້າພະແນກຄວາມຄຸມການຕິດເຊື້ອແຫ່ງກະຊວງສາທາລະນະສຸກນໍເວໄດ້ກ່າວໄວ້ວ່າ “ວັກຊີນຂອງ Moderna ມີປະສິດທິພາບບໍ່ຕ່າງຫຍັງຈາກວັກຊີນຂອງ Pfizer-BioNTech ແລະ ວັກຊີນທັງສອງຍີ່ຫໍ້ຍັງເປັນວັກຊີນທີ່ແນະນຳສຳລັບຜູ້ທີ່ມີອາຍຸ 30 ປີຂຶ້ນໄປ”.

ຫຼັງຈາກຂ່າວນີ້ໄດ້ເຜີຍແຜ່ອອກໄປເຮັດໃຫ້ຫຸ້ນຂອງ Moderna ໃນຕະຫຼາດຫຼັກຊັບນິວຢອກ ລົດລົງ 5.3%. ທ່ານ Stephane Bancel ປະທານຂອງ Moderna ເຜີຍວ່າ ຂໍ້ມູນຊຸດໃຫຍ່ກວ່າ ລວມທັງຂໍ້ມູນການໃຊ້ງານແທ້ໃນ ອາເມຣິກາ ຊີ້ໃຫ້ເຫັນວ່າ ຄວາມສ່ຽງຂອງການເກີດພາວະກ້າມຊີ້ນຫົວໃຈອັກເສບແມ່ນໃກ້ຄຽງກັນລະຫວ່າງ 2 ຍີ່ຫໍ້ນີ້ ແລະ ຍັງກ່າວອີກວ່າ ຄວາມສ່ຽງທີ່ຈະເກີດພາວະກ້າມຊີ້ນຫົວໃຈອັກເສບຈາກການຕິດເຊື້ອໂຄວິດ-19 ມີຫຼາຍກວ່າຄວາມສ່ຽງທີ່ຈະເກີດຈາກການສັກວັກຊີນ.

ຂອບໃຂຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/