ເຈົ້າມັນເໜືອມະນຸດ! ພົບຊາຍບໍ່ຮູ້ຊື່ລີ້ຢູ່ບ່ອນເກັບລໍ້ໜ້າຂອງເຮືອບິນ ທີ່ເດີນທາງຈາກອາຟຣິກາໃຕ້ໄປເນເທີແລນ ແລະ ພົບວ່າລາວຍັງມີຊີວິດຢູ່


ກາຍເປັນຂ່າວທີ່ສ້າງສຽງຮືຮາໄປໃນຂ້າມຄືນ ເມື່ອທາງເຈົ້າໜ້າທີ່ສະໜາມບິນໃນປະເທດເນເທີແລນ ໄດ້ພົບຊາຍບໍ່ຮູ້ຊື່ລີ້ຢູ່ບ່ອນເກັບລໍ້ໜ້າຂອງເຮືອບິນ ເຊິ່ງຄົນລັກຂຶ້ນເຮືອບິນໃນລັກສະນະນີ້ສ່ວນຫຼາຍມັກຈະບໍ່ມີຊີວິດລອດ ແຕ່ວ່າຄັ້ງນີ້ຖືວ່າເປັນເລື່ອງທີ່ໜ້າອັດສະຈັນ ເພາະວ່າຊາຍຄົນນີ້ບໍ່ເປັນຫຍັງເລີຍ ພ້ອມທັງມີຊີວິດລອດ.

ທາງການທະຫານຂອງເນເທີແລນ ຫຼື ‘Marechaussee’ ເຊິ່ງທຽບເທົ່າໄດ້ກັບສຳນັກງານຕຳຫຼວດ ໄດ້ເປີດເຜີຍວ່າມີການກວດພົບຊາຍຄົນໜຶ່ງໃນບໍລິເວນລໍ້ໜ້າຂອງເຮືອບິນບັນທຸກສິນຄ້າທີ່ລົງຈອດຢູ່ສະໜາມບິນ Schiphol ທີ່ ນະຄອນ Amsterdam ໃນຕອນເຊົ້າຂອງວັນອາທິດທີ 23 ມັງກອນທີ່ຜ່ານມາ.

ການເດີນທາງສຸດແສນຈະໜ້າເຫຼືອເຊື່ອຂອງຊາຍສຸດທົນທານຄົນນີ້ ແມ່ນເລີ່ມຕົ້ນເດີນທາງມາຈາກເມືອງ Johannesburg ໃນ ອາຟຣິກາໃຕ້ ໄປສູ່ ເນເທີແລນ ໂດຍລາວໄດ້ລີ້ຢູ່ບ່ອນເກັບລໍ້ໜ້າຂອງເຮືອບິນບັນທຸກສິນຄ້າຂອງສາຍການບິນ Cargolux Italia ມາຕະຫຼອດໄລຍະທາງ 10,000 ກິໂລແມັດ ເຊິ່ງໃຊ້ເວລາເດີນທາງປະມານ 11 ຊົ່ວໂມງ ແລະ ຖ້າຫາກມີການແວ່ຈອດທີ່ປະເທດ ເຄນຢາ ກໍອາດຈະໃຊ້ເວລາຫຼາຍກວ່ານີ້.

Joanne Helmonds ໂຄສົກຂອງທາງການທະຫານໄດ້ກ່າວວ່າ ອາຍຸແລະສັນຊາດຂອງຊາຍຄົນນີ້ຍັງບໍ່ສາມາດຢືນຢັນໄດ້ ແຕ່ໄດ້ມີການຄາດເດົາວ່າມີອາຍຸ 16-35 ປີ ແລະ ຈາກການກວດສອບໃນທີ່ເກີດເຫດ ກໍພົບວ່າລາວຍັງມີຊີວິດລອດຢູ່ ແຕ່ມີພຽງອຸນຫະພູມຂອງຮ່າງກາຍຕໍ່າກວ່າປົກກະຕິເທົ່ານັ້ນ ແລະ ຕອນນີ້ທາງເຈົ້າໜ້າທີ່ໄດ້ສົ່ງຊາຍຄົນດັ່ງກ່າວໄປທີ່ໂຮງໝໍແລ້ວ.

ຈາກເຫດການນີ້ ດ້ວຍສະພາບອາກາດທີ່ໜາວເກີນໄປທີ່ຄົນທົ່ວໄປຈະທົນໄຫວ ແຕ່ຊາຍຄົນນີ້ລອດມາໄດ້ ຖືວ່າມັນເປັນເລື່ອງປາຕິຫານແທ້ໆ. ໂດຍຫຼັງຈາກນີ້ ຊາຍຄົນນີ້ແມ່ນຈະໄດ້ຮັບການປິ່ນປົວທີ່ໂຮງໝໍແຫ່ງໜຶ່ງໃນ Amsterdam ແລະ ເມື່ອລາວເຊົາດີແລ້ວ ທາງເຈົ້າໜ້າທີ່ເຜີຍວ່າຈະສົ່ງຕົວລາວໄປດໍາເນີນການທີ່ສູນຮັບຮອງຜູ້ລີ້ໄພ ເພື່ອຢືນຢັນສະຖານະວ່າຊາຍຄົນນີ້ຕ້ອງການຂໍລີ້ໄພໃນເນເທີແລນແທ້ຫຼືບໍ່.

ຈາກຂໍ້ມູນໃນປີທີ່ຜ່ານມາຂອງອົງການບໍລິຫານການບິນແຫ່ງຊາດສະຫະລັດອາເມຣິກາ (FAA) ເຫດການໃນລັກສະນະນີ້ເຄີຍເກີດຂຶ້ນມາແລ້ວ ທັງໝົດປະມານ 129 ຄັ້ງທົ່ວໂລກ ແລະ ມີຜູ້ເສຍຊີວິດເຖິງ 100 ຄົນ ເຊິ່ງຄິດໄລ່ສະເລ່ຍປະມານ 78%.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/